ເດີນແບບແຟເຊິນສົ່ງເສີມຫັດຖະກຳ ຜ້າຝ້າຍ-ໄໝລາວສູ່ສາກົນ

0
2541

   ເມື່ອ​ຄ່ຳ​ຄືນ​ວັນ​ທີ 11-12 ມີ­ນາ 2016 ຜ່ານ​ມາ, ຫຼາຍ​ພາກ­ສ່ວນ​ຮ່ວມຈັດ​ງານ​ມະ­ຫາ​ກຳ​ການ​ກຸ­ສົນ​ຄັ້ງ​ທີ 1 ເພື່ອ​ສົ່ງ­ເສີມ​ຫັດ­ຖະ­ກຳ​ຜ້າ​ຝ້າຍ, ຜ້າ­ໄໝລາວ​ສູ່​ສາ­ກົນ​ໂດຍ​ເປັນ​ປະ­ທານ​ຮ່ວມຂອງ ທ່ານ ຄຳ​ປະ­ດິດ ເຂັມ​ມະ​ນິດ ຫົວໜ້າ​ພະ​ແນກ​ຖະ­ແຫຼງ​ຂ່າວ​ວັດ­ທະ­ນະ­ທຳ ແລະ​ທ່ອງ​ທ່ຽວ​ນະ­ຄອນ­ຫຼວງ​ວຽງ​ຈັນ ແລະ​ ທ່ານ ນາງ ຈັນ​ນະ­ພາ ວົງ​ສະ­ໝໍ​ລະພູມ ປະ­ທານ​ບໍ­ລິ­ສັດ CNP Group, ພ້ອມ​ດ້ວຍ​ຫຼາຍ​ພາກ­ສ່ວນ​ທີ່​ກ່ຽວ­ຂ້ອງເຂົ້າ​ຮ່ວມ.

    ທ່ານ ນາງ ຈັນ​ນະ­ພາ ວົງ​ສະ­ໝໍ​ລະພູມ ໄດ້​ກ່າວ​ວ່າ: ຈຸດ­ປະ­ສົງ​ຂອງ​ການ​ຈັດງານ​ມະ­ຫາ​ກຳ​ການ​ກຸ­ສົນ​ຄັ້ງ​ທີ 1 ນີ້ ກໍ ເພື່ອ​ສົ່ງ­ເສີມ​ຫັດ­ຖະ­ກຳ​ຜ້າ​ຝ້າຍ, ຜ້າ­ໄໝລາວ​ສູ່​ສາ­ກົນ ແລະ​ກໍ​ເປັນ​ຄັ້ງ​ທຳ​ອິດ​ທີ່ຈັດ​ຂຶ້ນ​ໃນ ສປປ ລາວ ໂດຍ​ລາຍ​ໄດ້​ທັງໝົດ​ຈະ​ນຳ​ເຂົ້າ​ໃນ​ການ​ສົມ­ທົບ​ທຶນ​ເພື່ອການ​ກຸ­ສົນ​ໃນ ສປປ ລາວ ນີ້​ເປັນ​ບັນ​ຍາກາດ​ພິ­ເສດ​ທີ່​ສຸດ​ທີ່​ໄດ້​ມີ​ໂອ­ກາດ​ສຳ­ຜັດການ­ສະ­ແດງ​ເດີນ​ແບບ​ແຟ​ເຊິນ​ຂອງ ສປປ ລາວ ຮ່ວມ​ກັບ​ບັນ­ດາ​ປະ­ເທດຕ່າງໆ​ຢູ່​ໃນ​ພາກ​ພື້ນແລະ​ສາ­ກົນ​ເຊັ່ນ: ການ​ເດີນ​ແບບ​ແຟ​ເຊິນ​ຂອງ ສປປ ລາວ ຈາກ​ຮ້ານ​ຂາຍ​ຄຳ Phouvong jewelry, brandpoumpoum Lao silk Designer vilayphone Bouphavanh ແລະ​ຮ້ານ​ຂາຍ​ຄຳ Samlane jewelry, ພ້ອມ​ດ້ວຍ​ການ​ເດີນ​ແບບແຟ​ເຊິນ​ອື່ນໆ​ອີກ​ຫຼາຍ​ລາຍ­ການ​ຂອງລາວ, ນອກ­ຈາກ​ນັ້ນກໍ​ຍັງ​ມີ​ການ​ເດີນ ແບບ​ແຟ​ເຊິນ​ຈາກ​ບັນ­ດາ​ປະ­ເທດ​ຕ່າງໆເປັນ­ຕົ້ນ​ວ່າ: ການ​ເດີນ​ແບບ​ແຟ​ເຊິນ Huawei ຈາກ​ປະ­ເທດ​ຈີນ, Brand NUTTAWAT Designer Accessory By NIPON ຈາກ​ໄທ, Brand YaccoMARICARD Japanese Designer ຈາກ​ປະ­ເທດ​ຍີ່­ປຸ່ນ ແລະ ການ​ເດີນ​ແບບ​ແຟ​ເຊິນ​ຈາກ​ປະ­ເທດ ຕ່າງໆ​ອີກ​ຫຼາຍ​ລາຍ­ການ.

ການ​ເດີນ​ແບບ​ແຟ​ເຊິນ ແລະ​ການອອກ​ແບບ​ແຟ​ເຊິນຈາກ​ປະ­ເທດ​ຕ່າງໆ​ນີ້ແມ່ນ​ມີ​ຊື່​ສຽງ​ໂດ່ງ​ດັງ​ທີ່​ໄດ້​ຮັບ​ການຍອມ­ຮັບ ແລະ​ຊື່ນ​ຊົມ​ຈາກ​ທົ່ວ​ໂລກໂດຍການ​ຈັດ​ງານ​ເດີນ​ແບບ​ແຟ​ເຊິນ​ໃນຄັ້ງ​ນີ້​ຖື​ເປັນ​ບາດ­ກ້າວ​ສຳ­ຄັນ​ສຳ­ລັບການ​ເດີນ​ແບບໃນ ສປປ ລາວ ທີ່​ຈະ​ໄດ້ຮັບ​ຄວາມ​ນິ­ຍົມ​ຢ່າງ​ກວ້າງ­ຂວາງ​ຕໍ່​ໄປໃນ​ອະ­ນາ­ຄົດ.

ທີ່ມາ:logo