Homeຂ່າວຕ່າງປະເທດຍອດຜູ້ເສຍຊີວິດພຸ່ງຂຶ້ນ 109 ຄົນ ຈາກເຫດການນ້ຳຖ້ວມຮຸນແຮງໃນລັດເທັກຊັດ ສ.ອາເມລິກາ

ຍອດຜູ້ເສຍຊີວິດພຸ່ງຂຶ້ນ 109 ຄົນ ຈາກເຫດການນ້ຳຖ້ວມຮຸນແຮງໃນລັດເທັກຊັດ ສ.ອາເມລິກາ

Published on

ຍອດຜູ້ເສຍຊີວິດຈາກເຫດການນ້ຳຖ້ວມກະທັນຫັນໃນລັດເທັກຊັດ ເພີ່ມຂຶ້ນຢ່າງນ້ອຍ 109 ຄົນ ແລະ ເຈົ້າໜ້າທີ່ກຳລັງເລັ່ງດຳເນີນການຄົ້ນຫາຜູ້ສູນຫາຍອີກ 160 ຄົນ.

ສຳນັກຂ່າວຕ່າງປະເທດລາຍງານ: ຍອດຜູ້ເສຍຊີວິດຈາກເຫດການນ້ຳຖ້ວມໃນລັດເທັກຊັດ ສ.ອາເມລິກາ ຕັ້ງແຕ່ວັນທີ 4 ກໍລະກົດ 2025 ຜ່ານມາ, ສ້າງຄວາມເສຍຫາຍຢ່າງຫຼວງຫຼາຍ ເຊິ່ງມີຍອດຜູ້ເສຍຊີວິດຈາກເຫດການດັ່ງກ່າວເພີ່ມຂຶ້ນຢ່າງນ້ອຍ 109 ຄົນ ແລະ ມີຜູ້ສູນຫາຍຈຳນວນ 160 ຄົນ ຂະນະທີ່ເຈົ້າໜ້າທີ່ກຳລັງເລັ່ງຄົ້ນຫາຜູ້ສູນຫາຍຢ່າງຕໍ່ເນື່ອງ ທ່າມກາງຄວາມກັງວົນວ່າຈະເກີດນ້ຳຖ້ວມຊໍ້ຳອີກ.

ເຫດການນ້ຳຖ້ວມຄັ້ງນີ້ເກີດຂຶ້ນຈາກສະພາບບຝົນຕົກໜັກຕິດຕໍ່ກັນຫຼາຍມື້ຈົນເຮັດໃຫ້ແມ່ນ້ຳກົວດາລູບທີ່ຢູ່ເຂດໃກ້ຄຽງລົ້ນອອກ ແລະ ໄຫຼເຂົ້າຖ້ວມພຶ້ນທີ່ຢ່າງໄວວາ ຈົນເປັນເຫດເກີດນ້ຳຖ້ວມກະທັນຫັນ, ທາງດ້ານ ນາຍອຳເພີ ຂອງເຂດເຄີເຄົາຕີ້  (Kerr County) ເຊິ່ງເປັນຈຸດສູນກາງຂອງເຂດນ້ຳຖ້ວມໃນຄັ້ງນີ້ເປັີເຜີຍໃນວັນອາທິດ (6 ກໍລະກົດ 2025) ນີ້ວ່າ: ຈຳນວນຜູ້ເສຍຊີວິດສະເພາະໃນເຄີເຄົາຕີ້ ມີປະມານ 68 ຄົນ ລວມເຖິງເດັກນ້ອຍຈຳນວນ 28 ຄົ, ຂະນະທີ່ຜູ້ວ່າການໃນລັດເທັກຊັດໄດ້ຖະແຫຼງໃນວັນດຽວກັນວ່າ: ມີຜູ້ເສຍຊີວິດເພີ່ມຂຶ້ນອີກກວ່າ 10 ຄົນ ໃນພຶ້ນທີ່ອື່ນຂອງລັດເທັກຊັດ ແລະ ຍັງມີຜູ້ສູນຫາຍອີກ 41 ຄົນ.

ສຳລັບເຫດການອຸທົກກະໄພໃນຄັ້ງນີ້ ນັບເປັນເຫດອຸທົກກະໄພຮຸນແຮງລະດັບ 4 ໃນປະຫວັດສາດຂອງສະຫະລັດ, ທາງດ້ານ ທ່ານ ໂດນັລ ທຣຳ ຜູ້ນຳສະຫະລັດໄດ້ສະແດງຄວາມເສຍໃຈຕໍ່ຄອບຄົວຜູ້ເສຍຊີວິດ ແລະ ຈະໄດ້ລົງພຶ້ນທີ່ປະສົບໄພໃນວັນທີ 11 ກໍລະກົດ 2025 ນີ້ ແລະ ຢືນຢັນວ່າລັດຖະບານກາງໄດ້ຕິດຕາມ ແລະ ປະສານງານຢ່າງໃກ້ຊິດກັບຜູ້ວ່າການລັດເທັກຊັດແລ້ວ.

ແຫຼ່ງຂ່າວ: ກຸງເທບທຸະກິດ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...