Homeຂ່າວຕ່າງປະເທດລາຍງານລະບຸ ກຸ່ມໄອເອັສສູນເສຍດິນແດນ ທີ່ຍຶດຄອງຢູ່ອີຣັກ ແລະ ຊີຣີ 12% ແລ້ວໃນປີນີ້!

ລາຍງານລະບຸ ກຸ່ມໄອເອັສສູນເສຍດິນແດນ ທີ່ຍຶດຄອງຢູ່ອີຣັກ ແລະ ຊີຣີ 12% ແລ້ວໃນປີນີ້!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 11 ກໍລະກົດນີ້ວ່າ ກຸ່ມລັດອິດສະລາມ ຫລື ໄອເອັສ ໄດ້ສູນເສຍດິນແດນຍຶດຄອງຂອງຕົນ ທັງໃນອີຣັກ ແລະ ຊີຣີ ຫລຸດລົງຢ່າງຕໍ່ເນື່ອງ ໂດຍຂໍ້ມູນຫລ້າສຸດຈາກ ສະຖາບັນວິໄຈ IHS ເປີດເຜີຍເມື່ອວັນອາທິດທີ 10 ກໍລະກົດ 2016 ລະບຸວ່າ ດິນແດນຂອງກຸ່ມໄອເອັສ ໄດ້ຫລຸດລົງໄປແລ້ວ 12% ນັບຕັ້ງແຕ່ປີ 2016 ນີ້ເປັນຕົ້ນມາ.

ລາຍງານດັ່ງກ່າວຍັງລະບຸອີກວ່າ ໃນປີ 2015 ຜ່ານມາ ດິນແດນຍຶດຄອງຂອງກຸ່ມໄອເອັສ ໄດ້ຫລຸດລົງໄປກວ່າ 12,800 ຕາລາງກິໂລແມັດ ຫລື ປະມານ 14% ຂອງດິນແດນທີ່ຢູ່ໃນຄອບຄອງທັງໝົດ ຊຶ່ງປັດຈຸບັນນີ້ ກຸ່ມດັ່ງກ່າວຍັງສາມາດຄວບຄຸມພື້ນທີ່ ທີ່ຕົນເອງຍຶດຄອງໄວ້ໄດ້ ມີບໍ່ເຖິງ 63,300 ຕາລາງກິໂລແມັດ.

ເມື່ອເດືອນພຶດສະພາຜ່ານມານີ້ ກະຊວງປ້ອງກັນປະເທດ ສະຫະລັດອາເມຣິກາ ກໍໄດ້ອອກມາຄາດການວ່າ ກຸ່ມໄອເອັສ ໄດ້ສູນເສຍດິນແດນຂອງຕົນຢູ່ອີຣັກແລ້ວ 45% ລວມເຖິງສູນເສຍດິນແດນອີກ ລະຫວ່າງ 16-20% ໃນປະເທດຊີຣີ.
559000007100303

 

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...