spot_img
Homeຂ່າວຍົນຕົກປະຫວັດອຸບັດເຫດຂອງຍົນ ATR-72

ປະຫວັດອຸບັດເຫດຂອງຍົນ ATR-72

Published on

ຍົນຕົກທີ່ໄຕ້ຫວັນ ຊະນິດດຽວກັນກັບຍົນລາວທີ່ຕົກຢູ່ປາກເຊ ແລະຍົນຊະນິດນີ້ໄດ້ເກີດອຸບັດເຫດລວມແລ້ວ 13 ຄັ້ງ
ໂດຍ: ສົມສັກ ຂັນດາວົງ (www.facebook.com/adminxieng)

B-22815-TransAsia-Airways-ATR-72_PlanespottersNet_447973 RDPL-34222-Lao-Airlines-ATR-72_PlanespottersNet_325530

ໄລຍະ 2 ປີຕິດຕໍ່ກັນມາ (2013-2014) ຂ່າວເລື່ອງຍົນຕົກຂ້ອນຂ້າງຈະໜາຫູພໍສົມຄວນ ທັງພາຍໃນແລະຕ່າງປະເທດ ຖີ່ທີ່ສຸດກໍແມ່ນໄລຍະເດືອນ ກໍລະກົດ 2014 ນີ້ ພາຍໃນເດືອນດຽວຍົນຕົກເຖິງ 5 ຄັ້ງ ເປັນຍົນເຮລິຄັອບເຕີ 3 ລຳ (ວັນທີ 7 ຢູ່ຫວຽດນາມ, ວັນທີ 14 ຢູ່ກຳປູເຈຍ ແລະ ວັນທີ 16 ຢູ່ເກົາຫຼີໃຕ້) ແລະຍົນໂດຍສານອາຍພົ່ນ 2 ລຳ (ວັນທີ 17 ຢູ່ຢູເຄຣນ ແລະວັນທີ 23 ຢູ່ໄຕ້ຫວັນ).
ເຮືອບິນ ATR-72 ເປັນໜຶ່ງໃນເຮືອບິນໂດຍສານໄລຍະສັ້ນທີ່ໄດ້ຮັບຄວາມນິຍົມຫຼາຍໃນສາຍການບິນຕ່າງໆ ຕັ້ງແຕ່ສາຍການບິນຊັ້ນນຳໄປຈົນເຖິງສາຍການບິນຂະໜາດນ້ອຍ ເຊັ່ນ ສາຍການບິນລາວ, ສາຍການບິນນົກແອ ໄທ, ສາຍການບິນບາງກອກແອເວ ໄທ, ສາຍການບິນອັງກໍແອ ກຳປູເຈຍ, ອິນໂດເນເຊຍ, ຫວຽດນາມ, ຈີນໄຕ້ຫວັນ… ນອກຈາກນັ້ນແລ້ວຍັງໃຊ້ໃນການທະຫານ ເຊັ່ນ ກອງທັບອາກາດຕວກກີ, ກອງທັບອາກາດປາກິສຖານ ແລະກອງທັບອາກາດໄທ ເປັນຕົ້ນ.
ເຮືອບິນໂດຍສານແບບ ATR-72 ສ້າງຂຶ້ນໂດຍບໍລິສັດ Aerospatiale Marta ຈາກປະເທດຝຣັ່ງ ແລະບໍລິສັດ Alenia Aerospazio ຈາກປະເທດອີຕາລີ ATR ເປັນເຮືອບິນແບບສອງເຄື່ອງຈັກ ຊະນິດໃບພັດປີກສູງ ATR 72 ສ້າງຈາກຕົ້ນແບບຂອງ ATR42 ດ້ວຍການຕໍ່ລຳຍົນອອກໄປອີກ 4.5 ແມັດ ແລະບັນຈຸຜູ້ໂດຍສານເພິ່ມເປັນ 64-72 ບ່ອນນັ່ງ ( ATR 42 ບັນຈຸຜູ້ໂດຍສານໄດ້ພຽງ 42-50 ບ່ອນນັ່ງ) ATR-72 ເປັນເປັນເທື່ອທຳອິດເມື່ອວັນທີ 27 ຕຸລາ 1988 ໄດ້ຮັບໃຜອະນຸຍາດຈາກລັດຖະບານຝຣັ່ງແລະສະຫະລັດ ເມື່ອທ້າຍປີ 1989 ສາຍການບິນນຳມາໃຫ້ບໍລິການໃນວັນທີ 27 ຕຸລາ 1989 (ATR-42 ບິນເທື່ອທຳອິດ ເມື່ອເດືອນສິງຫາ 1984).
ອຸບັດເຫດຂອງເຮືອບິນ ATR-72 ຄັ້ງໃຫຍ່ໆ ມີຈຳນວນທັງໝົດ 13 ຄັ້ງ ມີຜູ້ເສຍຊີວິດລວມ 308 ຄົນ (ລວມທັງຄັ້ງຫຼັງສຸດທີ່ເກີດຂຶ້ນ ທີ່ຈີນໄຕ້ຫວັນ ເມື່ອວັນທີ 23 ກໍລະກົດ 2014 ນີ້).

