spot_img
HomeມູມໄອທີລາວXiaomi ເປີດໂຕ Redmi Note 4 ມາພ້ອມຊິບປະມວນຜົນ 10 ຄໍ ແລະເລີ່ມຕົ້ນພຽງ 1.095.000 ກີບ

Xiaomi ເປີດໂຕ Redmi Note 4 ມາພ້ອມຊິບປະມວນຜົນ 10 ຄໍ ແລະເລີ່ມຕົ້ນພຽງ 1.095.000 ກີບ

Published on

​ຫຼ້າສຸດນີ້ ບໍລິສັດ Xiaomi ໄດ້ເປີດໂຕໂທລະສັບລຸ້ນໃໝ່ຂອງບໍລິສັດທີ່ຈະເຂົ້າມາບຸກຕະຫຼາດສະມາດໂຟນໃນລາຄາປະຢັດ ເຊິ່ງມີນາມວ່າ: Redmi Note 4. ສຳລັບ Xiaomi Redmi Note 4 ມີໄຮໄລ້ເດັ່ນໆກໍຄືໃຊ້ງານຊິບປະມວນຜົນແບບ 10 ຄໍລຸ້ນໃໝ່ຈາກ Mediatek, ໜ້າຈໍ IPS LCD ທີ່ມີໂໝດການໃຊ້ງານໃຫ້ເລືອກໃຊ້ 3 ແບບຄື: Sunscreen, Luminous screen ແລະ Eye mode

ສຳລັບສະເປັກຂອງ Xiaomi Redmi Note 4 ມີດັ່ງນີ້:

  • ໃຊ້ໜ້າຈໍ IPS LCD ຂະໜາດ 5.5 ນິ້ວ, ຄວາມລະອຽດ Full HD (1920 x 1080 ພິກເຊວ) 401ppi
  • ໜ້າຈໍໂຄ້ງ 2.5D ມີ 3 ໂໝດຄື: Sunscreen, Luminous screen ແລະ Eye mode. 
  • ໃຊ້ງານຊິບປະມວນຜົນເດກ້າຄໍ MediaTek Helio X20 64-bit ຄວາມແຮງ 2.1 GHz
  • GPU Mali-T880 MP4
  • RAM 2GB ແລະ 3GB
  • ROM 16GB ແລະ 64GB (ບໍ່ມີຂໍ້ມູນວ່າສາມາດເພີ່ມກາຣ໌ດ microSD ໄດ້)
  • ກ້ອງຫຼັງ 13 ລ້ານພິກເຊວ ມາພ້ອມກັບເຊັນເຊີ້ OV, f/2.0, PDAF ແລະແຟລັດຄູ່ໂທນ LED.
  • ກ້ອງໜ້າ 5 ລ້ານພິກເຊວ ມາພ້ອມໂໝດປັບແຕ່ງ 36 ໂໝດສຳລັບເຊວຟີ້ ແລະວີດີໂອຄໍ
  • ເຊັນເຊີ້ສະແກນນິ້ວ ທີ່ດ້ານຫຼັງເຄື່ອງ
  • ໃຊ້ງານລະບົບ Android 6.0 Marshmallow ຄອບດ້ວຍ MIUI 8
  • ແບັດເຕີຣີ 4100mAh
  • ຮອງຮັບ 2 ຊິມ ແບບ hybrid SIM slot
  • ຮອງຮັບ 4G LTE, 3G, Wi-Fi 802.11 b/g/n, GPS, A-GPS, Bluetooth 4.0, microUSB

ທາງດ້ານໂຕເຄື່ອງແມ່ນມີໃຫ້ເລືອກຢູ່ 3 ສີຄື: ສີເທົາ, ສີຄຳ ແລະສີເງິນ. ສາມາດຊື້ໄດ້ຜ່ານທາງ millet mall, millet home, millet zone, China Mobile ໃນປະເທດຈີນແລະຮ້ານຄ້າອອນລາຍອື່ນໆ ໂດຍເລີ່ມຕັ້ງແຕ່ມື້ອື່ນນີ້ ຫຼືວັນທີ 26 ສິງຫາ. ສຳລັບລາຄາເຄື່ອງແມ່ນມີດັ່ງນີ້:

  • Xiaomi Redmi Note 4 ລຸ້ນ RAM 2GB + ROM 16GB ລາຄາ 899 ຢວນ (1.095.000 ກີບ)
  • Xiaomi Redmi Note 4 ລຸ້ນ RAM 3GB + ROM 64GB ລາຄາ 1199 ຢວນ (1.460.000 ກີບ)

ສຸດທ້າຍນີ້ປິດທ້າຍຂ່າວໄປພ້ອມກັບຮູບຖ່າຍຈາກກ້ອງຫຼັງຂອງ Remi Note 4 ມາເບິ່ງນຳກັນເລີຍ

ສຳລັບທ່ານໃດທີ່ຮັກໃນການອ່ານຂ່າວໄອທີ, ເກມ ແລະ ອະນິເມະ ສາມາດຕິດຕາມໄດ້ທີ່ນີ້ ກົດຖືກໃຈເລີຍ!

ທີ່ມາ:techtoyreviews

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...