spot_img
Homeຂ່າວການຊ່ວຍເຫຼືອສະມາຄົມສິລະປະ ແລະ ແລກປ່ຽນວັດທະນະທຳ ສ.ເກົາຫຼີ ມອບພາຫະນະ ແລະ ເຄື່ອງຮັບໃຊ້ ໃຫ້ກະຊວງ ປກສ ລາວ

ສະມາຄົມສິລະປະ ແລະ ແລກປ່ຽນວັດທະນະທຳ ສ.ເກົາຫຼີ ມອບພາຫະນະ ແລະ ເຄື່ອງຮັບໃຊ້ ໃຫ້ກະຊວງ ປກສ ລາວ

Published on

ວັນທີ 20 ກັນຍາ 2024, ພົອ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ຕ້ອນຮັບຄະນະສະມາຄົມສິລະປະ ແລະ ແລກປ່ຽນວັດທະນະທຳ ສາທາລະນະລັດເກົາຫຼີ ( ສ.ເກົາຫຼີ ), ເຊິ່ງນຳໂດຍ ທ່ານ ນາງ ຢູ ຮັນ ສຸກ ປະທານສະມາຄົມສິລະປະ ແລະ ແລກປ່ຽນວັດທະນະທຳ ສາທາລະນະລັດເກົາຫຼີ ມີຕາງໜ້າຈາກກອງບັນຊາການຕຳຫຼວດແຂວງ ຊຸງ ຊອງ ແລະ ຕຳຫຼວດແຂວງ ຊຸງ ນໍາ ພ້ອມຄະນະ ໃນໂອກາດທີ່ເດີນທາງມາມອບ ພາຫະນະ ແລະ ເຄື່ອງຮັບໃຊ້ວຽກງານວິຊາສະເພາະ ໃຫ້ກະຊວງປ້ອງກັນຄວາມສະຫງົບລາວ ເພື່ອນໍາໃຊ້ເຂົ້າໃນການປະຕິບັດວຽກງານວິຊາສະເພາະ ປ້ອງກັນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44, 45 ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ທີ່ຈະຈັດຂຶ້ນໃນຕົ້ນເດືອນ ຕຸລາ ປີ 2024; ເຊິ່ງປະກອບມີ: ລົດເກັງ 20 ຄັນ, ລົດຈັກເປີດທາງ 5 ຄັນ ແລະ ຄ້ອນໄຟຟ້າ 100 ອັນ ລວມມູນຄ່າ 661.200 ໂດລາສາຫະລັດ.

ພົອ ວິໄລ ຫຼ້າຄໍາຟອງ ກ່າວວ່າ: ການໄດ້ຮັບເຄື່ອງໃນຄັ້ງນີ້ ແມ່ນການຊ່ວຍເຫຼືອສຸດທີ່ມີຄວາມໝາຍສໍາຄັນຫຼາຍ, ທັງເປັນການປະກອບສ່ວນອັນໃຫຍ່ຫຼວງ ທີ່ສະແດງໃຫ້ເຫັນເຖິງມູນເຊື້ອ ການພົວພັນຮ່ວມມືຂອງສອງພັກ, ສອງລັດຖະບານ ກໍຄື ປະຊາຊົນສອງຊາດ ລາວ-ເກົາຫຼີ ໂດຍສະເພາະ ແມ່ນກຳລັງປ້ອງກັນຄວາມສະຫງົບ ກັບຄະນະສະມາຄົມສິລະປະ ແລະ ແລກປ່ຽນວັດທະນະທຳ ສ.ເກົາຫຼີ ທີ່ມີມູນເຊື້ອຮັກແພງສາມັກຄີ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ; ພ້ອມນັ້ນ ຍັງໄດ້ຢັ້ງຢືນເຖິງການປະກອບສ່ວນສໍາຄັນໃນການຊຸກຍູ້ສົ່ງເສີມສາຍພົວພັນການຮ່ວມມື ລະຫວ່າງ ສອງຊາດ ໃນຂົງເຂດວຽກງານປ້ອງກັນຄວາມສະຫງົບ ທັງເປັນການຊ່ວຍເຫຼືອຖືກຕ້ອງກັບຄວາມຈຳເປັນ ແລະ ຄວາມຕ້ອງການທາງດ້ານວິຊາສະເພາະ ປ້ອງກັນຄວາມສະຫງົບລາວ.

ແຫຼ່ງຂ່າວ: ກະຊວງປ້ອງກັນຄວາມສະຫງົບ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...