1. ເທື່ອທຳອິດເມື່ອວັນທີ 31 ຕຸລາ.1994 ເຮືອບິນ ATR 72-212 ຂອງສາຍການບິນອາເມລິກາ ອີເກີລ ທ່ຽວບິນ 4184 ຕົກ ມີຜູ້ເສຍຊີວິດ 68 ຄົນ ໂດຍສາເຫດແມ່ນຍ້ອນນ້ຳກ້ອນຈັບປີກເຮືອບິນ.

2. ເທື່ອຕໍ່ມາເກີດຂຶ້ນເມື່ອວັນທີ 21 ທັນວາ 2002 ສາຍການບິນທຣານເອເຊຍ (TNA) ທ່ຽວບິນສົ່ງສິນຄ້າ 791 ເປັນເຮືອບິນ ATR 72-200 ຕົກໃນລະຫວ່າງການເດິນທາງຈາກໄທເປ ໄປມາເກົ໊າ ເນື່ອງຈາກນ້ຳກ້ອນຈັບໂຕກັບສ່ວນຂອງເຮືອບິນ ເຮັດໃຫ້ເສຍການຊົງໂຕ ມີຜູ້ເສຍຊີວິດ 2 ຄົນ ເປັນນັກບິນແລະຜູ້ຊ່ວຍນັກບິນ.

3. ເກີດຂຶ້ນເມື່ອ ເດືອນສິງຫາ 2005 ເຮືອບິນ ATR 72-202 ຂອງທູນິເຕີ ທ່ຽວບິນ 1153 ເສັ້ນທາງເມືອງບາຣີ່ ໃນອິຕາລີໄປ ເຊີບາ ປະເທດຕູເນເຊຍ ຕົກໃນທະເລເມດິເຕລານຽນ ໄກຈາກເມືອງພາເລໂມໂປໄປ 29 ກິໂລແມັດ, ຄົນເທິງເຮືອບິນ 29 ຄົນ ເສຍຊີວິດທັງໝົດ ໂດຍສາເຫດມາຈາກນ້ຳມັນໝົດ ເພາະຕິດຕັ້ງເຄື່ອງແທກນ້ຳມັນຜິດລຸ່ນ ເຮັດໃຫ້ປະລິມານນ້ຳມັນບໍ່ພໍທີ່ຈະບິນໄປເຖິງຈຸດໝາຍ.

4. ເກີດຂຶ້ນເມື່ອ ວັນທີ 24 ສິງຫາ 2008 ເຮືອບບິນ ATR 72-500 ຂອງແອໂດໂລມິຕິ ເສັ້້ນທາງ ມິວນິກ ເຢຍລະມັນໄປ ໂບໂລນຍາ ອິຕາລີ ນັກບິນຍົກເລີກການແລ່ນຂຶ້ນເນື່ອງຈາກມີສັນຍານໄຟໄໝ້ ຜູ້ໂດຍສານແລະຈຸບິນ 60 ຄົນແລ່ນອອກຈາກເຮືອບິນທີ່ກຳລັງໄໝ້ໄດ້ທັນ ບໍ່ມີຜູ້ເສຍຊີວິດ.

5. ເກີດຂຶ້ນເມື່ອເດືອນ ສິງຫາ 2009 ເຮືອບິນ ATR 72-212A ຂອງສາຍການບິນບາງກອກແອເວ ທ່ຽວບິນ 266 ມື່ນໄຫຼອອກນອກທາງແລ່ນໄປຕຳກັບຫໍບັງຄັບການບິນສະໜາມບິນເກາະສະໝຸຍ ນັກບິນເສຍຊີວິດ ຜູ້ໂດຍສານໄດ້ຮັບບາດເຈັບ 10 ຄົນ.

