spot_img
Homeຂ່າວຕ່າງປະເທດໄອເອຟຊີ ໜຸນເງິນກູ້ມຽນມາສ້າງທ່ອງທ່ຽວຍືນຍົງ

ໄອເອຟຊີ ໜຸນເງິນກູ້ມຽນມາສ້າງທ່ອງທ່ຽວຍືນຍົງ

Published on

 ບໍລິສັດ​​ເງິນ​ທຶນ​ສາກົນ(​ໄອ​ເອຟຊີ)​​ໃຫ້​ເງິນ​ສະໜັບສະໜູນ​“ຢູ​ໄນ​ເຕັດ ອິນ​ເຕີ​ເນ​ຊັນ​ແນ​ລກຣຸບ”ກຸ່ມ​ຜູ້ນຳ​ດ້ານ​ໂຮງ​ແຮມ​ທ້ອງ​ຖິ່ນ​ຂອງ​ມຽນມາ​ກູ້​ຢື​ມ​ເງິນ​ຈຳນວນ 13,2 ລ້ານ​ໂດ​ລາ​ສະຫະລັດ​ເພື່ອ​ຂະຫຍາຍ​ໂຮງ​ແຮມ 2 ​ແຫ່ງ.

      ອຸດສາຫະກຳ​ທ່ອງ​ທ່ຽວ​ເປັນ​ສ່ວນ​ປະກອບ​ສຳຄັນ​ຫຼາຍ​ຂອງ​ເສດຖະກິດ​ມຽນມາ​ສ້າງ​ຈີ​ດີ​ພີ​ໄດ້​ຫຼາຍ​ເຖິງ 3 ລ້ານ​ໂດ​ລາ​ໃນ​ປີ 2014 ​ແລະ ຄາດ​ວ່າ​ທຸລະ​ກິດ​ການທ່ອງທ່ຽວຈະ​ມີ​ການ​ເຕີບ​ໂຕ 8,4% ຕໍ່​ປີ ​ຕໍ່​ເນື່ອງ​ຈົນ​ເຖິງ​ປີ 2025 ພ້ອມ​ທັງຄາດ​ວ່າ ຈະ​ສາມາດ​ສ້າງ​ວຽກ​ເຮັດ​ໄດ້​ເຖິງ 2 ລ້ານ​ຄົນ, ທັງ​ນີ້​ໂຮງ​ແຮມ​ໃໝ່ 144 ຫ້ອງ​ຢູພຸກາມ ​ແລະ 130 ຫ້ອງ​ຢູ່​ເຂດ​ທະ​ເລ​ສາບ​ອິນ​ເລ ຈະ​ມີ​ການ​ອອກ​ແບບ​ທີ່​ສອດຄ່ອງ​ກັບ​ນະ​ໂຍບາຍ​ຂອງ​ໄອ​​ເອຟຊີ​ໃນ​ການ​ກໍ່ສ້າງ​ສະຖາປັດ​ຕະຍະ​ກຳ​ສີຂຽວ​ມຸ້ງ​ເນັ້ນ​ການ​ຫຼຸດ​ໃຊ້​ພະລັງງານ​ນ້ຳ, ວັດ​ສະດຸ​ຢ່າງ​ໜ້ອຍ 20% ​ເມື່ອ​ທຽບ​ກັບ​ຕຶກ​ທົ່ວ​​ໄປ ​ແລ​ະ ​ໂຮງ​ແຮມ​ຢູ່​ທະ​ເລ​ສາບ​ອິນ​ເລ​ຈະ​ເນັ້ນ​ການ​ກໍ່ສ້າງ​ໃຫ້​ສອດຄ່ອງ​ກັບການ​ອະນຸ​ຮັກ​ທະ​ເລ​ສາບ.

ທັງ​ນີ້​ໄອ​ເອຟຊີ​ຮ່ວມກັບ​ທະນາຄານ​ໂລກ​ຈະ​ໃຫ້ການ​ສະໜັບສະໜູນ​ການ​ປະຕິ​ຮູບ ​ແລະ ການ​ລົງທຶນ​ຢູ່​ມຽນມາ ​ເພື່ອ​ສ້າ​ງຄວາມ​ເຂັ້ມ​ແຂງ​ຂອງ​ຂະ​ແໜງ​ເອກະ​ຊົນ ​ແລະ ສ້າງ​ວຽກ​ເຮັດ​ງານ​ທຳ​ເພື່ອ​ຫຼຸດ​ຜ່ອນຄວາມທຸກ​ຍາກ ຊຶ່ງ​ພາ ລະກິດ​ຂອງ​ໄອ​ເອຟຊີ ຈະ​ມຸ້ງ​ເນັ້ນ​ໃນ​ການ​ປັບ​ໂຄງ​ສ້າງ​ພື້ນຖານ, ການ​ສ້າງ​ວຽກ​ເຮັດ ​ແລະ ການ​ເຂົ້າ​ເຖິງ​ເງິນ​ທຶນ​ໃນ​ຂະ​ແໜງ​ກະສິກຳ ​ແລະ ການທ່ອງທ່ຽວ ​ໂດ​ຍປະຈຸ​ບັນ​ໄອ​ເອຟຊີ​ຖື​ເປັນ​ຜູ້​ລົງທຶນລາຍ​ໃຫຍ່​ທີ່​ສຸດ​ຂອງ​ຂະ​ແໜ​ງ​ເອກະ​ຊົນ​ໃນ​ມຽນມາ​ໂດຍ​ເງິນ​ລົງທຶນສະ​ສົມ​ຢູ່​ທີ່ 386 ລ້ານ​ໂດ​ລາ​​​ໃນເດືອນ​ກັນຍາ​ປີນີ້(ຕາມ​ຂ່າວ​ຕ່າງປະ​ເທດ).

ຂ່າວຈາກ: ເສດຖະກິດ-ສັງຄົມ

 

ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...