ແຮງງານ 137 ລ້ານຄົນ ຢູ່ 5 ປະເທດອາຊຽນ ສ່ຽງສູນເສຍວຽກໃຫ້ຫຸ່ນຍົນ ໃນອີກ 20 ປີຂ້າງໜ້າ!

ພາບປະກອບ: ແຮງງານຫວຽດນາມ ຢູ່ໂຮງງານຕັດຫຍິບແຫ່ງໜຶ່ງ ໃກ້ກັບນະຄອນຫລວງຮ່າໂນ້ຍ.

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 10 ກໍລະກົດຜ່ານມານີ້ວ່າ ອົງການແຮງງານສາກົນ ຫລື ILO ໄດ້ອອກມາລະບຸວ່າ ແຮງງານຫລາຍກວ່າເຄິ່ງໜຶ່ງ ໃນ 5 ປະເທດອາຊຽນ ມີຄວາມສ່ຽງສູງທີ່ຈະສູນເສຍວຽກງານ ໃຫ້ແກ່ເຄື່ອງຈັກອັດຕະໂນມັດ ໃນອີກ 20 ປີຂ້າງໜ້ານີ້ ໂດຍສະເພາະແມ່ນແຮງງານ ໃນຂະແໜງອຸດສາຫະກຳຕັດຫຍິບ.

ຈາກຜົນຂອງການສຶກສາພົບວ່າ ແຮງງານປະທານ 137 ລ້ານຄົນ ຫລື 56% ຂອງແຮງງານຢູ່ກຳປູເຈຍ, ອິນໂດເນເຊຍ, ຟິລິບປິນ, ໄທ ແລະ ຫວຽດນາມ ກຳລັງຕົກຢູ່ໃນພາວະສ່ຽງສູງທີ່ຈະຕົກວຽກ ເນື່ອງຈາກໜ່ວຍງານຂອງ ອົງການສະຫະປະຊາຊາດ ໄດ້ລະບຸວ່າ ເຕັກໂນໂລຊີຕ່າງໆ ລວມທັງການພິມ 3 ມິຕິ, ນາໂນເຕັກໂນໂລຊີ ແລະ ຫຸ່ນຍົນອັດຕະໂນມັດ ອາດຈະເຂົ້າມາແຊກແຊງ ແຮງງານໃນພາກສ່ວນນີ້.

ອົງການແຮງງານສາກົນໄດ້ລະບຸວ່າ ຫຸ່ນຍົນກຳລັງຖືກພັດທະນາ ໃຫ້ເຮັດວຽກໄດ້ດີຍິ່ງຂຶ້ນ ມີລາຄາຖືກລົງ ແລະ ສາມາດເຮັດວຽກຮ່ວມກັນກັບຄົນ ໄດ້ຫລາຍຂຶ້ນອີກດ້ວຍ.

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!