6. ເກີດຂຶ້ນເມື່ອເດືອນ ພະຈິກ 2010 ເຮືອບິນ ATR-72-212 ສາຍການບິນຟິງຟິດເຊີ ທ່ຽວບິນ 4124 ຖະໄຫຼອອກນອກທາງແລ່ນຂະນະທີ່ເຈີດລົງຈອດຢູ່ສະໜາມບິນນານາຊາດ Chhatrapati Shivaji ເຮືອບິນໄປຢຸດຢູ່ໄກຈາກຖັງນ້ຳມັນຍົນພຽງບໍ່ທໍ່ໃດແມັດ ຜູ້ໂດຍສານແລະຈຸບິນ 46 ຄົນໜີອອກມາໄດ້ປອດໄພ.

7. ເກີດຂຶ້ນເມື່ອວັນທີ 4 ພະຈິກ 2010 ເຮືອບິນ ATR 72-212 ຂອງສາຍການບິນ ແອໂຣ ຄາລິບບຽນ ທ່ຽວບິນ 883 ເສັ້ນທາງ ຊານດິອາໂກເດິກຸຍບາ ໄປຍັງນະຄອນຫຼວງ ຮາວານາ ຕົກຢູ່ທີ່ເມືອງກົວຊິມັລ ປະເທດກຸຍບາ ໂດຍຜູ້ໂດຍສານແລະຈຸບິນເສຍຊີວິດທັງໝົດ 68 ຄົນ.

8. ເກີດຂຶ້ນເມື່ອເດືອນກໍລະກົດ 2011 ເຮືອບິນ ATR-72-212 ທະບຽນ EI-SLM ຂອງສາຍການບິນ Aer Arann ຂາຈັບລໍ້ຫັກໃນຂະນະລົງຈອດທີ່ສະໜາມບິນນານາຊາດ ແຊນນອນ ທີ່ໄອແລນ ຫຼັງຈາກທີ່ບິນມາຈາກສະໜາມບິນເມືອງແມນເຊສເຕີ ຜູ້ໂດຍສານ 21 ຄົນ ແລະຈຸບິນ 4 ຄົນປອດໄພ.

9. ເກີດຂຶ້ນເມື່ອ 2 ກຸມພາ 2012 ເຮືອບິນ ATR-72-212A ຂອງສາຍການບິນ Carpatair ຮ່ວມກັບສາຍການບິນອະລິຕາເລຍ ເດິນທາງຈາກເມືອງປີຊາ ໄດ້ຕົກໃນຂະນະທີ່ກຳລັງລົງຈອດທີ່ສະໜາມບິນລິໂອນາໂນ ດາວິນຊີ ຟີອູມິຊິໂນ ໃນນະຄອນຫຼວງໂຣມ ຜູ້ໂດຍສານເຈັບ 16 ຄົນ ສາຫັດ 2 ຄົນ ໜຶ່ງໃນນັ້ນເປັນຜູ້ຊ່ວຍນັກບິນ ເຫດຄັ້້ງນີ້ເຮືອບິນທີ່ເຄີຍທາສີຂາວ, ຂາວຂຽວ ແລະແດງແບບສາຍການບິນອະລິຕາເລຍ ໄດ້ຖືກທາທັບເປັນສີຂາວລ້ວນໃນເຊົ້າມື້ຕໍ່ມາ ໃນຂະນະທີ່ລໍຖ້າການກູ້ເຄື່ອງບິນອອກຈາກຂ້າງທາງແລ່ນຂຶ້ນຂອງຍົນ.
10. ເກີດຂຶ້ນເມື່່ອວັນທີ 13 ກຸມພາ 2012 ເຮືອບິນ ATR-72-200 ຂອງເດນິດແອທຣານສະປອດ ທ່ຽວບິນທີ່ DX627 ເດິນທາງຈາກເມືອງເບີເກນ ໄປຍັງ ໂມສ ໃນນະຄອນຫຼວງອອສໂລ ເກີດບັນຫາລໍ້ໜ້າໃສຂະນະລົງຈອດ ນັກບິນລົງຈອດສຸກເສີນ ຄົນເທິງຍົນ 16 ຄົນ ໜີອອກມາໄດ້ປອດໄພ.

