spot_img
Homeຂ່າວຕ່າງປະເທດWHO ເຕືອນໂລກກຳລັງເຂົ້າສູ່ "ຊ່ວງເລີ່ມຕົ້ນຂອງຄື້ນຮອບໃໝ່"

WHO ເຕືອນໂລກກຳລັງເຂົ້າສູ່ “ຊ່ວງເລີ່ມຕົ້ນຂອງຄື້ນຮອບໃໝ່”

Published on

ສຳນັກຂ່າວ CNBC: ອົງການອະນາໄມໂລກ (WHO) ກ່າວເຕືອນວ່າ ໂລກກຳລັງຢູ່ໃນຊ່ວງເລີ່ມຕົ້ນຂອງຄື້ນຮອບໃໝ່ ໃນການແຜ່ລະບາດຂອງເຊື້ອໂຄວິດ-19 ເນື່ອງຈາກຄວາມຫຼຸດດ່ຽງໃນການຈັດແບ່ງວັກຊີນທົ່ວໂລກຍັງບໍ່ມີຄວາມຍຸຕິທຳ.

ທ່ານ ເທດຣອສ ອັດຮານອມ ເກເບຣເຍຊຸສ, ຫົວໜ້າອົງການ WHO ກ່າວວ່າ: ໂລກກຳລັງຢູ່ໃນຊ່ວງເລີ່ມຕົ້ນຂອງການລະບາດຂອງເຊື້ອໂຄໂຣນາໄວຣັສອີກຮອບໃໝ່ ຍ້ອນຄວາມຄາດເຄື່ອນຂອງການແຈກຢາຍວັກຊີນທົ່ວໂລກ, ຂະນະທີ່ປະເທດທີ່ມີຊັບພະຍາກອນພຽງພໍແມ່ນສາມາດແຈກຢາຍວັກຊີນພາຍໃນ ແລະປະຊາຊົນກໍກັບມາໃຊ້ຊີວິດປົກກະຕິໄດ້, ກົງກັນຂ້າມ ຍັງມີອີກຫຼາຍປະທດຊໍ້າພັດລັອກດາວເພື່ອສະກັດກັ້ນບໍ່ໃຫ້ມີການແຜ່ລະບາດຂອງເຊື້ອໄວຣັສ.

ທ່ານ ເທດຣອສ ຍັງໄດ້ກ່າວເຖິງຄວາມແຕກໂຕນກັນຂອງການແຈກຢາຍວັກຊີນລະຫວ່າງປະເທດທີ່ຮັງມີ ກັບທຸກຍາກ ເຊິ່ງ 75% ຂອງປະລິມານວັກຊີນທັງໝົດ ຫຼື 3.5 ຕື້ເຂັມ ໄດ້ມີການແຈກຢາຍໃນ 10 ປະເທດເທົ່ານັ້ນ ຂະນະທີ່ພຽງ 1% ຂອງປະຊາກອນໃນປະເທດທຸກຍາກໄດ້ຮັບວັກຊີນພຽງເຂັມດຽວ.

ຫົວໜ້າອົງການ WHO ກ່າວຕື່ມວ່າ: ຍິ່ງການລະບາດຄັ້ງໃຫຍ່ແກ່ຍາວຂຶ້ນເທົ່າໃດ, ຄວາມວຸ້ນວາຍທາງດ້ານເສດຖະກິດ ແລະ ສັງຄົມກໍຍິ່ງເພີ່ມທະວີຫຼາຍຂຶ້ນເທົ່ານັ້ນ. ຕະຫຼອດ 19 ເດືອນພາຍຫຼັງມີການແຜ່ລະບາດຂອງເຊື້ອໄວຣັສ ແລະ ເຈັດເດືອນນັບແຕ່ວັກຊີນຊະນິດທຳອິດໄດ້ຮັບການອະນຸມັດໃຊ້, ຕອນນີ້ໂລກຂອງພວກເຮົາແມ່ນຍັງຢູ່ໃນໄລຍະເລີ່ມຕົ້ນຂອງການແຜ່ລະບາດອີກຮອບໃໝ່.

“ໄພຄຸກຄາມຈາກການລະບາດໃຫຍ່ທົ່ວໂລກຍັງຈະຢູ່ຄູ່ກັບມະນຸດອີກດົນຈົນກວ່າທຸກປະເທດສາມາດຈັດການມັນໄດ້.” ທ່ານ ເທດຣອສ ກ່າວ.

ບົດຄວາມຫຼ້າສຸດ

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...

ເຈົ້າໜ້າທີ່ຕຳຫຼວດໄທຈັບກຸມ ໜຸ່ມຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຫາເງິນຊື້ອາຫາານໃຫ້ໝາ-ແມວ

ໜຸ່ມໄທຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຊື້ອາຫານມາລ້ຽງໝາ-ແມວ 30 ກວ່າໂຕ ສຳນັກຂ່າວໄທລັດລາຍງານໃນວັນທີ 9 ກໍລະກົດ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທ ຮ່ວມກັບພາກສ່ວນກ່ຽວຂ້ອງໄດ້ລົງພຶ້ນທີ່ເພື່ອແກ້ໄຂບັນຫາຢາເສບຕິດ ຕາມການລາຍງານຂອງພົນລະເມືອງດີວ່າມີກຸ່ມຄົນຄ້າຂາຍຢາເສບຕິດໃນຊຸມຊົນແຫ່ງໜຶ່ງໃນ ຈັງຫວັດ ສຣະແກ້ວ ປະເທດໄທ. ຕາມການລົງພຶ້ນທີ່ຕົວຈິງຂອງເຈົ້າໜ້າທີ່ໄທສາມາດຈັບຕົວຜູ້ຖືກຫາໄດ້ໜຶ່ງຄົນ...

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຢ່າງເປັນທາງການ

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ. ພິທີເຊັນບົດບັກທຶກ ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ຈາກກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຈັດຂຶ້ນໃນວັນທີ 8 ກໍລະກົດ 2025,...