spot_img
Homeຂ່າວຕ່າງປະເທດຈີນ - ອີຣ່ານ ແລະ ຊາດພັນທະມິດເອີຣົບ ອັດໜ້າອາເມຣິກາ "ມືຖືສາກປາກຖືສິນ" ຫລັງ CIA ຖືກເສຍລັບ!

ຈີນ – ອີຣ່ານ ແລະ ຊາດພັນທະມິດເອີຣົບ ອັດໜ້າອາເມຣິກາ “ມືຖືສາກປາກຖືສິນ” ຫລັງ CIA ຖືກເສຍລັບ!

Published on

cia

 

ສະຫະລັດອາເມຣິກາ ຖືກອັດໜ້າຫງາຍ ຫລັງຈີນ ແລະ ອີຣ່ານ ຕະຫລອດເຖິງບັນດາປະເທດພັນທະມິດຂອງຕົນ ພ້ອມ

ທັງອົງກອນສິດທິມະນຸດຈາກທົ່ວໂລກ ໄດ້ເຂົ້າຄິວກ່າວປະນາມວ່າ ເປັນພວກມືຖືສາກປາກຖືສິນ ຫລັງຖືລ້ວງຄວາມລັບ

ທໍລະມານຜູ້ຕ້ອງສົງໄສກໍ່ການຮ້າຍຢ່າງໂຫດຫ້ຽມປ່າເຖື່ອນ.

 

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 11 ທັນວາຜ່ານມານີ້ວ່າ ຫລັງຈາກທີ່ຄະນະກຳມາທິການການຂ່າວ ຂອງວຸດທິ

ສະພາສະຫະລັດອາເມຣິກາ ໄດ້ເອົາບົດລາຍງານເປີດເຜີຍຄວາມລັບຂອງ CIA ອອກມາເຜີຍແຜ່ ໃນມື້ວັນທີ 9 ທັນວາທີ່

ຜ່ານມານີ້ ກ່ຽວກັບການທໍລະມານຜູ້ຕ້ອງສົງໄສ ດ້ວຍຫລາຍຮູບແບບວິທີການອັນສຸດປ່າເຖື່ອນ ເຊິ່ງລະເມີດຕໍ່ສົນທິສັນ

ຍາສາກົນວ່າດ້ວຍສິດທິມະນຸດ ອັນໄດ້ເຮັດໃຫ້ເກີດມີຫາງສຽງວິພາກວິຈານ ແລະ ກ່າວປະນາມສະຫະລັດອາເມຣິກາ ຈາກ

ປະຊາຄົມໂລກ ຢ່າງສ້າງຄວາມອັບອາຍຂາຍໜ້າໃຫ້ແກ່ສະຫະລັດເອງ ໃນຖານະທີ່ເປັນຕົວຕັ້ງຕົວຕີງ ຖືຕົນເປັນຜູ້ພິທັກ

ສິດທິມະນຸດຂອງໂລກມາຕັ້ງແຕ່ດົນແຕ່ນານ.

 

ແຫລ່ງຂ່າວລາຍງານວ່າ ໃນມື້ວັນພຸດທີ 10 ທັນວາຜ່ານມານີ້ ທ່ານ ແຟຣັງ ວໍເຕີ ສະໄຕໄມເອີ ລັດຖະມົນຕີການຕ່າງປະ

ເທດຂອງເຢຍລະມັນ ເຊິ່ງຖືວ່າເປັນພັນທະມິດຊາດເອີຣົບໃກ້ຊິດຂອງສະຫະລັດ ກໍໄດ້ອອກມາວິພາກວິຈານວ່າ ” ການລະ

ເມີດເສລີພາບ ແລະ ປະຊາທິປະໄຕຢ່າງຮຸນແຮງແບບນີ້ ຕ້ອງບໍ່ເກີດຂຶ້ນອີກ  ” ພ້ອມທັງຍັງໄດ້ບົ່ງຊີ້ບອກວ່າ ຊາດພັນທະ

ມິດເອີຣົບ ລຳບາກໃຈກັບພຶດຕິກຳຂອງວໍຊິງຕັນ.

 

ດ້ານມະຫາອຳນາດຊີກໂລກຕາເວັນອອກຢ່າງ ສປ ຈີນ ທ່ານ ຫົງ ເລີ່ຍ ໂຄສົກກະຊວງການຕ່າງປະເທດຈີນກໍໄດ້ອອກມາ

ຖະແຫລງວ່າ ” ອາເມຣິກາ ຄວນແກ້ໄຂພຶດຕິກຳ ເຄົາລົບ ແລະ ປະຕິບັດຕາມກົດຂອງອະນຸສັນຍາລະຫວ່າງປະເທດ ”

 

ເຊັ່ນດຽວກັນກັບປະເທດອີຣ່ານ ທ່ານ ຢາຕອນລາ ອາລີ ຄາເມເນອີ ຜູ້ນຳສູງສຸດຂອງອີຣ່ານ ໄດ້ໂພສຕ໌ທາງທະວີດເຕີຕົນ

