spot_img
Homeຂ່າວທ້ອງຖິ່ນກອງປະຊຸມນາຍົກ-ຮອງນາຍົກ 2 ບັນຫາຄົ້ນຄວ້າມາດຕະການປະຕິບັດພາຍຫຼັງວັນທີ 3 ພຶດສະພາ

ກອງປະຊຸມນາຍົກ-ຮອງນາຍົກ 2 ບັນຫາຄົ້ນຄວ້າມາດຕະການປະຕິບັດພາຍຫຼັງວັນທີ 3 ພຶດສະພາ

Published on

ໜັງສືພິມເສດຖະກິດ-ສັງຄົມ ລາຍງານໃຫ້ຮູ້ວ່າ ໃນຕອນເຊົ້າຂອງວັນທີ 28 ເມສາ 2020 ທີ່ສໍານັກງານນາຍົກລັດຖະມົນຕີ ໄດ້ຈັດກອງປະຊຸມນາຍົກ-ຮອງນາຍົກລັດຖະມົນຕີ ເພື່ອປຶກສາຫາລືກ່ຽວກັບວຽກງານສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງໂຄວິດ– 19 ແລະ ການແກ້ໄຂຜົນກະທົບທາງດ້ານເສດຖະກິດຈາກການລະບາດຂອງພະຍາດ COVID – 19 ໂດຍການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ, ບັນດາທ່ານລັດຖະມົນຕີກະຊວງກ່ຽວຂ້ອງ, ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ແລະ ຄະນະສະເພາະກິດດ້ານເສດຖະກິດ ເພື່ອແກ້ໄຂຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ເຂົ້າຮ່ວມ ເຊິ່ງກອງປະຊຸມໄດ້ພິຈາລະນາ ແລະ ມີທິດຊີ້ນຳຕໍ່ບັນຫາສຳຄັນດັ່ງນີ້:

1. ກອງປະຊຸມ ໄດ້ພິຈາລະນາບົດລາຍງານກ່ຽວກັບສະພາບການປ້ອງກັນ, ຄວບຄຸມ ແລະ ມາດຕະການຮັບມືການລະບາດຂອງພະຍາດໂຄວິດ-19, ທິດທາງໃນຕໍ່ໜ້າ, ການປະເມີນຄວາມສ່ຽງແຕ່ລະແຂວງ, ແຜນການຜ່ອນຜັນບາງມາດຕະການ ແລະ ການສືບຕໍ່ປະຕິບັດບາງມາດຕະການ ພາຍຫຼັງວັນທີ 03 ພຶດສະພາ 2020 ໂດຍຈະຈັດຕັ້ງປະຕິບັດເປັນແຕ່ລະໄລຍະ ເປັນຕົ້ນ ການອະນຸຍາດໃຫ້ສໍານັກງານ, ອົງການ, ບັນດາບໍລິສັດເປີດດໍາເນີນການ; ການອະນຸຍາດໃຫ້ປະຊາຊົນ, ພະນັກງານ-ລັດຖະກອນ, ທະຫານຕໍາຫຼວດສາມາດອອກຈາກເຮືອນ ແລະ ເດີນທາງພາຍໃນແຂວງ ໂດຍຮັບປະກັນມາດຕະການປ້ອງກັນການຕິດເຊື້ອ; ການຈັດຝຶກອົບຮົມ, ການປະຊຸມທາງການ, ກິດຈະກຳທາງສາສະໜາ ແລະ ກິດຈະກຳອື່ນໆ; ການອະນຸຍາດໃຫ້ເປີດດໍາເນີນກິດຈະການຂອງບັນດາບໍລິສັດ, ໂຮງງານ ແລະ ໂຄງການໃຫຍ່ທີ່ປະຕິບັດຖືກຕ້ອງສອດຄ່ອງຕາມເງື່ອນໄຂ ແລະ ມາດຕະການປ້ອງກັນຕາມຂໍ້ແນະນໍາຂອງຄະນະສະເພາະກິດ ເລກທີ 031/ສພກ; ການສືບຕໍ່ປິດບາງກິດຈະການ, ການເປີດໂຮງຮຽນ, ການປິດດ່ານຊາຍແດນ ແລະ ອື່ນໆ.

2. ກອງປະຊຸມໄດ້ພິຈາລະນາຮ່າງບົດລາຍງານກ່ຽວກັບມາດຕະການແກ້ໄຂຜົນກະທົບທາງດ້ານເສດຖະກິດ ຈາກການແຜ່ລະບາດເຊື້ອພະຍາດໂຄວິດ – 19 ໂດຍລົງເລິກບາງນະໂຍບາຍ ແລະ ມາດຕະການທີ່ຍັງບໍ່ທັນໄດ້ກຳນົດອອກຢ່າງຊັດເຈນ ຕາມການຊີ້ນຳຂອງກອງປະຊຸມລັດຖະບານ ຄັ້ງວັນທີ 23 ເມສາ 2020 ເປັນຕົ້ນ: ນະໂຍບາຍອຸດໜູນແຮງງານຢູ່ໃນ ແລະ ນອກລະບົບປະກັນສັງຄົມ, ນະໂຍບາຍພາກປະຊາຊົນ ທີ່ຕິດພັນກັບການຫຼຸດຄ່າໄຟຟ້າ ແລະ ນໍ້າປະປາ, ການແກ້ໄຂອຸປະສັກການຂົນສົ່ງ ແລະ ຈໍລະຈອນສິນຄ້າພາຍໃນປະເທດ ແລະ ການນຳເຂົ້າ-ສົ່ງອອກສິນຄ້າຢູ່ບັນດາດ່ານຊາຍແດນ, ການຊຸກຍູ້ການຜະລິດກະສິກຳປູກຝັງ ແລະ ລ້ຽງສັດເພື່ອເປັນສະບຽງອາຫານ ແລະ ເປັນສິນຄ້າ, ການຟື້ນຟູຂະແໜງການບໍລິການ ແລະ ການທ່ອງທ່ຽວ, ນະໂຍບາຍດ້ານການເງິນ, ເງິນຕາລວມທັງການສົ່ງເສີມທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ, ການແກ້ໄຂໜີ້ສິນຕ່າງປະເທດ ແລະ ຂໍ້ສະເໜີຈຳນວນໜຶ່ງຂອງພາກທຸລະກິດ.

