spot_img
Homeຂ່າວພາຍ​ໃນFIFA ລົງໂທດ ນັກກິລາບານເຕະຊາຍຂອງລາວ ຍ້ອນມີສ່ວນພົວພັນກັບການສໍ້ໂກງຜົນການແຂ່ງຂັນ

FIFA ລົງໂທດ ນັກກິລາບານເຕະຊາຍຂອງລາວ ຍ້ອນມີສ່ວນພົວພັນກັບການສໍ້ໂກງຜົນການແຂ່ງຂັນ

Published on

ທ່ານ ນາງ ກັນຍາ ແກ້ວມະນີ, ເລຂາທິການ ສະຫະພັນບານເຕະແຫ່ງຊາດລາວ ໃຫ້ຮູ້ໃນໂອກາດຖະແຫລງຂ່າວຕໍ່ສື່ມວນຊົນໃນວັນທີ 7 ມັງກອນ 2022 ຢູ່ສະໜາມກິລາແຫ່ງຊາດຫລັກ 16, ນະຄອນຫລວງວຽງຈັນ ວ່າ: ມາຮອດມາຮອດປັດຈຸບັນ, ມີນັກກິລາບານເຕະຊາຍຂອງລາວຖືກສະຫະພັນບານເຕະສາກົນ ຫຼື FIFA ລົງໂທດຫ້າມຫຍຸ້ງກ່ຽວກັບກິລາບານເຕະຕະຫລອດຊີວິດແລ້ວ 45 ຄົນ ຍ້ອນຖືກກວດສອບວ່າມີສ່ວນພົວພັນກັບການສໍ້ໂກງຜົນການແຂ່ງຂັນ (ລົ້ມບານ) ເຊີ່ງນັກກິລາຈໍານວນດັ່ງກ່າວ ແມ່ນສະສົມມາເປັນເວລາຫລາຍປີ ເຮັດໃຫ້ມີຜົນກະທົບໂດຍກົງຕໍ່ການຄັດເລືອກເອົານັກກິລາບານເຕະທີມຊາດ ເພື່ອເຂົ້າຮ່ວມແຂ່ງຂັນລາຍການລະດັບສາກົນຕ່າງໆ.

ສ່ວນ ທ່ານ ຄໍາແພງ ວົງຂັນຕີ, ຮອງປະທານສະຫະພັນບານເຕະແຫ່ງຊາດລາວ ຊີ້ແຈງວ່າ: ໄລຍະຜ່ານມາ ສະຫະ ພັນບານເຕະແຫ່ງຊາດລາວ ໄດ້ເອົາໃຈໃສ່ຢ່າງຕໍ່ເນື່ອງຕໍ່ການສຶກສາອົບຮົມການເມືອງແນວຄິດນັກກິລາບານເຕະທຸກຄົນໃຫ້ມີນໍ້າໃຈຮັກຊາດ ແລະ ເສຍສະຫລະເພື່ອປະ ເທດຊາດ. ນອກຈາກນີ້ ກ່ອນການເຂົ້າຮ່ວມແຂ່ງຂັນລາຍ ການລະດັບສາກົນຕ່າງໆ ແມ່ນມີການນໍາຂັ້ນສູງທີ່ຕາງໜ້າໃຫ້ລັດຖະບານໄດ້ພົບປະໂອ້ລົມນັກກິລາເພື່ອສ້າງຂວັນກໍາລັງໃຈ, ພ້ອມທັງຮຽກຮ້ອງໃຫ້ນັກກິລາທຸກຄົນເອົາໃຈໃສ່ປະຕິບັດຕາມລະບຽບການແຂ່ງຂັນຢ່າງເຂັ້ມງວດ, ມີນໍ້າໃຈຮັກຊາດ, ເສຍສະຫລະ ແລະ ເອົາໃຈໃສ່ເຂົ້າຮ່ວມແຂ່ງຂັນຢ່າງສຸດຄວາມສາມາດ ເພື່ອກຽດສັກສີ ແລະ ເປັນການສ້າງຊື່ສຽງໃຫ້ແກ່ປະເທດຊາດ.

ຢ່າງແນວໃດກໍ່ຕາມ ນັກກິລາຈໍານວນດັ່ງກ່າວບໍ່ເຊື່ອຟັງ ແລະ ເຫັນແກ່ຜົນປະໂຫຍດສ່ວນຕົວຈິ່ງເຂົ້າໄປມີສ່ວນພົວພັນກັບຂະບວນການລົ້ມບານຈົນຖືກອົງກອນທີ່ກ່ຽວຂ້ອງຈາກສະຫະພັນບານເຕະສາກົນ ຫຼື FIFA, ສະຫະພັນບານເຕະອາຊີ ຫລື AFC ແລະ ສະຫະພັນບານເຕະແຫ່ງຊາດລາວ ກວດສອບພົບວ່ານັກກິລາທັງ 45 ຄົນ ມີສ່ວນພົວພັນກັບການສໍ້ໂກງຜົນການແຂ່ງຂັນຈິ່ງຖືກລົງໂທດຫ້າມຫຍຸ້ງກ່ຽວກັບກິລາບານເຕະຕະຫລອດຊີວິດ.

