spot_img
HomeມູມໄອທີລາວAndroid 6.0 Marshmallow ມີຍອດຜູ້ໃຊ້ລວມ 13.3% ໃນເດືອນກໍລະກົດ

Android 6.0 Marshmallow ມີຍອດຜູ້ໃຊ້ລວມ 13.3% ໃນເດືອນກໍລະກົດ

Published on

​ຫຼ້າສຸດນີ້ບໍລິສັດ Google ໄດ້ປ່ອຍໂຕເລກກ່ຽວກັບຍອດຜູ້ໃຊ້ລວມຂອງລະບົບ Android ໃນແຕ່ລະເວີຊັ່ນ ສຳລັບເດືອນກໍລະກົດອອກມາ. ໂດຍລະບົບໃໝ່ຫຼ້າສຸດແບບ Android 6.0 Marshmallow ກໍມີອຸປະກອນທີ່ໃຊ້ລະບົບດັ່ງກ່າວນີ້ເຖິງ 13.3% ຂອງອຸປະກອນລະບົບ Android ທັງໝົດ, ເຊິ່ງເພີ່ມຂຶ້ນຈາກ 10.1% ນັບຕັ້ງແຕ່ເດືອນມິຖຸນາ.

ສຳລັບເວີຊັ່ນທຳອິດຂອງ Marshmallow ແມ່ນຖືກປ່ອຍອອກມາໃນຊ່ວງເດືອນພະຈິກ ເຊິ່ງໃນຕອນນັ້ນກໍມີສ່ວນແບ່ງພຽງ 0.3% ກ່ອນຈະເພີ່ມຂຶ້ນມາ 0.7% ໃນຊ່ວງເດືອນມັງກອນປີນີ້ ແລະເພີ່ມຂຶ້ນ 13.3% ໃນເດືອນນີ້. ໃນຂະນະທີ່ເວີຊັ່ນທີ່ມີຄົນໃຊ້ຫຼາຍສຸດແບບ Lollipop ກໍຫຼຸດລົງມາເຫຼືອ 35.1% ຈາກ 35.4% ຂອງເດືອນກ່ອນ. ເວີຊັ່ນ KitKat ກໍຫຼຸດລົງຈາກ 31.6% ເປັນ 30.1%, ໃນຂະນະທີ່ Jelly Bean ຫຼຸດລົງມາຫຼາຍທີ່ສຸດຄື 17.8% ຈາກ 18.9%. ສ່ວນເວີຊັ່ນ Ice Cream Sandwich ແລະ Gingerbread ຍັງຄົງຢູ່ທີ່ 1.7% ແລະ 1.9%. ເວີຊັ່ນທີ່ແປກໃຈຫຼາຍທີ່ສຸດກໍຄົງເປັນ Froyo ທີ່ຍັງຄົງມີເປີເຊັນຢູ່ທີ່ 0.1% ຂອງອຸປະກອນແອນດຣອຍທັງໝົດ.

ໂດຍໂຕເລກເຫຼົ່ານີ້ແມ່ນຈະລວບລວມມາຈາກອຸປະກອນ Android ທັງໝົດທີ່ເຂົ້າໃຊ້ງານຮ້ານຄ້າ Play Store ໃນຊ່ວງ 7 ມື້ ກ່ອນທີ່ຈະສິ້ນສຸດລົງວັນທີ 11 ກໍລະກົດ 2016 ນີ້. 

ທີ່ມາ:fonearena,ເດັກລາວ

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...