11. ເກີດເມື່ອ ວັນທີ 2 ເມສາ 2012 ເຮືອບິນ ATR-72-201 ສາຍການບິນ UTair ທ່ຽວບິນ 120 ຕົກ ຫຼັງຈາກແລ່ນຂຶ້ນຈາກສະໜາມບິນນານາຊາດ ໂຣສຊິໂນ ທາງຕາເວັນຕົກຂອງປະເທດເຊີເບຍ ມີຜູ້ໂດຍສານທັງໝົດ 49 ຄົນ ເສຍຊີວິດ 39 ແລະລອດຊີວິດ 10 ຄົນ ສາເຫດຍັງບໍ່່ຮູ້ເທື່ອ.

12. ເກີດຂຶ້ນເມື່ອວັນທີ 16 ຕຸລາ 2013 ເຮືອບິນ ATR-72-600 ຂອງສາຍການບິນລາວທ່ຽວບິນ 301 ເດິນທາງຈາກສະໜາມບິນວັດໄຕ ນະຄອນຫຼວງວຽງຈັນ ລົງໄປປະສົບອຸບັດເຫດໃນຂະນະກຳລັງລົງຈອດທີ່ສະໜາມບິນ ເມືອງປາກເຊ ແຂວງຈຳປາສັກ ເສຍຊີວິດ 49 ຄົນ. ສ່ວນສາເຫດຂອງການຕົກນັ້ນເບື້ອງຕົ້ນສັນນິຖານວ່າເປັນຍ້ອນມີລົມພາຍຸພັດມາຢ່າງແຮງ ແລ້ວນັກບິນພະຍາຍາມເອົາເຮືອບິນລົງເປັນຄັ້ງທີສອງ ແຕ່ຖືກລົມຕີອອກນອກທາງແລ່ນ ຈຶ່ງຕັດສິນໃຈເອົາເຮືອບິນຂຶ້ນ ເປັນເຫດໃຫ້ຫາງເຮືອບິນຟາດໃສ່ສະໜາມບິນ ເຮັດໃຫ້ເກີດໄຟໄໝ້ ແລະລະເບີດຂຶ້ນໃນຂະນະທີ່ຍົນກຳລັງເຈີດລົງໃສ່ແມ່ນ້ຳຂອງທາງເລືອກສຸດທ້າຍ. ແນວໃດກໍດີລາຍລະອຽດຂອງສາເຫດການເກີດອຸບັດເຫດຍັງບໍ່ໄດ້ຮັບການເປີດເຜີຍຈາກຂັ້ນເທິງເທື່ອ.

ຂ່າວແຈ້ງອີກວ່າເຮືອບິນ ຂອງສາຍການບິນລາວທ່ຽວນີ້ຖືກເລື່ອນມາຈາກວັນທີ 15 ຕຸລາ 2013 ເນື່ອງຈາກສະພາບອາກາດບໍ່ດີ ມີຝົນແລະລົມແຮງ.

13. ຫຼ້າສຸດແມ່ນເກີດຂຶ້ນໃນວັນທີ 23 ກໍລະກົດ 2014 ນີ້ ເຮືອບິນ ATR-72-500 ຂອງສາຍການບິນທຣານເອເຊຍ ທ່ຽວບິນ ລົງຈອດຟາດໃສ່ພື້ນໃກ້ກັບສະໜາມບິນໝ່າກົງ ເທິງເກາະເຜິງຫູ່ ຂອງໄຕ້ຫວັນ ເຮັດໃຫ້ເຮືອບິນມີໄຟລຸກໄໝ້ ມີຜູ້ເສຍຊີວິດ 51 ຄົນ ລອດຊີວິດ 7 ຄົນ.

ທ່ຽວບິນດັ່ງກ່າວມີກຳນົດຂຶ້ນບິນຈາກສະໜາມບິນສ່ຽວກັງ ໃນເມືອງເກົາສົງ ທາງພາກຕາເວັນຕົກສຽງໃຕ້ຂອງເກາະໄຕ້ຫວັນ ເມື່ອເວລາ 16 ໂມງ 00 ນາທີ, ແຕ່ວ່າບໍ່ສາມາດຂຶ້ນບິນໄດ້ ເນື່ອງຈາກພາຍຸໄຕ້ຝຸ່ນມັດໂມ ເຮັດໃຫ້ກ່ວາຈະບິນຂຶ້ນໄດ້ ກໍເລື່ອນໄປເປັນເວລາ 17 ໂມງ 43 ນາທີ.

