spot_img
Homeຂ່າວການສຶກສາສປ ຈີນ ໃຫ້ທຶນການສຶກສາ ແກ່ນັກສຶກສາລາວ

ສປ ຈີນ ໃຫ້ທຶນການສຶກສາ ແກ່ນັກສຶກສາລາວ

Published on

china embassy

 

ສະຖານທູດຈີນປະຈຳລາວ ໄດ້ມອບທຶນການສຶກສາໃຫ້ນັກສຶກສາລາວເປັນຄັ້ງທໍາອິດມູນຄ່າ 256 ລ້ານກີບ, ໂດຍຜູ້ທີ່ໄດ້ຮັບທຶນ ແມ່ນນັກສຶກສາປີທີ 1 ທີມີຜົນການຮຽນລະດັບເກັ່ງ, ມີການປະພຶດດີ, ຖານະຄອບຄົວທຸກຍາກ ແລະ ມາຈາກຕ່າງແຂວງຈຳນວນ 32 ຄົນ ຍິງ 14 ຄົນ, ໂດຍໄດ້ຮັບຜູ້ລະ 8 ລ້ານກີບ ເພື່ອນໍາໃຊ້ເຂົ້າໃນການສຶກສາຮໍ່າຮຽນ ຕະຫຼອດໄລຍະ 4 ປີ.

ພິທີມອບ-ຮັບທຶນການສຶກດັ່ງກ່າວ ໄດ້ມີຂຶ້ນໃນວັນທີ 8 ມັງກອນນີ້, ຢູ່ມະຫາວິທະຍາໄລແຫ່ງຊາດ ໂດຍການເຂົ້າຮ່ວມຂອງ ທ່ານ ກົ່ວຫົວ ປິງ ເອກອັກຄະລັດຖະທູດ ສປ ຈີນ ປະຈຳລາວ ແລະ ທ່ານ ສຈ ດຣ ສຸກກົງແສງ ໄຊຍະເລີດ ອະທິການບໍດີມະຫາວິທະຍາໄລແຫ່ງຊາດ ພ້ອມດ້ວຍບັນດາຄູອາຈານ ແລະ ນັກສຶກສາຜູ້ທີ່ໄດ້ຮັບທຶນເຂົ້າຮ່ວມ.

ທ່ານອະທິການບໍດີມະຫາວິທະຍາໄລແຫ່ງຊາດກ່າວວ່າ:  ທຶນການສຶກສາດັ່ງກ່າວ ແມ່ນມີຄວາມສຳຄັນປະກອບສ່ວນຊຸກຍູ້ສົ່ງເສີມ ການພັດທະນາຊັບພະຍາກອນມະນຸດໃນລາວ ແລະ ເປັນການເພີ່ມທະວີຮ່ວມມືການພົວພັນລະຫວ່າງສອງຊາດລາວ-ຈີນ ໃຫ້ມີບາດກ້າວຂະຫຍາຍຕົວ, ຊຶ່ງປັດຈຸບັນ ການສຶກສາຂອງລາວມີການພັດທະນາດີຂຶ້ນເທື່ອລະກ້າວ, ນັກສຶກສາຈຳນວນໜຶ່ງ ແມ່ນຮຽນເກັ່ງແຕ່ກໍມີຖານະຄອບຄົວທຸກຍາກ, ເປັນຕົ້ນແມ່ນນັກສຶກສາທີ່ມາຈາກຕ່າງແຂວງ, ສະນັ້ນ ທຶນການສຶກສາຄັ້ງນີ້ ຈະຊ່ວຍໃຫ້ນັກສຶກສາທີ່ໄດ້ຮັບທຶນໄດ້ຮຽນສາຂາວິຊາຊີບ ແລະ ຊ່ວຍເຕີມຄວາມຟັນໃຫ້ແກ່ພວກເຂົາເຈົ້າ ເພື່ອນຳເອົາຄວາມຮູ້ມາພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງໃນອະນາຄົດຂ້າງຫນ້າ.

 

ແຫລ່ງ​ຂ່າວ: ລາວ​ພັດ​ທະ​ນາ

 

ບົດຄວາມຫຼ້າສຸດ

ໄທຜ່ານແລ້ວ! ກົດໝາຍສົມລົດເທົ່າທຽມ ສາມາດຈົດທະບຽນສົມລົດໄດ້ໃນຕົ້ນປີ 2025

ອີງຕາມສຳນັກຂ່າວ BBC ລາຍງານໃນວັນທີ 25 ກັນຍາ 2024 ນີ້ວ່າ ເວັບໄຊ້ ຣາຊກິດຈານຸເບກສາ ປະກາດ ກົດໝາຍສົມລົດເທົ່າທຽມ ມີຜົນບັງຄັບໃຊ້ 120 ວັນຫຼັງປະກາດ...

ສະພາບອາກາດປະຈຳວັນທີ 25 ກັນຍາ 2024

ຮ່ອງຄວາມກົດດັນອາກາດຕໍ່າຍັງສືບຕໍ່ພັດຜ່ານຢູ່ພາກກາງຂອງປະເທດ ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມ ເຊິ່ງຈະເຮັດໃຫ້ຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ ໃນລະດັບຄ່ອຍຫາປານກາງຢູ່ເກືອບທົ່ວໄປໃນແຕ່ລະພາກ ແລະ ຈະຕົກໜັ້ກຢູ່ບາງທ້ອງຖິ່ນພາກກາງພ້ອມມີລົມພັດແຮງບາງໂອກາດ (ອ່ານເພິ່ມລຸ່ມນີ້)

ແຂວງຢຸນນານ ສປ ຈີນ ມອບເຄື່ອງຊ່ວຍເຫຼືອ ແກ່ແຂວງບໍ່ແກ້ວ ມູນຄ່າ 70 ລ້ານກີບ

ວັນທີ 24 ກັນຍາ 2024 ນີ້, ທ່ານ ຢວນຢາພິງ ຫົວໜ້າ ກອງບັນຊາການຕໍາຫຼວດນໍ້າ ແຂວງຢູນນານ ສປ ຈີນ ພ້ອມຄະນະ ໄດ້ນຳເອົາເຂົ້າສານ,...

ກຽມເປີດລົດເມໂດຍສານລະຫວ່າງປະເທດ ອຸດອນ-ໜອງຄາຍ-ວັງວຽງ

ບໍລິສັດຂົນສົ່ງ (ບກສ) ຂອງປະເທດໄທ ກຽມເປີດແລ່ນລົດເມ ເສັ້ນທາງ ອຸດອນ-ສະໜາມບິນອຸດອນ-ໜອງຄາຍ-ວັງວຽງ ເພື່ອອໍານວຍຄວາມສະດວກ ໃຫ້ບັນດານັກທ່ອງທ່ຽວ ແລະ ມີແຜນສຶກສາ ເສັ້ນທາງໃໝ່ ອີກ 5 ເສັ້ນທາງ...