spot_img
Homeຂ່າວພາຍ​ໃນຂ່າວດີ! ສປປ ລາວ ຫາລືກຽມອອກຈາກສະຖານະພາບ ປະເທດດ້ອຍພັດທະນາ ໃນປີ 2026

ຂ່າວດີ! ສປປ ລາວ ຫາລືກຽມອອກຈາກສະຖານະພາບ ປະເທດດ້ອຍພັດທະນາ ໃນປີ 2026

Published on

ຂ່າວດີໃນປີໜ້າ! ສປປ ລາວ ຫາລືກຽມອອກຈາກສະຖານະພາບ ປະເທດດ້ອຍພັດທະນາ

ກະຊວງການຕ່າງປະເທດ ຈັດກອງປະຊຸມຄະນະຊີ້ນໍາລະດັບຊາດ ເພື່ອຈັດຕັ້ງປະຕິບັດແຜນດໍາເນີນງານຂອງ ສປຊ ສໍາລັບປະເທດດ້ອຍພັດທະນາ ໃນວັນທີ 24 ເມສາ 2025 ໂດຍການເປັນປະທານຂອງ ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ, ມີ ທ່ານ ນາງ ຣາບັບ ຟາຕິມາ ຮອງເລຂາທິການໃຫຍ່ ອົງການສະຫະປະຊາຊາດ, ຜູ້ຕາງໜ້າລະດັບສູງ ອົງການສະຫະປະຊາຊາດ ສໍາລັບປະເທດດ້ອຍພັດທະນາ, ປະເທດກໍາລັງພັດທະນາບໍ່ມີຊາຍແດນຕິດທະເລ ແລະ ປະເທດເກາະດອນນ້ອຍກໍາລັງພັດທະນາ, ມີຜູ້ຕາງໜ້າຈາກບັນດາກະຊວງ, ຂະແໜງການຂອງລັດ ແລະ ຜູ້ຕາງໜ້າຈາກອົງການສະຫະປະຊາຊາດ ປະຈໍາ ສປປ ລາວ ເຂົ້າຮ່ວມ.

ກອງປະຊຸມໃນຄັ້ງນີ້, ເພື່ອປຶກສາຫາລືກ່ຽວກັບການກະກຽມອອກຈາກສະຖານະພາບ ປະເທດດ້ອຍພັດທະນາຂອງ ສປປ ລາວ ເຊິ່ງໃນທີ່ປະຊຸມໄດ້ຮັບຟັງການນໍາສະເໜີບົດກ່ຽວກັບຄວາມຄືບໜ້າ ແລະ ຮ່າງບົດປະເມີນຄວາມພ້ອມຂອງ ສປປ ລາວ ໃນການອອກຈາກສະຖານະພາບປະເທດດ້ອຍພັດທະນາ ໃນປີ 2026. ພ້ອມກັນນີ້, ຜູ້ເຂົ້າຮ່ວມກໍໄດ້ສົນທະນາແລກປ່ຽນຄໍາເຫັນຕໍ່ບົດນໍາສະເໜີ ດັ່ງກ່າວ ແລະ ໄດ້ຮັບຟັງຄໍາຄິດເຫັນຂອງ ທ່ານຮອງເລຂາທິການໃຫຍ່ອົງການ ສປຊ ກ່ຽວກັບວຽກງານການກະກຽມອອກຈາກສະຖານະພາບປະເທດດ້ອຍພັດທະນາຂອງ ສປປ ລາວ. ສໍາລັບການຈັດຕັ້ງປະຕິບັດແຜນດໍາເນີນງານສະຫະປະຊາຊາດ ສໍາລັບປະເທດດ້ອຍພັດທະນາ, ສປປ ລາວ ໄດ້ເຊື່ອມສານເອົາເນື້ອໃນຈິດໃຈ ແລະ ບັນດາຄາດໝາຍຂອງແຜນດໍາເນີນງານຂອງ ສປຊ ສໍາລັບປະເທດດ້ອຍພັດ ທະນາ ເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມ ໃນແຕ່ລະໄລຍະເປັນຕົ້ນ ແຜນດໍາເນີນງານ ໂດຮາ ໄລຍະປີ 2022-2031 ແລະ ກໍໄດ້ແຕ່ງຕັ້ງຄະນະຊີ້ນໍາລະດັບຊາດ ເພື່ອຈັດຕັ້ງປະຕິບັດແຜນດໍາເນີນງານດັ່ງກ່າວ.

