spot_img
Homeຂ່າວທ້ອງຖິ່ນTOP THAI BRANDS 2019 ສປປ.ລາວ ສູ່ FOOD TRUCK ທຸລະກິດຮູບແບບໃໝ່ທີ່ໜ້າລົງທຶນ

TOP THAI BRANDS 2019 ສປປ.ລາວ ສູ່ FOOD TRUCK ທຸລະກິດຮູບແບບໃໝ່ທີ່ໜ້າລົງທຶນ

Published on

ກົມຊັບສິນທາງປັນຍາປະເທດໄທ (DITP) ຮ່ວມກັບກົມສົ່ງເສີມການຄ້າລາວ ໄດ້ຈັດງານສະແດງສຸດຍອດແບຣນໄທ ແລະ ສຸດຍອດເຄື່ອຂ່າຍໄທ-ລາວ TOP THAI BRANDS 2019  ໂດຍມີຜູ້ປະກອບການໄທ-ລາວ ຫຼາຍກວ່າ 200 ບູດ ເພື່ອສ້າງຄວາມສໍາພັນທີ່ດີໃນດ້ານການຄ້າກັນລະຫວ່າງປະເທດ ແລະ ຍັງຮ່ວມສ້າງຄວາມຍິ່ງໃຫຍ່ໃຫ້ກັບເສດຖະກິດພູມິພາກ AEC ເຊິ່ງງານດັ່ງກ່າວໄດ້ຈັດຂຶ້ນລະຫວ່າງວັນທີ 6-10ມີນາ 2019 ທີ່ສູນການຄ້າລາວໄອເຕັກ ນະຄອນຫຼວງວຽງຈັນ.

ທ່ານນາງ ຍານີ ສີມີໄຊ ອັກຄະລາດສະທູດທີ່ປຶກສາຝ່າຍພານິດ (ການຄ້າ) ສໍານັກງານສົ່ງເສີມການຄ້າໃນຕ່າງປະເທດ ທີ່ ນະຄອນຫຼວງວຽງຈັນ ແຫ່ງຣາຊະອານາຈັກໄທ ກ່າວວ່າ: ກົມສົ່ງເສີມການຄ້າລະຫວ່າງປະເທດ ກະຊວງພານິດ ແຫ່ງຣາຊະອານາຈັກໄທ ຮ່ວມກັບກົມສົ່ງເສີ່ມການຄ້າ ກະຊວງອຸດສາຫະກຳ ແລະ ການຄ້າ ສປປ ລາວ ຈັດງານສະແດງສິນຄ້າຄັ້ງນີ້ຂຶ້ນມາເພື່ອປະຊາສໍາພັນສິນຄ້າ ແລະ ບໍລິການສຸດຍອດແບຣນໄທໃຫ້ເປັນທີ່ຮູ້ຈັກ ແລະ ເຊື່ອໝັ້ນ ຕະຫຼອດເຖິງການສ້າງຄວາມຕ້ອງການໃນຕະຫຼາດ ສປປ ລາວ ພາຍໃນງານຄັ້ງນີ້ຍັງມີສິນຄ້າ ແລະ ການບໍລິການຂອງໄທ ທີ່ມີຄຸນນະພາບ ແລະ ມາດຕະຖານ ສາມາດສົ່ງອອກສູ່ປະເທດເພື່ອນບ້ານ ລວມເຖິງນະວັດຕະກໍາສິນຄ້າ ແລະ ການບໍລິການຮູບແບບໃໝ່ໆເປັນຕົ້ນ: ອາຫານ ແລະ ເຄື່ອງດື່ມ, ຜະລິດຕະພັນເພື່ອສຸຂະພາບ, ຄວາມງາມ, ເຄື່ອງໜັງ, ສິນຄ້າສໍາລັບເດັກ ແລະ ສິນຄ້າອື່ນໆ ເຊິ່ງພາຍໃນງານຍັງຈະໄດ້ຮ່ວມສົນທະນາກັບຜູ້ປະກອບການລຸ້ນໃໝ່ ລວມເຖິງສິລະປິນຊື່ດັງຫຼາຍທ່ານມາຮ່ວມງານເຊັ່ນ: ວັນທີ 7 ມີນາ ພົບກັບ ໄມ ພິລົມພອນ ນັກຮ້ອງຊື່ດັງທີ່ຜັນຕົວເອງມາເຮັດທຸລະກິດ, ວັນທີ 8 ມີນາ ພົບກັບ ໂຈໂຈ້ ມີຣາໂຄລ ສົນທະນາແລກປ່ຽນປະສົບການກັບນັກທຸລະກິດໜຸ່ມ ສປປ ລາວ ໃນຫົວຂໍ້ “ ທຸລະກິດຄອບຄົວ ເຕີບໃຫຍ່ຢ່າງຢັ້ງຢືນ” ວັນທີ 9 ມີນາ ພົບກັບ ວຸດທິທອນ ມິລິນພະຈິນດາ (ວູດດີ້) ພິທີກອນຊື່ດັງຈາກປະເທດໄທ ສົນທະນາໃນຫົວຂໍ້ “ຊີວິດ ມຸມມອງ ທຸລະກິດ ແລະ ເປົ້າໝາຍ”.

ຂຽນໂດຍ: ແຟນຊິສ ສະຫວັນຄຳ

ບົດຄວາມຫຼ້າສຸດ

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...