spot_img
Homeຂ່າວຕ່າງປະເທດໂປຣແກຣມ ຂອງກູໂກລ ເອົາຊະນະ ແຊມປ້ຽນໂລກ ໃນການຫຼິ້ນເກມ Go ທີ່ນະຄອນຫຼວງໂຊລ

ໂປຣແກຣມ ຂອງກູໂກລ ເອົາຊະນະ ແຊມປ້ຽນໂລກ ໃນການຫຼິ້ນເກມ Go ທີ່ນະຄອນຫຼວງໂຊລ

Published on

ຜູ້ຄອງຕຳແໜ່ງແຊ້ມປ້ຽນໂລກ ນັກຫລິ້ນເກມກະດານ ທີ່ມີຊື່ວ່າ Go ໄດ້ຂໍໂທດຫຼັງຈາກທີ່ໄດ້ເສຍໄຊ ສາມຄັ້ງລຽນຕິດ ແລະ ລາງວັນ 1 ລ້ານໂດລາ ໃນການຫລິ້ນແຂ່ງກັບ AlphaGo ເຊິ່ງເປັນຄອມພິວເຕີ ໂປຣແກຣມ ຂອງບໍລິສັດ Google ເມື່ອວັນເສົາທີ່ຜ່ານມາຢູ່ທີ່ນະຄອນຫຼວງໂຊລ ຂອງເກົາຫຼີໃຕ້.

ທ່ານ Lee Sedol ຜູ້ທີ່ເສຍໄຊໃນຄັ້ງນີ້ໄດ້ບອກກັບບັນດານັກຂ່າວວ່າ “ຂ້າພະເຈົ້າບໍ່ຮູ້ວ່າ ຈະເວົ້າຈັ່ງໃດ ແຕ່ຂ້າພະເຈົ້າ ຄິດວ່າກ່ອນອື່ນ ຂ້າພະເຈົ້າຕ້ອງຂໍໂທດ”  ຫຼັງຈາກທີ່ລາວໄດ້ຫລິ້ນເສຍ 3 ໃນ ຈຳນວນ 5 ເກມ ໃນການແຂ່ງຂັນນັ້ນ. ເຖິງແມ່ນວ່າ ຈະໄດ້ເສຍໄຊໄປແລ້ວໃນຫຼາຍຮອບກໍຕາມ ແຕ່ ທ່ານ Lee ແມ່ນຍັງມີກຳນົດວ່າ ຈະຫຼິ້ນອີກສອງເກມການແຂ່ງຂັນທີ່ຍັງເຫຼືອສູ້ກັບ ຄວາມສະຫຼຽວສະຫຼາດ ຂອງຄອມພິວເຕີໂປຣແກຣມ ແລະ ຊອບແວຣ “ທີ່ສາມາດຮູ້ໂດຍສັນຊາດຕະຍານ”  ຫຼື AI ທີ່ຫຍໍ້ມາຈາກຄຳວ່າ artificial intelligence ໃນວັນອາທິດວານນີ້ ແລະ ໃນວັນອັງຄານທີ່ຈະມາຮອດນີ້.

3EC558D0-0CEE-4171-B5E8-EBFC56E12AE8_w640_s

ທ່ານ Lee ອາຍຸ 33 ປີ ເປັນ ນັກຫຼິ້ນເກມກະດານ ເກົ່າແກ່ຂອງຈີນ ຜູ້ຫນຶ່ງທີ່ເກັ່ງກ້າທີ່ສຸດ ໃນຍຸກສະໄໝໃໝ່ ໄດ້ເວົ້າອີກວ່າ “ຂ້າພະເຈົ້າເສຍໃຈຫຼາຍ ສຳລັບການສະແດງອອກທີ່ບໍ່ມີອຳນາດເລີຍ. ຂ້າພະເຈົ້າຂໍໂທດ ທີ່ບໍ່ສາມາດ ຕອບສະໜອງຄວາມຄາດຫວັງຂອງຜູ້ຄົນທັງຫຼາຍໄດ້. ຂ້າພະເຈົ້າຮູ້ສຶກແບບວ່າ ບໍ່ມີພະລັງຫຍັງເລີຍ.”

ທ່ານ Lee ຜູ້ທີ່ໄດ້ຮັບໄຊຊະນະ ການແຂ່ງຂັນ Go ທົ່ວໂລກ 18 ຕຳແໜ່ງມາແລ້ວ ໄດ້ຍອມຮັບວ່າ ທ່ານໄດ້ “ຕັດສິນຜິດພາດ”  ຕໍ່ຄວາມອາດສາມາດຂອງຄອມພິວເຕີໂປຣແກຣມ ແລະ ເວົ້າຕໍ່ໄປວ່າ “ຂ້າພະເຈົ້າມີປະສົບການຢ່າງຫຼວງຫຼາຍ ໃນການຫຼິ້ນເກມ Go ນັ້ນແຕ່ບໍ່ເຄີຍມີກໍລະນີ ທີ່ຂ້າພະເຈົ້າໄດ້ຕົກຢູ່ພາຍໃຕ້ຄວາມກົດດັນຫຼາຍຈັ່ງຊີ້ ຢູ່ບ່ອນໃດເລີຍ ແລະ ຂ້າພະເຈົ້າບໍ່ມີຄວາມສາມາດ ເອົາຊະນະມັນໄດ້.”

F7A145E1-264C-45F7-A754-8E5708B28AD9_w640_s

ນັກຫຼິ້ນເກມ Go ມືອາຊີບ ອັນດັບສູງ ຫຼາຍຄົນ ໄດ້ໃຫ້ຄຳເຫັນວ່າ AlphaGo ໄດ້ສະແດງອອກເຖິງການບໍ່ໄປຕາມກົດເກນ ການເຄື່ອນຍ້າຍ ທີ່ໃນເບື້ອງຕົ້ນ ເຮັດໃຫ້ຜູ້ຄົນຮູ້ສຶກງົງແຕ່ມັນກໍເຫັນວ່າມີເຫດຜົນ ຫລັງຈາກທີ່ໄດ້ວິເຄາະເບິ່ງແລ້ວ.

 

ແຫລ່ງຂ່າວຈາກ: ສຳນັກຂ່າວ ວິໂອເອລາວ.

 

ບົດຄວາມຫຼ້າສຸດ

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...