ໄຂ້ເລືອດອອກລະບາດຢູ່ເຂດໄຕ້ຫວັນ ເສຍຊີວິດ 158 ຄົນ!

14480918 400

ຂປລ. ຕາມ​ຂ່າວ ​ຕ່າງປະ​ເທດ, ວັນ​ທີ 21 ພະຈິກ 2015, ​ເຈົ້າໜ້າ​ທ່ີ ສຳນັກງານ ​ຄວບ​ຄຸມພະ​ຍາດ ຢູ່​ເຂດ​ໄຕ້​ຫວັນ(ຈີນ) ລາຍ​ງານວ່າ: ນັບ​ແຕ່​​ເດືອນ ພຶດສະພາ​ ຈົນ​ເຖິງ ​ປັດຈຸບັນ ພະຍາດ​ ໄຂ້​ເລືອກ​ອອກ ​ໄດ້​ແຜ່​ລະບາດ​ ຢ່າງ​ໜັກ ​​​ເຮັດ​ໃຫ້​ມີ​ ຄົນ​ເຈ​ັບ​ເຖິງ 35.744 ຄົນ, ໃນ​ນັ້ນ ​​ເສຍ​ຊີວິດ​ແລ້ວ​ 158 ຄົນ ​​ໂດຍສະ​ເພາະ​ ​ວັນ​ທີ 19 ຜ່ານ​ມາ ມີຄົນ​ເຈັບ ​ເຖິງ 399 ຄົນ ​ຢູ່​ເມ​ືອງ ​ເກົາ​ສົງ ​ແລະ​ ເມືອງ ​ໄຖ​ໜານ ທາງ​ພາກ​ໃຕ້ ​ຂອງ ​​ເຂດ​ໄຕ້​ຫວັນ (ຈີນ), ​ເຊິ່ງເປັນປີ ທ່ີ​ພະຍາດ​ນີ້  ​​ແຜ່​ລະບາດ​ ຢ່າງ​ໜັ​ກ​ ໃນ​ຮອບ​ ຫລາຍ​ປີ ຜ່ານມາ.

 

ຂປລ