ສິ່ງທີ່ໜ້າສົນໃຈທີ່ສຸດແມ່ນ ຍົນໂດຍສານທີ່ຕົກໃນເຂດປົກຄອງຕົນເອງໄຕ້ຫວັນ ປະເທດຈີນ ຫຼັງສຸດເມື່ອວັນທີ 23 ກໍລະກົດ 2014 ກັບຍົນໂດຍສານຂອງສາຍການບິນລາວທີ່ຕົກຢູ່ປາກເຊ ເມື່ອວັນທີ 16 ຕຸລາ 2013 ແມ່ນເປັນຍົນຊະນິດດຽວກັນ ຄື ATR 72 ແລະຕົກໃນສະພາບແວດລ້ອມທີ່ຄືກັນ ແລະໄດ້ເລື່ອນເວລາຂຶ້ນບິນເຊັ່ນດຽວກັນ.
ຫຼືວ່າຍົນຊະນິດນີ້ອາດຈະບໍ່ເໝາະສົມທີ່ຈະຂຶ້ນບິນໃນເວລາມີຝົນຕົກແລະລົມພັດແຮງບໍ?. ຫຼືເປັນນຳການຕັດສິນໃຈທີ່ຜິດພາດຂອງຜູ້ບັນຊາການບິນ ແລະກະໂຕຂອງນັກບິນເອງຫຼືບໍ່?

ຂອບໃຈບົດຈາກ: ເພຈ ວາລະສານມະຫາຊົນ

 

ບົດຄວາມຫຼ້າສຸດ

ຈັບສາຍປາຕີ້ຄໍລະເຈັ້້ນ 9 ຄົນ ຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ.

ປກສ ແຂວງບໍ່ແກ້ວ ມ້າງຄະດີແກ້ງມົ້ວສຸ່ມຢາເສບຕິດ ຈຳນວນ 9 ຄົນ ຈັດປາຕີ້ຄໍລະເຈັ້ນ ຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ. ໃນຄັ້ງວັນທີ 26 ມີນາ 2025 ຜ່່ານມາ,...

ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ໃນການອຳນວຍຄວາມສະດວກ ໃນໄລຍະປີໃໝ່ລາວ 2025

ເພື່ອສະກັດກັ້ນອຸບັດເຫດ ກົມຕຳຫຼວດຈະລາຈອນ ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ຕັ້ງຈຸດກວດກາ 143 ຈຸດ ຕາມແຕ່ລະເສັ້ນທາງ ໄລຍະປີໃໝ່ລາວ. ທ່ານ ພັອ ຄໍາສອນ ສີດາວົງ ຫົວໜ້າກົມຕຳຫລວດຈະລາຈອນ,...

ລະທຶກ! ເຮືອສະປີດໂບ໊ດເກີດໄຟໄໝ້ກາງທະເລອັນດາມັນ ປະເທດໄທ

ເລັ່ງອົບພະຍົບຜູ້ໂດຍສານ ຈາກເຫດໄຟໄໝ້ເຮືອສະປີດໂບ໊ດ ບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ. ສຳນັກຂ່າວຕ່າງປະເທດລາຍງານ ເຫດໄຟໄໝ້ເຮືອສະປີດໂບ໊ດບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ ໃນເວລາປະມານ 09:10 ນາທີ ຂອງວັນທີ 1 ເມສາ...

ເພີ່ມຂຶ້ນຕໍ່ເນື່ອງເຫຍື່ອແຜ່ນດິນໄຫວທີ່ມຽນມາ ຫຼ້າສຸດມີຜູ້ເສຍຊີວິດກວ່າ 2,056 ຄົນ

ສະຖານະການແຜ່ນດິນໄຫວໃນມຽນມາຍັງໜ້າເປັນຫ່ວງ ເຈົ້ານ້າທີ່ຕ້ອງເລັ່ງທຳການຄົ້ນຫາ ແລະ ຊ່ວຍຜູ້ລອດຊີວິດອອກມາຈາກໃຕ້ຊາກອາຄານ ຫຼັງຈາກ້າວເຂົ້າສູ່ມື້ທີ 4 ນັບຕັ້ງແຕ່ເກີດເຫດເມື່ອວັນທີ 28 ມີນາ 2025. ສຳນັກຂ່າວຕ່າງປະເທດລາຍນງານໃນວັນທີ 1 ເມສາ 2025 ນີ້,...