spot_img
Homeຂ່າວຕ່າງປະເທດປັກກິ່ງຢຸດຂາຍປາແຊວມອນ ຫຼັງພົບເຊື້ອໂຄວິດ-19 ຢູ່ຂຽງຄົວປາໃນຕະຫຼາດຂາຍສົ່ງ

ປັກກິ່ງຢຸດຂາຍປາແຊວມອນ ຫຼັງພົບເຊື້ອໂຄວິດ-19 ຢູ່ຂຽງຄົວປາໃນຕະຫຼາດຂາຍສົ່ງ

Published on

ສຳນັກຂ່າວ thairath ລາຍງານໃຫ້ຮູ້ວ່າ ຫ້າງຊັບພະສິນຄ້າໃຫຍ່ໃນນະຄອນຫຼວງປັກກິ່ງຫຼາຍແຫ່ງ ຕັດສິນໃຈຢຸດຂາຍຊີ້ນປາແຊວມອນ ໃນວັນທີ 13 ມິຖຸນາ 2020 ທີ່ຜ່ານມາ ຫຼັງຈາກເຈົ້າໜ້າທີ່ກວດພົບເຊື້ອໄວຣັສໂຄວິດ-19 ເທິງຂຽງຄົວປາໃນຕະຫຼາດຂາຍສົ່ງ ຊິນຟາຕີ້ ເຊິ່ງຜູ້ຕິດເຊື້ອຈຳນວນຫຼາຍທີ່ພົບໃນໄລຍະບໍພໍເທົ່າໃດມື້ທີ່ຜ່ານມາ ມີສ່ວນກ່ຽວຂ້ອງກັບສະຖານທີ່ແຫ່ງນີ້ ຈົນເຮັດໃຫ້ເກີດຄວາມກັງວົນວ່າປາແຊວມອນອາດປົນເປື້ອນໄວຣັສນີ້.

ຕະຫຼາດຊິນຟາຕີ້ເປັນຕະຫຼາດຂາຍສົ່ງຜັກ, ໝາກໄມ້, ຊີ້ນສັດ ຂະໜາດໃຫຍ່ທີ່ສຸດໃນປັກກິ່ງທີ່ຕັ້ງຢູ່ເຂດເຟິງໄຖ ກາຍເປັນແຫຼ່ງພົບຜູ້ປ່ວຍຕິດເຊື້ອແບບກ້ອນກຸ່ມແຫ່ງໃໝ່ຂອງປັກກິ່ງ ໂດຍມີຜູ້ຕິດເຊື້ອທີ່ມີຄວາມກ່ຽວຂ້ອງແລ້ວ 45 ຄົນ ຈົນຕະຫຼາດຖືກສັ່ງປິດໃນວັນເສົາ ຂະນະທີ່ທາງການເຂດເຟິງໄຖຕ້ອງບັງຄັບໃຊ້ມາດຕະການປິດເມືອງ.

ທ່ານ ດຣ. ຫຼິນ ຫົວໜ້ານັກວິທະຍາສາດຂອງທີມຜູ້ຕິດຕາມ ແລະ ຄວບຄຸມໂຣກໃນສັດນໍ້າຂອງມົນທົນກວາງຕຸ້ງ ໃຫ້ສຳພາດກັບ ໂກລບອລທາມ ວ່າ ສາມາດທີ່ມີໄວຣັສໂຄວິດ-19 ຢູ່ເທິງຂຽງປາແຊວມອນ ອາດເປັນເພາະປາແຊວມອນແຊ່ແຂງ ໄປສຳພັດກັບເຊື້ອທີ່ປົນເປື້ອນໃນນໍ້າທີ່ໃຊ້ລະຫວ່າງຂະບວນການແປຮູບ, ຂົນສົ່ງ ຫຼື ການບັນຈຸໃນຫີບຫໍ່ກໍ່ອາດຈະເປັນໄປໄດ້.

 

ຮຽບຮຽງຂ່າວ: ພຸດສະດີ

 

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...