ໃນການປະເມີນຂອງ ຄະນະກໍາມະການເພື່ອນະໂຍບາຍການພັດທະນາຂອງ ອົງການ ສປຊ (CDP) ປີ 2018, ສປປ ລາວ ສາມາດຜ່ານເກນມາດຖານການປະເມີນການຫລຸດພົ້ນອອກຈາກສະຖາ ນະພາບປະເທດດ້ອຍພັດທະນາ 2 ໃນ 3 ຂອງເງື່ອນໄຂໄດ້ເປັນເທື່ອທໍາອິດ ແລະ ໃນປີ 2021 ສາມາດຜ່ານເກນໄດ້ເປັນຄັ້ງທີ 2 ແລະ ບັນລຸໄດ້ທັງ 3 ເງື່ອນໄຂ. ໃນປີ 2024 ທີ່ຜ່ານມາ, ສປປ ລາວ ຍັງສາມາດສືບຕໍ່ຜ່ານເກນມາດຖານການປະເມີນເປັນຄັ້ງທີສາມ ໂດຍສາມາດຜ່ານໄດ້ ທັງ 3 ເງື່ອນໄຂ ຊຶ່ງໝາຍຄວາມວ່າ ສປປ ລາວ ຍັງຢູ່ໃນທ່ວງທ່າພັດທະນາໃນການຫລຸດພົ້ນອອກຈາກສະຖານະພາບປະ ເທດດ້ອຍພັດທະນາ ໃນປີ 2026.

ໃນທ້າຍປີ 2023 ລັດຖະບານລາວ ໂດຍການຮ່ວມມືກັບ ອົງການ ສປຊ ແລະ ຄູ່ຮ່ວມພັດທະນາ ໄດ້ເອົາໃຈໃສ່ໃຫ້ສໍາເລັດການສ້າງແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບປະເທດດ້ອຍພັດທະນາ ໃນປີ 2026 ແລະ ຫລັງປີ 2026 ເຊິ່ງມີເປົ້າໝາຍເພື່ອກຽມຄວາມພ້ອມທີ່ດີໃຫ້ ສປປ ລາວ ໃນການອອກຈາກສະຖານະພາບດ້ອຍພັດທະນາ ໃຫ້ໄດ້ຢ່າງໂລ່ງລ່ຽນ, ມີຄຸນນະພາບ ແລະ ຍືນຍົງ ແລະ ບໍ່ຕົກກັບມາຢູ່ໃນສະຖານະພາບເກົ່າຄືນອີກ. ໃນປັດຈຸບັນ, ສປປ ລາວ ກໍາລັງຮ່າງບົດປະເມີນຄວາມພ້ອມຂອງ ສປປ ລາວ ໃນການອອກຈາກສະຖານະພາບປະເທດດ້ອຍພັດທະນາ ໃນປີ 2026 ໂດຍການສະໜັບສະໜູນ ແລະ ຊ່ວຍເຫລືອຈາກ ອົງການ ສປຊ ເພື່ອປະເມີນຄວາມພ້ອມ ທີ່ຈະອອກຈາກສະຖານະພາບດັ່ງກ່າວ, ທັງນີ້ ແນໃສ່ຮັບປະກັນໃຫ້ມີຄວາມໂລ່ງລ່ຽນ, ມີຄຸນນະພາບ, ຍືນຍົງ ແລະ ບໍ່ກັບຄືນສູ່ສະຖານະພາບເດີມ.

ການຫລຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ແມ່ນຄາດໝາຍສູ້ຊົນໄລຍະຍາວຂອງພັກ ແລະ ລັດຖະບານ ສປປ ລາວ ແລະ ໄດ້ສະແດງໃຫ້ເຫັນເຖິງຄວາມໝາຍໝັ້ນອັນໜັກແໜ້ນ ແລະ ຕັ້ງໜ້າຂອງ ສປປ ລາວ ໃນການຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍວາລະການພັດທະນາຂອງສາກົນ. ເຖິງຢ່າງໃດກໍຕາມ, ສປປ ລາວ ກໍຍັງມີຄວາມຕ້ອງການການສະໜັບສະໜູນ ແລະ ຊ່ວຍເຫລືອ ຈາກອົງການສະຫະປະຊາຊາດ, ອົງການຈັດຕັ້ງສາກົນ ແລະ ບັນດາຄູ່ຮ່ວມພັດທະນາຕ່າງໆ.

ຂ່າວ-ພາບ: ກຕທ

ບົດຄວາມຫຼ້າສຸດ

ຝູງສິງໂຕລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ຂະນະທີ່ເພື່ອນຮ່ວມງານເປີດເຜີຍຜູ້ເສຍຊີວິດບໍ່ເຄີຍລະເມີດກົດລະບຽບມາກ່ອນ

ສະຫຼົດ! ຝູງໂຕສິງລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ທີ່ສວນສັດແຫ່ງໜຶ່ງໃນກຸງເທບມະຫານະຄອນ ປະເທດໄທ. ສຳນັກຂ່າວໄທລາຍງານ ວັນທີ 10 ກັນຍາ 2025 ຜ່ານມາ, ກ່ຽວກັບເຫດການສຸດສະຫຼົດ ເມື່ອເຈົ້າທີ່ດູແລສວນສັດ ຖືກຝູງໂຕສິງລຸມກັດກິນ ຢູ່ສວນສັດຊາຟາລີເວີດ ໃນກຸງເທບມະຫານະຄອນ...

ສະຫະລັດເດືອດ! ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ

ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ ໃນຂະນະຮ່ວມງານໃນມະຫາວິທະຍາໄລ ຍູທາ. ສຳນັກຂ່າວ ບີບີຊີ ລາຍງານ ໃນວັນທີ 11 ກັນຍາ 2025...

ລາວກຽມພ້ອມພັດທະນາ ແບບຈຳລອງປັນຍາປະດິດ ເພື່ອໃຫ້ AI ປະມວນຜົນພາສາລາວໄດ້ຢ່າງຖືກຕ້ອງ

ເພື່ອພັດທະນາກໍ່ສ້າງແບບຈໍາລອງປັນຍາປະດິດຂະໜາດໃຫຍ່ ສໍາລັບ ສປປ ລາວ ແລະ ກໍ່ສ້າງຖານຂໍ້ມູນພາສາລາວໃຫ້ຄົບຖ້ວນ, ຖືກຕ້ອງ, ຊັດເຈນ ແລະ ສາມາດນໍາໃຊ້ເປັນພື້ນຖານສໍາລັບ AI ແລະ ການນໍາໃຊ້ດີຈີຕອນໃນ ສປປ...

ສຶກສາອົບຮົມສາວບໍລິການ ແລະ ເຈົ້າຂອງຮ້ານ ຢູ່ ເມືອງສີໂຄດຕະບອງ ແລະ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ

ເຈົ້າໜ້າທີ່ລົງກວດກາສຶກສາອົບຮົມສາວບໍລິການ 33 ຄົນ ແລະ ເຈົ້າຂອງຮ້ານ 04 ຄົນ ຢູ່ ບ້ານໜອງແຕ່ງເໜືອ, ບ້ານວຽງຄຳ, ບ້ານດົງນາໂຊກ, ເມືອງສີໂຄດຕະບອງ ແລະ ບ້ານກາງແສນ,...