spot_img
Homeຂ່າວການພັດທະນາ20 ປີທີ່ ມຊ ເກີດສ້າງບຸກຄະລາກອນໄດ້ແລ້ວເກືອບ 90 ພັນຄົນ

20 ປີທີ່ ມຊ ເກີດສ້າງບຸກຄະລາກອນໄດ້ແລ້ວເກືອບ 90 ພັນຄົນ

Published on

ມະຫາວິທະຍາໄລແຫ່ງຊາດ (ມຊ) ຈັດພິທີສະເຫຼີມສະຫຼອງຄົບຮອບ 20 ປີ (5 ພະຈິກ 1996 – 5 ພະຈິກ 2016) ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂຶ້ນຢ່າງມີບັນຍາກາດຟົດຟື້ນ ໃນວັນທີ 3 ພະຈິກ 2016 ທີ່ມະຫາວິທະຍາໄລ ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າ ຮ່ວມເປັນປະທານ ແລະໂອ້ລົມໃຫ້ທິດຊີ້ນໍາຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາທ່ານລັດຖະມົນຕີ, ຮອງລັດຖະມົນຕີ,ຫົວໜ້າກົມ, ຮອງກົມ, ບັນດາທ່ານຮອງ ອະທິການບໍດີ, ຄະນະບໍດີ, ພະນັກງານ ຄູອາຈານ ແລະນັກສຶກສາ ພ້ອມດ້ວຍ ພາກສ່ວນຕ່າງໆທີ່ກ່ຽວຂ້ອງເຂົ້າຮ່ວມ.

ໂອກາດນີ້ ທ່ານ ສົມສີ ຍໍພັນໄຊ ຮັກສາການອະທິການບໍດີມະຫາວິທະຍາໄລ ແຫ່ງຊາດ ກ່າວວ່າ: ຜ່ານໄລຍະ 20 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວ, ປະຈຸບັນ ມຊ ປະກອບດ້ວຍ 12 ຄະນະວິຊາ, 11 ຫ້ອງການບໍລິຫານ, 2 ສະຖາບັນ 4 ສູນ 1 ຫໍສະໝຸດກາງ 1 ໂຮງໝໍ 1 ໂຮງຮຽນພອນສະຫວັນ ແລະຊົນເຜົ່າທີ່ ຢູ່ພາຍໃຕ້ການຊີ້ນໍາໂດຍກົງຂອງອະທິ ການບໍດີ, ໃນປີ 2015-2016 ມຊ ມີອາຈານສອນທັງໝົດ 1,5 ພັນກວ່າຄົນ, ຍິງ 6 ຮ້ອຍກວ່າຄົນ, ມີນັກສຶກສາທັງໝົດ 21,5 ພັນກວ່າຄົນ, ຍິງ 8,9 ພັນກວ່າ ຄົນ, ໃນຈໍານວນດັ່ງກ່າວເປັນນັກສຶກສາຕ່າງປະເທດ 699 ຄົນ.

ດ້ານວິຊາການໄດ້ເອົາໃຈໃສ່ໃນ ການປັບປຸງ ແລະພັດທະນາຫຼັກສູດແຕ່ ລະວິຊາ ໂດຍອີງໃສ່ຄວາມຕ້ອງການໃນ ການພັດທະນາເສດຖະກິດ-ສັງຄົມຂອງຊາດ ແລະການເຊື່ອມໂຍງກັບພາກພື້ນ ໃຫ້ແທດເໝາະກັບການປ່ຽນແປງແຕ່ລະໄລຍະ, ມາຮອດປະຈຸບັນມີຫຼັກສູດທີ່ເປີດ ການຮຽນ-ການສອນທັງໝົດ 178 ຫຼັກສູດ, ຊຶ່ງມີນັກສຶກສາໄດ້ສໍາເລັດ ການສຶກສາຜ່ານຫຼັກສູດເຫຼົ່ານີ້ໄປແລ້ວທັງໝົດ 89,9 ພັນກວ່າຄົນ, ຍິງ 31,8 ພັນກວ່າ ຄົນ, ດ້ານວຽກງານບໍລິຫານແມ່ນໄດ້ ເອົາໃຈໃສ່ກໍ່ສ້າງໂຄງລ່າງພື້ນຖານ ເພື່ອຮັບໃຊ້ໃນການຮຽນ-ການສອນ ໂດຍນໍາໃຊ້ງົບປະມານຂອງລັດຖະບານ, ໂຄງການຊ່ວຍເຫຼືອລ້າ ແລະໂຄງການ ຮ່ວມມືສາກົນທາງດ້ານວິຊາການ, ຂະນະທີ່ວຽກງານການຄົ້ນຄວ້າວິທະຍາສາດ ກໍເຫັນວ່າມີລັກສະນະພົ້ນເດັ່ນ ແລະ ຕໍ່ເນື່ອງ ໂດຍໄດ້ຮັບທຶນສະໜັບສະໜູນ ຈາກລັດຖະບານໂດຍສະເລ່ຍແລ້ວຕື້ກີບຕໍ່ປີ, ຮັບການສະໜັບສະໜູນໂດຍກອງ ທຶນເພື່ອສຶກສາອາຊີຂອງລັດຖະບານ ເກົາຫຼີ ແລະກອງທຶນອື່ນໆ, ມາຮອດປະຈຸບັນ ໄດ້ສໍາເລັດການຄົ້ນຄວ້າແລ້ວຫຼາຍກວ່າ 5 ຮ້ອຍຫົວບົດ ສ່ວນໃຫຍ່ແມ່ນໄດ້ຖືກຕີພິມໃນວາລະສານຄົ້ນຄວ້າວິທະຍາສາດພາຍໃນ ມຊ ເອງ.