ຮອງປະທານສະຫະພັນບານເຕະແຫ່ງຊາດລາວ ກ່າວຢໍ້າຕື່ມວ່າ: ການກະທໍາຂອງນັກກິລາທັງ 45 ຄົນ ຖືເປັນການຕັດອະນາຄົດຂອງຕົນເອງ ແລະ ສະຫະພັນບານ ເຕະແຫ່ງຊາດລາວ ບໍ່ຕ້ອງການນັກກິລາແບບນີ້ ເຖີງວ່າເກັ່ງພຽງໃດກໍ່ຕາມ ເພາະການກະທໍາດັ່ງກ່າວ ນອກຈາກສ້າງຄວາມເສື່ອມເສຍໃຫ້ແກ່ຕົວນັກກິລາເອງ ຍັງສ້າງຄວາມເສື່ອມເສຍໃຫ້ແກ່ສະຫະພັນບານເຕະແຫ່ງຊາດ ແລະ ສ້າງຄວາມເສື່ອມເສຍຊື່ສຽງຂອງຊາດອີກ.

ແຫຼ່ງຂ່າວ: ວິທະຍຸກະຈາຍສຽງແຫ່ງຊາດລາວ

ບົດຄວາມຫຼ້າສຸດ

ໃຊ້ AI ໃຫ້ເປັນປະໂຫຍດ ຊາຍຊາວອາເມລິການໍາໃຊ້ Chat GPT ໃນການສຸ່ມໂຕເລກເພື່ອຊື້ຫວຍ ຖືກລາງວັນ 100,000 ໂດລາ ຫຼື ປະມານ 2.1 ຕື້ກີບ

ເມື່ອບໍ່ດົນມານີ້ ກາຍເປັນກະແສດັງຢູ່ປະເທດອາເມຣິກາ ເມື່ອມີຊາຍຄົນໜຶ່ງ ອາຍຸ 45 ປີ ອາໄສຢູ່ທີ່ເມືອງ Wyandotte ຣັດ Michigan ສ.ອາເມລິກາ ໄດ້ຖືກຫວຍທ້ອງຖິ່ນ Powerball ພາຍຫຼັງນຳໃຊ້ປັນຍາປະດິດ...

ເສຍຊີວິດສອງຄົນ ເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ລຸດອອກນອກລັນເວ ທີ່ສະໜາມບິນຮົງກົງ

ອຸບັດຕິເຫດເຮືອບິນຂົນສົ່ງສິນຄ້າ ເອມິເຣດ ໄຫຼອອກນອກລັນເວ ທີ່ສະໜາມບິນຮົງກົງ ເຮັດໃຫ້ເສຍຊີວິດສອງຄົນ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 20 ຕຸລາ 2025 ນີ້ວ່າ: ເກີດເຫດເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ໄຫຼອອກນອກລັນເວຕຳກັບລົດຈົນຕົກທະເລ ທີ່ສະໜາມບິນຮົງກົງ ເຊິ່ງເຫດການດັ່ງກ່າວມີເຈົ້າທີ່ເສຍຊີວິດສອງຄົນ. ຕາມການລາຍງານລະບຸວ່າ:...

ຈະເປີດໃຫ້ບໍລິການໃນປີ 2030 ທາງລົດໄຟວຽງຈັນ-ໜອງຄາຍ ໂດຍຈະເລີ່ມລົງມືກໍ່ສ້າງໃນປີ 2027

ກອງ​ປະຊຸມ​ໄດ້​ຈັດ​ຂຶ້ນ​ຢູ່​ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ​ແຫ່ງ ສປປ ລາວ ​ໃນ​ວັນ​ທີ 17 ຕຸລາ 2025 ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ກໍ່ສ້າງ​ຂົວ​ທາງ​ລົດ​ໄຟ​ຂ້າມ​ແມ່ນ້ຳຂອງ​ແຫ່ງ​ໃໝ່. ກອງ​ປະຊຸມ​ຄັ້ງ​ນີ້​ໄດ້​ເປັນ​ປະທານ​ຮ່ວມ​ຂອງ​ທ່ານ ທ່ານ ຈັນທອນ...

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...