ເອງວ່າ ” ອາເມຣິກາ ເປັນສັນຍາລັກຂອງປະຕິການ ທີ່ລະເມີດສິດທິມະນຸດ ເຊິ່ງບໍ່ສະເພາະແຕ່ເລື່ອງໂຄງການທໍລະມານ

ນັກໂທດຂອງ CIA ນີ້ເທົ່ານັ້ນ, ແຕ່ຍັງລວມເຖິງໜ່ວຍງານບັງຄັບໃຊ້ກົດໝາຍອື່ນໆພາຍໃນປະເທດ ”

 

ທາງດ້ານໂປໂລຍ ເຊິ່ງເປັນປະເທດທີ່ມີຄຸກລັບຂອງ CIA ຕັ້ງຢູ່ ແລະ ເປັນສະຖານທີ່ເຊິ່ງນັກໂທດ ຖືກບັງຄັບຂົ່ມຂູ່ ແລະ

ລ່ວງລະເມີດດ້ວຍວິທີທີ່ໂຫດຫ້ຽມຕ່າງໆນັ້ນ, ທ່ານ ອາເລັກຊານເດີ້ ເຄວາສນິວສະກີ້ ອະດີດຜູ້ນຳໂປໂລຍ ກໍໄດ້ຖະແຫລງ

ວ່າ ໃນຂະນະທີ່ເຂົາກຳລັງດຳລົງຕຳແໜ່ງໃນປີ 2003 ນັ້ນ ເຂົາເຄີຍໄດ້ກົດດັນໃຫ້ ທ່ານ ຈອດ ດັບເບີນຢູ ບຸດ ຜູ້ນຳຂອງ

ອາເມຣິກາໃນຂະນະນັ້ນ ໃຫ້ຢຸດຕິການທໍລະມານນັກໂທດຢູ່ໃນຄຸກລັບ ເຊິ່ງຕໍ່ມາການດຳເນີນການດັ່ງກ່າວ ກໍໄດ້ຢຸດຕິລົງ.

 

ບົດຄວາມຫຼ້າສຸດ

ສົມເດັດພະເທບ ຢ້ຽມຢາມໂຮງຮຽນວັດທະນະທໍາປ້ອງກັນຄວາມສະຫງົບ ທີ່ແຂວງວຽງຈັນ.

ສົມເດັດພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບພະຣັດຣາດສຸດາ ສະຫຍາມບໍຣົມມະຣາດຊະກຸມາຣີ ແຫ່ງຣາຊະອານາຈັກໄທ ຢ້ຽມຢາມໂຮງຮຽນວັດທະນະທໍາ ປກສ ຕອນບ່າຍວັນທີ 23 ເມສາ 2025 , ສົມເດັດພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບພະຣັດຣາດສຸດາ ສະຫຍາມບໍຣົມມະຣາດຊະກຸມາຣີ ແຫ່ງ...

ພິທີເຄື່ອນຍ້າຍອັດຖິຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ

ເຄື່ອນຍ້າຍອັດຖິ ພົນເອກ ຄຳໄຕ ສີພັນດອນ ໄປສະຖິດຢູ່ ສຸສານນັກຮົບປະຕິວັດແຫ່ງຊາດ ພິທີເຄື່ອນຍ້າຍອັດຖິຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດ ແຫ່ງ ສາທາລະນະລັດ...

ມອບ-ຮັບງົບປະມານ ໃນການສ້ອມແປງເສັ້ນທາງ 16B ໄລຍະທາງ 8 ກິໂລແມັດ

ກຽມສ້ອມແປງເສັ້ນທາງ 16B ດ້ວຍງົບປະມານມູນຄ່າ 445.053,17 ໂດລາສະຫະລັດ ໃນວັນທີ 22 ເມສາ ນີ້ ທີ່ຫ້ອງປະຊຸມ ພະແນກໂຍທາທິການ ແລະ ຂົນສົ່ງແຂວງເຊກອງ ໄດ້ມີພິທີມອບ-ຮັບງົບປະມານ ໃນການສ້ອມແປງເສັ້ນທາງ...

ກອງປະຊຸມສະຫຼຸບວຽກງານຮອບດ້ານ ປະຈຳປີ 2024 ແລະ ທິດທາງແຜນວຽກງານຈຸດສຸມ ປີ 2025.

ຫສນຍ ຈັດກອງປະຊຸມສະຫຼຸບວຽກງານຮອບດ້ານ ປະຈຳປີ 2024 ແລະ ທິດທາງແຜນວຽກງານຈຸດສຸມ ປີ 2025. ໃນຕອນເຊົ້າວັນທີ 21 ເມສາ 2025 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມສະຫຼຸບການນໍາພາ-ຊີ້ນໍາວຽກງານຮອບດ້ານ...