ພ້ອມກັນນີ້, ກອງປະຊຸມໄດ້ຊີ້ນໍາໃຫ້ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງເຊື້ອພະຍາດໂຄວິດ-19 ປັບປຸງລາຍງານດັ່ງກ່າວໃຫ້ມີເນື້ອໃນລະອຽດ, ຄົບຖ້ວນ, ຈະແຈ້ງຕາມການປະກອບຄໍາເຫັນຂອງກອງປະຊຸມ ໂດຍສະເພາະກ່ຽວກັບການປະເມີນຄວາມສ່ຽງ, ທິດທາງໃນຕໍ່ໜ້າໃຫ້ກຳນົດລະອຽດຊັດເຈນ, ບໍ່ໃຫ້ມີຊ່ອງວ່າງໃນການຕີຄວາມໝາຍ; ບັນດາມາດຕະການຜ່ອນຜັນຊົ່ວຄາວທີ່ຈະຈັດຕັ້ງປະຕິບັດພາຍຫຼັງວັນທີ 03 ພຶດສະພາ 2020 ໂດຍກຳນົດເປັນແຕ່ລະໄລຍະ ໃນເງື່ອນໄຂທີ່ບໍ່ມີກໍລະນີຕິດເຊື້ອໃໝ່ ແລະ ມາດຕະການຈະສືບຕໍ່ປະຕິບັດຖ້າມີກໍລະນີຕິດເຊື້ອໃໝ່ເກີດຂຶ້ນ. ຫຼັງຈາກນັ້ນ, ນຳສະເໜີລາຍງານຕໍ່ກອງປະຊຸມກົມການເມືອງສູນກາງພັກພິຈາລະນາ ແລະ ມີທິດຊີ້ນໍາໃນຂັ້ນຕໍ່ໄປ.

 

ຮຽບຮຽງຂ່າວ: ພຸດສະດີ

 

ບົດຄວາມຫຼ້າສຸດ

ສະມາຄົມສິລະປະ ແລະ ແລກປ່ຽນວັດທະນະທຳ ສ.ເກົາຫຼີ ມອບພາຫະນະ ແລະ ເຄື່ອງຮັບໃຊ້ ໃຫ້ກະຊວງ ປກສ ລາວ

ວັນທີ 20 ກັນຍາ 2024, ພົອ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ຕ້ອນຮັບຄະນະສະມາຄົມສິລະປະ ແລະ ແລກປ່ຽນວັດທະນະທຳ ສາທາລະນະລັດເກົາຫຼີ...

ຈະປ່ອຍນ້ຳ ເຂື່ອນໄຟຟ້ານ້ຳງື່ມ 2 ແຕ່ວັນທີ 21 ກັນຍາ 2024 ເປັນຕົ້ນໄປ

ອີງຕາມແຈ້ງການຂອງບໍລິສັດໄຟຟ້ານໍ້າງື່ມ 2 ຈຳກັດ ລົງເມື່ອວັນທີ 19 ກັນຍາ 2024 ກ່ຽວກັບແຈ້ງສະຖານະການຂອງປະລິມານນໍ້າໃນອ່າງເກັບນໍ້າງື່ມ 2 ຄາດຄະເນການເປີດປະຕູລະບາຍນໍ້າ. (ອ່ານລາຍລະອຽດລຸ່ມນີ້)

ພາຍຸ ບໍຣິສ ພັດຖະຫຼົ່ມອິຕາລີ ນ້ຳຖ້ວມຕິດ 2 ປີ ຫຼ້າສຸດເສຍຊີວິດ 23 ຄົນ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 20 ກັນຍາ 2024 ນີ້ວ່າ: ພາຍຸບໍຣິສ ພັດຖະຫຼົ່ມພາກຕາເວັນອອກສ່ຽງເໜືອ ແລະ ພາກກາງຂອງປະເທດອິຕາລີ ໃນວັນທີ 19 ກັນຍາ 2024 ຜ່ານມາ,...

ເຕືອນ 9 ເມືອງ ສ່ຽງນໍ້າຖ້ວມຈາກການລະບາຍນໍ້າ ເຂື່ອນເຊລະນອງ 1 ແຂວງສະຫວັນນະເຂດ

ອີງຕາມແຈ້ງການຂອງຫ້ອງວ່າການແຂວງສະຫວັນນະເຂດ ລົງເມື່ອວັນທີ 19 ກັນຍາ 2024 ກ່ຽວກັບການປ່ອຍປະຕູລະບາຍນໍ້າເພື່ອບໍລິຫານຈັດການນໍ້າຂອງເຂື່ອນໄຟຟ້າເຊລະນອງ 1 (ອ່ານລາຍລະອຽດແຈ້ງການລຸ່ມນີ້)