spot_img
HomeມູມໄອທີລາວBank of America ເລີ່ມໃຊ້ AI ດູແລລູກຄ້າແລ້ວ

Bank of America ເລີ່ມໃຊ້ AI ດູແລລູກຄ້າແລ້ວ

Published on

Bank of America (BoA) ທະນາຄານລາຍໃຫຍ່ຂອງສະຫະລັດອາເມລິກາ ມີແຜນທີ່ຈະໃຫ້ບໍລິການລູກຄ້າດ້ວຍຜູ້ຊ່ວຍປຽບດັ່ງ chatty virtual assistant ທີ່ຊື່ Erica ໂດຍປະຍຸກໃຊ້ເທັກໂນໂລຢີປັນຍາປະດິດ (Artificial Intelligence :AI) ໃນການແນະນຳທີ່ໂທລະສັບມືຖືໃນຮູບແບບ “Bot” ສຳລັບພັດທະນາການໃຫ້ບໍລິການທຸລະກິດດ້ານການເງິນ ເຊິ່ງຄາດວ່າຈະສຳເລັດພາຍໃນປີ 2017ນີ້

Michelle Moore ຫົວໜ້າຝ່າຍ digital banking ໄດ້ຖະແຫຼງວ່າ Erica ຈະມີຄວາມສະຫຼາດກວ່າຫຸ່ນຍົນ ເພາະຈະມີຂີດຄວາມສາມາດໃນການວິເຄາະຄຳຖາມຂອງລູກຄ້າ ເຊິ່ງບໍ່ແມ່ນພຽງແຕ່ຕອບຄຳຖາມເທົ່ານັ້ນ ໂດຍລະບົບຈະເກັບຄຳຖາມໃໝ່ໆ ຈາກລູກຄ້າ ນຳໄປປະມວນຜົນ ແລະ ວິເຄາະ ເພື່ອເຮັດໃຫ້ລະບົບໄດ້ຮຽນຮູ້ຢ່າງສະລາດຫຼາຍຂຶ້ນເລື່ອຍໆ ຈົນສາມາດທຳງານໄດ້ທຽບເທົ່າກັບມະນຸດ ແລະ ຍັງມີຄວາມພິດພາດໜ້ອຍທີ່ສຸດ

ໂດຍທະນາຄານໄດ້ນຳຊື່ Erica ມາຈາກອັກສອນ 5 ໂຕ ຫຼັງຂອງສື່ທະນາຄານ ແລະ ໄດ້ເປີດໂຕເຄື່ອງມືນີ້ໃນງານ Money 2020 Conference ປີ 2016 ທີ່ ລາສເວກັສ ໂດຍຄາດວ່າ Erica ຈະສາມາດໃຫ້ບໍລິການລູກຄ້າໄດ້ໃນປີ 2017 ນີ້ ແລະ ຈະສາມາດເວົ້າລົມດ້ວຍຂໍ້ຄວາມ (text) ໄດ້ເຊັ່ນດຽວກັບການລົມດ້ວຍສຽງ ໂດຍ Bank of America ຈພນຳເຄື່ອງມືນີ້ມາໃຊ້ໃນອຸດສາຫະກຳ ເພື່ອໃຫ້ທັນພຶດຕິກຳການໃຊ້ໂທລະສັບເຄື່ອນທີ່ຂອງລູກຄ້າ ທີມີການປ່ຽນແປງຢ່າງໄວວາ ຈິ່ງເຮັດໃຫ້ທຸກມື້ນີ້ທະນາຄານຊັ້ນນຳທົ່ວໂລກພະຍາຍາມສ້າງໂອກາດໃໝ່ຫຼາຍກວ່າທີ່ຈະລໍຖ້າໃຫ້ເທັກໂນໂລຢີດ້ານການເງິນຊະນິດໃໝ່ມາຍາດຊິງພື້ນທີ່ ແລະ ແນ່ນອນ ເທັກໂນໂລຢີທີ່ກຳລັງກ້າວເຂົ້າມາຕິດໆທີ່ມີຊື່ວ່າ Blockchain ທີ່ກຳລັງຈະປ່ຽນ Business model ຂອງທຸລະກິດການເງິນການທະນາຄານ ຮວມໄປເຖິງທຸລະກິດປະກັນໄພ ອາດຈະມາໄວກວ່າທີ່ຄິດໄວ້ ຫາກ AI ແລະ Big Data ເຂົ້າມາຢ່າງເຕັມຮູບແບບໃນໄວໆນີ້.

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...