spot_img
Homeຂ່າວຕ່າງປະເທດWHO ເປີດເຜີຍເຊື້ອໂຄວິດ-19 ບໍ່ໄດ້ຫຼຸດອອກຈາກຫ້ອງທົດລອງຂອງຈີນ!!

WHO ເປີດເຜີຍເຊື້ອໂຄວິດ-19 ບໍ່ໄດ້ຫຼຸດອອກຈາກຫ້ອງທົດລອງຂອງຈີນ!!

Published on

ອົງການອະນາໄມໂລກອອກລາຍງານກ່ຽວກັບການສືບຫາຕົ້ນຕໍຂອງພະຍາດໂຄວິດ-19 ໂດຍເປີດເຜີຍວ່າເຊື້ອໄວຣັສບໍ່ໄດ້ຫຼຸດອອກຈາກຫ້ອງທົດລອງຂອງຈີນ

ເມື່ອວັນທີ 30 ມີນາ 2021 ທີ່ຜ່ານມາ ອົງການອະນາໄມໂລກ (World Health Organization-WHO) ເປີດເຜີຍບົດລາຍງານສະຫຼຸບການສືບຫາຕົ້ນຕໍຂອງເຊື້ອໄວຣັສໂຄວິດ-19 ໂດຍລະບຸວ່າ ບໍ່ມີຄວາມເປັນໄປໄດ້ເລີຍທີ່ຕົ້ນຕໍຂອງເຊື້ອໂຄວິດ-19 ຈະຫຼຸດອອກມາຈາກຫ້ອງທົດລອງຂອງຈີນ ແຕ່ມີຄວາມເປັນໄປໄດ້ທີ່ຈະເກີດການລະບາດຈາກສັດສູ່ສັດກ່ອນທີ່ຈະມາລະບາດສູ່ຄົນ.

ທ່ານ ທີໂດສ ອັດຮານອມ ກີບຣິເຍຊຸສ ຜູ້ອໍານວຍການອົງການອະນາໄມໂລກລະບຸວ່າ ອົງການອະນາໄມໂລກຕ້ອງການຂໍ້ມູນເພີ່ມເຕີມ ແລະ ຕ້ອງເຮັດການສຶກສາວິໄຈຫຼາຍກວ່ານີ້ສໍາລັບການຢືນຢັນຂໍ້ສົງໃສທີ່ວ່າເຊື້ອດັ່ງກ່າວໄດ້ຫຼຸດອອກມາຈາກຫ້ອງທົດລອງຂອງຈີນ ໂດຍບອກວ່າທີມຜູ້ຊ່ຽວຊານຂອງອົງການອະນາໄມໂລກ ເກີດຄວາມຍາກລໍາບາກໃນການເຂົ້າເຖິງຂໍ້ມູນດິບ ແລະ ຮຽກຮ້ອງໃຫ້ເກີດການແບ່ງປັນຂໍ້ມູນ ແລະ ໃຫ້ເວລາໃນການສືບຫາຫຼາຍກວ່ານີ້.

ກ່ອນໜ້ານີ້ທີມນັກວິທະຍາສາດ 17 ຄົນຂອງອົງການອະນາໄມໂລກໄດ້ເດີນທາງໄປຍັງເມືອງອູຮັ່ນ ເມື່ອເດືອນມັງກອນທີ່ຜ່ານມາ ເຊິ່ງເປັນເວລາ 4 ອາທິດ ເພື່ອສືບຫາຕົ້ນຕໍຂອງເຊື້ອໄວຣັສ ແຕ່ເປັນພຽງການສຶກສາຈາກຕົວຢ່າງ ແລະ ຫຼັກຖານຕ່າງໆທີ່ລັດຖະບານຈີນຈັດຫາມາໃຫ້ເທົ່ານັ້ນ.

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...