ນອກຈາກວຽກງານການຮຽນ-ການສອນອັນເປັນປົກກະຕິ ອາຈານ ແລະນັກສຶກສາ ໄດ້ເອົາໃຈໃສ່ເຮັດວຽກບໍລິການວິຊາການແກ່ສັງຄົມເຊັ່ນ: ການໃຫ້ຄວາມຮູ້ທາງດ້ານພື້ນຖານກົດໝາຍ, ການສົ່ງເສີມວຽກງານກະສິກໍາ-ປ່າໄມ້, ດ້ານຄອມພິວເຕີ, ພາສາຕ່າງປະເທດ, ການປະກອບສ່ວນເຄື່ອນໄຫວກິດຈະກໍາພັດທະນາຊົນນະບົດ ແລະອື່ນໆ.

ສຳລັບແນວທາງພົວພັນຕ່າງປະເທດຂອງ ພັກ-ລັດ ມຊ ໄດ້ມີການພົວພັນຮ່ວມ ມືດ້ານວິຊາການໂດຍກົງກັບສະຖາບັນ ການສຶກສາຕ່າງປະເທດ ແລະອົງການ ຈັດຕັ້ງສາກົນຕ່າງໆເພື່ອເຊື່ອມໂຍງ ແລະ ນໍາເອົາບົດຮຽນດ້ານຕັ້ງໜ້າຈາກຕ່າງປະເທດ ເຂົ້າສູ່ການພັດທະນາທາງດ້ານ ວິຊາການ ແລະໄດ້ລົງນາມບົດບັນທຶກ ຄວາມຊົງຈໍາທາງດ້ານວິຊາການກັບ 100 ກວ່າມະຫາວິທະຍາໄລໃນ 29 ປະ ເທດ 14 ອົງການສາກົນ, ດ້ານກິດຈະກຳຄຸ້ມຄອງນັກສຶກສາ ແມ່ນໄດ້ຊຸກຍູ້ໃຫ້ ເຂົ້າຮ່ວມແລກປ່ຽນວັດທະນະທໍາ, ກີລາ ກາຍະກໍາ ແລະເຂົ້າຮ່ວມແຂ່ງຂັນດ້ານວິ ທະຍາສາດກັບບັນດາປະເທດພາກພື້ນ ແລະໄດ້ຮັບຜົນສໍາເລັດດີ, ນອກນັ້ນໄດ້ ເອົາໃຈໃສ່ຍາດແຍ່ງທຶນການສຶກສາຈາກມູນນິທິ, ອົງການຈັດຕັ້ງສາກົນ, ບໍລິສັດ ເພື່ອຊ່ວຍເຫຼືອນັກຮຽນເກັ່ງ, ມີ ຄຸນສົມບັດດີ, ມີຄວາມຕັ້ງໃຈສູ້ຊົນຮໍ່າ ຮຽນແຕ່ຍັງຂາດເຂີນທາງດ້ານທຶນຮອນໄດ້ເກືອບ 1 ພັນຄົນ.

ຂ່າວ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...