WTO ຄາດຄະເນເສດຖະກິດໂລກ 2020 ມີແນວໂນ້ມຫົດຕົວລົງ 9.2%

ອົງການການຄ້າໂລກ (WTO) ເປີດເຜີຍລາຍງານຫຼ້າສຸດວ່າ ປະລິມານການຄ້າໂລກມີແນວໂນ້ມຫົດຕົວລົງ 9.2% ໃນປີ 2020 ກ່ອນທີ່ຈະດີດຕົວຂຶ້ນ 7.2% ໃນປີ 2021.

ເວັບໄຊ bangkokbiznews ລາຍງານວ່າ ຕົວເລກຄາດການຫຼ້າສຸດນີ້ ຍັງເປັນຕົວເລກທີ່ດີກວ່າ WTO ຄາດການໄວ້ໃນເດືອນ ເມສາ ທີ່ຜ່ານມາວ່າ ປະລິມານການຄ້າໂລກໃນປີ 2020 ຈະຫົດຕົວລົງ 13-32% ເນື່ອງຈາກການແຜ່ລະບາດໂຄວິດ-19 ສົ່ງຜົນໃຫ້ກິດຈະການທາງເສດຖະກິດ ແລະ ຊີວິດປະຈຳວັນທົ່ວໂລກຢຸດສະງັກ.

ເຖິງຢ່າງໃດກໍ່ຕາມ, ການຄາດຄະເນຫຼ້າສຸດສຳລັບປີ 2021 ຂອງ WTO ສະແດງໃຫ້ເຫັນທ່າອ່ຽງເຊີງລົບຫຼາຍກວ່າການປະເມີນຄັ້ງກ່ອນ ເຊິ່ງການຄາດຄະເນການເຕີບໂຕໄວ້ທີ່ 21.3% ເຮັດໃຫ້ປະລິມານການຄ້າໃນປີ 2021 ຕໍ່າກວ່າທີ່ຄາດຄະເນໄວ້ກ່ອນເກີດການລະບາດຂອງໂຄວິດ-19, ໂດຍ WTO ເຕືອນວ່າ “ການຟື້ນຕົວອາດຢຸດສະງັກຍ້ອນຜົນກະທົບຈາກໂຣກລະບາດທີ່ກຳລັງເກີດຂຶ້ນ”.

ສຳນັກຂ່າວຊິນຫົວລາຍງານວ່າ ຮອງຜູ້ອຳນວຍການ WTO ທ່ານ ອີ້ ສ່ຽວ ຈຸ່ນ ກ່າວວ່າ ຜົນກະທົບຈາກວິກິດການລະບາດໂຣກໂຄວິດ-19 ທີ່ມີຕໍ່ການຄ້າໃນແຕ່ລະພາກພື້ນແຕກຕ່າງກັນຊັດເຈນ ໂດຍປະລິມານການຄ້າໃນອາຊີ “ຫຼຸດລົງເລັກໜ້ອຍ” ໃນຂະນະທີ່ຢູ່ເອີຣົລ ແລະ ອາເມລິກາເໜືອ “ຫົດຕົວຫຼາຍຂຶ້ນ”.

ຮຽບຮຽງຂ່າວ: ພຸດສະດີ