ຕຳນານ ແຮັກເກີ້ມື້ໜຶ່ງຂອງໂລກທີ່ຕ້ອງຕາຍ ເພາະຄວາມເກັ່ງຂອງຕົວເອງ

ເພື່ອນໆບາງຄົນອາດຈະເຄີຍອ່ານຜ່ານ 10 ອັນດັບ ແຮັກເກີ້ທີ່ເກັ່ງທີ່ສຸດໃນໂລກມາແລ້ວ ໂດຍວິລະກຳຂອງແຮັກເກີ້ແຕ່ລະຄົນນັ້ນຖືວ່າສຸດຍອດຂັ້ນເທບກັນທຸກຄົນ ແລະ ແອັດມິນກໍ່ໄດ້ພົບວ່າ ແຮັກເກີ້ທີ່ເກັ່ງທີ່ສຸດໃນໂລກນັ້ນມີຊື່ວ່າ Jonathan James ເຊິ່ງເປັນຫຍັງຈິ່ງວ່າລາວເກັ່ງທີ່ສຸດໃນໂລກເຮົາມາເບິ່ງວິລະກຳທີ່ລາວສ້າງໄວ້ເລີຍ

ເຈມສ໌ ເກີດເມື່ອວັນທີ 12 ທັນວາ 1983 ລາວເປັນຄົນທີ່ມີຄວາມສາມາດທາງດ້ານຄອມພິວເຕີສູງຫຼາຍ ເຂົ້າສາມາດຮຽນຮູ້ທຸກສິ່ງທຸກຢ່າງໄດ້ຢ່າງໄວວາ ເຈມສ໌ ມີອາຍຸພຽງ 15 ປີ ລາວກໍ່ສາມາດແຮັກຂໍ້ມູນບໍລິສັດທີ່ເຂົາຮູ້ຈັກອີກຫຼາຍບໍລິສັດ ເຊັ່ນບໍລິສັດໂທລະສັບ BellSouth ທີ່ເຂົາໄດ້ແຮັກເຂົ້າໄປເພື່ອໃຊ້ໂທລະສັບໂທຫາຄົນນັ້ນຄົນນີ້ຟຣີ ແລະ ໃນປີ 1999 ເຈມສ໌ໄດ້ແຮັກຂໍ້ມູນຂອງໜ່ວຍງານ DTRA ກະຊວງກະລາໂຫມຂອງສະຫະລັດ ເພື່ອເຂົ້າໄປອ່ານຂໍ້ມູນລັບຂອງປະເທດ ກົດໝາຍຂອງປະເທດສະຫະລັດບໍ່ຍອມອ່ອນຂໍ້ໃຫ້ເຂົາ ແຕ່ຍ້ອນອາຍຸຂອງເຂົາຍັງເປັນເຍົາວະຊົນ ເຂົາຈິ່ງຖືກຕັດສິນຈຳຄຸກ 6 ເດືອນໃນໂທດຖານລັກຄວາມລັບສູງສຸດຂອງປະເທດດ້ວຍໄວອາຍຸພຽງ 15 ປີ ເຊິ່ງເປັນຄົນທີ່ອາຍຸນ້ອຍທີ່ສຸດທີ່ໄດ້ຈຳຄຸກ

ຈົນເມື່ອເຂົາໄດ້ສ້າງວິລະກຳທີ່ເຮັດໃຫ້ຊື່ສຽງຂອງເຂົາໂດ່ງດັງໄປທົ່ວໂລກ ໃນປີ 1999 ຕອນເຂົາໄດ້ອາຍຸພຽງ 16 ປີເຂົາໄດ້ແຮັກຂໍ້ມູນອົງການ NASA ອົງການທີ່ມີຊື່ວ່າໄຮເທັກທີ່ສຸດຂອງໂລກ ເຈມສ໌ໄດ້ແຮັກເຂົ້າໄປອ່ານຂໍ້ມູນລັບສຸດຍອດທີ່ບໍ່ໄດ້ຖືກເປີດເຜີຍ ແລະ ທີ່ສຳຄັນລາວໄດ້ລັກເອົາໂປຣແກຣມທີ່ທາງ ນາຊ່າ ພັດທະນາຂຶ້ນດ້ວຍເງິນມະຫາສານ ເປັນເງິນເຖິງ 1.7 ລ້ານໂດລາສະຫະລັດ.

ຫຼັງຈາກເກີດເລື່ອງ ເຈມສ໌ກໍ່ໄດ້ໃຊ້ຊີວິດຕາມປົກກະຕິ ຈົນມາຮອດປີ 2008 ໄດ້ເກີດຂ່າວໃຫຍ່ຂຶ້ນໃນວົງການແຮັກເກີ້ ເພາະ Jonathan James ຊາຍຜູ້ເປັນແຮງບັນດານໃຈ ແລະ ຮີໂລ້ຂອງແຮັກເກີ້ຮຸ້ນໃໝ່ ໄດ້ເສຍຊີວິດລົງຈາກການຂ້າຕົວຕາຍ ໂດຍສາເຫດ ເພາະເຈມສ໌ ຖືກໃສ່ຮ້າຍວ່າເປັນຜູ້ສົມຮູ້ຮ່ວມຄິດໃນການແຮັກເຂົ້າໄປປົ້ນບໍລິສັດບັດເຄຣດິດອອນໄລນ໌ ເພາະເຂົາມີລາຍຊື່ຢູ່ໃນກຸ່ມຜູ້ກະທຳຜິດ ແລະ ຕົວເຂົາເອງກໍ່ເປັນຄົນທີ່ເກັ່ງທີ່ສຸດໃນກຸ່ມເຂົາຈິ່ງຕົກເປັນຜູ້ຕ້ອງສົງໃສຄົນທຳອິດ

ຕອນທຳອິດຕຳຫຼວດໄດ້ບຸກເຂົ້າມາຄົ້ນເຮືອນຂອງເຈມສ໌ ແຕ່ບໍ່ພົບຫຼັກຖານໃດໆທີ່ຜິດກົດໝາຍ ແຕ່ທາງບໍລິສັດກໍ່ກົດດັນທັງຕຳຫຼວດ ແລະ ເຈມສ໌ຢ່າງໜັກ ຈົນເຮັດໃຫ້ສານສັ່ງຈຳຄຸກເຈມສ໌ອີກຄັ້ງ ເຊິ່ງເລື່ອງນີ້ເຮັດໃຫ້ເຈມສ໌ຍອມຮັບບໍ່ໄດ້ ເພາະລາວບໍ່ໄດ້ມີສ່ວນກະທຳຜິດໃນເຫດການຄັ້ງນີ້ ລາວຢູ່ໃນພະວະຈິດຕົກ, ຊຶມເສົ້າ ແລະ ໃນທີ່ສຸດກໍ່ຕັດສິນໃຈຂ້າຕົວຕາຍ

ຂໍ້ມູນຈາກ:​ http://www.flagfrog.com/
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!