Homeຂ່າວກິລາສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

Published on

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ປະກາດລາຍຊື່ນັກກິລາຮຸ່ນອາຍຸບໍ່ເກີນ 23 ປີ ເຂົ້າຮ່ວມ ການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ ຈູນ (HA HYEOKJUN) ຄູຝຶກ ທີມຊາດລາວ ສັນຊາດ ສ.ເກົາຫລີ ໄດ້ປະກາດລາຍຊື່ນັກກິລາ 23 ຄົນລຸ່ມນີ້:

ຜູ້ຮັກສາປະຕູ: 1. ກົບ ໂລກພະທິບ ຈາກ ສະໂມສອນ ເອສະຣາ, 2. ສຸລິສັກ ໝັ້ນປະເສີດ ຈາກ ສະໂມສອນ ຈໍາປາສັກ, 3. ສຸລິສັກ ສຸວັນຄຳ ຈາກ ສະໂມສອນ ຈັນທະບູລີ.

ກອງຫຼັງ: 4. ອານັນຕະຊາ ສີພົງພັນ ຈາກ ສະໂມສອນ ເອສະຣາ, 5. ໄຊຍະສຸກ ແກ້ວວິສອນ ຈາກ ສະໂມສອນ ເອສະຣ, 6. ສະເຫຼີມໄຊ ພົມມະວົງ ຈາກ ສະໂມສອນ ເອສະຣາ, 7. ອຸ່ນ ເພັດວົງສາ ຈາກ ສະໂມສອນ ເອສະຣາ, 8. ອາລິຍະກອນ ຟອງສະຫວັນ ຈາກ ສະໂມສອນ ເອສະຣາ, 9. ເພັດດາວັນ ສົມສະນິດ ຈາກ ສະໂມສອນ ມາດສເຕີ້, 10. ຈິດຕະກອນ ວັນນະຈອນ ຈາກ ສະໂມສອນ ຫຼວງພະບາງ, 11. ພູຫຼວງ ວິນນະວົງ ຈາກ ສະໂມສອນ ຈຳປາສັກ.

ກອງກາງ: 12. ສາຍຝົນ ແກ້ວຫານາມ ຈາກ ສະໂມສອນ ເອສະຣາ, 13. ຈັນທະວີໄຊ ຂຸນທຸມພອນ ຈາກ ສະໂມສອນ ເອສະຣາ, 14. ຄຳປານ ດວງວິໄລ ຈາກ ສະໂມສອນ ມາດສເຕີ້, 15. ບຸນແພງ ໄຊສົມບັດ ຈາກ ສະໂມສອນ ຫຼວງພະບາງ, 16. ພຸດທະຈັກ ວົງສິລິ ຈາກ ສະໂມສອນ ຈັນທະບູລີ, 17. ດາຫມົດ ທອງຄຳສະຫວັດ ຈາກ ສະໂມສອນ Thanh Hoa FC ປະເທດຫວຽດນາມ, 18. ຄອນສະຫວັນ ແກ້ວຫນູຈັນ ຈາກ ສະໂມສອນ Rome City Instiute ປະເທດອີຕາລີ.

ກອງຫນ້າ: 19. ປີ້ເຕີ້ ພັນທະວົງ ຈາກ ສະໂມສອນ ເອສະຣາ, 20. ພູສົມບູນ ປັນຍາວົງ ຈາກ ສະໂມສອນ ກອງທັບ, 21. ສົມຫວັງ ຈູມມະລີ ຈາກ ສະໂມສອນ ມັດສະດ້າ ຈີບີ, 22. ອາວິໄລ ສີພາຫວັນ ຈາກ ສະໂມສອນ ພີເອັມ ເຊກອງ, 23. ທະນູສັກ ນັນທະວົງດວງສີ ຈາກ ສະໂມສອນ ເອສະຣາ.

ສຳລັບການແຂ່ງຂັນບານເຕະ ຊາຍຊີງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ASEAN U-23 Mandiri Cup 2025 ແມ່ນຈະຈັດຂຶ້ນຢູ່ທີ່ ນະຄອນຫຼວງ ຈາກາຕາ ປະເທດອິນໂດເນເຊຍ ລະຫວ່າງວັນທີ 15-29 ກໍລະກົດ 2025 ມີ 10 ປະເທດເຂົ້າຮ່ວມ ການແຂ່ງຂັນ ໂດຍໄດ້ແບ່ງອອກເປັນ 3 ກຸ່ມ, ກຸ່ມ 4 ທີມ 1 ກຸ່ມ ແລະ ກຸ່ມ 3 ທີມ 2 ກຸ່ມ ມີດັ່ງນີ້: ກຸ່ມ ເອ: ອິນໂດເນເຊຍ (ເຈົ້າພາບ), ມາເລເຊຍ, ຟີລິບປິນ ແລະ ບຣູໄນ, ກຸ່ມ ບີ: ຫວຽດນາມ, ກຳປູເຈຍ ແລະ ລາວ, ກຸ່ມ ຊີ: ໄທ, ມຽນມາ ແລະ ຕີມໍ ເລສເຕ

ລະບຽບການແຂ່ງຂັນ ແມ່ນຈະແຂ່ງຂັນແບບພົບກັນຫມົດໃນກຸ່ມ ແລະ ຫາທີມທີ່ເປັນແຊ້ມກຸ່ມ ພ້ອມດ້ວຍຮອງແຊ້ມກຸ່ມທີ່ມີຄະແນນດີທີ່ສຸດໃນ 3 ກຸ່ມ ຜ່ານເຂົ້າສູ່ຮອບຮອງຊະນະເລີດ.

ຕາຕະລາງ ການແຂ່ງຂັນຂອງ ທີມຊາດລາວ: ວັນທີ 16/07/2025 ເວລາ 17:00 ກຳປູເຈຍ ພົບ ລາວ ແຂ່ງຂັນຢູ່ທີ່ສະຫນາມກິລາ Patriot Stadium ແລະ ວັນທີ 19/07/2025 ເວລາ 17:00 ລາວ ພົບ ຫວຽດນາມ ແຂ່ງຂັນຢູ່ທີ່ສະຫນາມກິລາ Patriot Stadium.

ແຫຼ່ງຂ່າວ: ສຕລ

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...