spot_img
Homeຂ່າວຕ່າງປະເທດ"ໂຕກຽວ"ກວດພົບຜູ້ຕິດເຊື້ອໂຄວິດ-19 ກຸ່ມໃຫຍ່ ກ່ອນການແຂ່ງຂັນໂອລິມປິກຢູ່ທີ່ຍີ່ປຸ່ນຈະເລີ່ມຂຶ້ນ

“ໂຕກຽວ”ກວດພົບຜູ້ຕິດເຊື້ອໂຄວິດ-19 ກຸ່ມໃຫຍ່ ກ່ອນການແຂ່ງຂັນໂອລິມປິກຢູ່ທີ່ຍີ່ປຸ່ນຈະເລີ່ມຂຶ້ນ

Published on

ວັນທີ 14 ກໍລະກົດ 2021 ສໍານັກຂ່າວ ctvnews ໄດ້ລາຍງານວ່າ ຍີ່ປຸ່ນກວດພົບຜູ້ຕິດເຊື້ອ ໂຄວິດ-19 ກຸ່ມໃໝ່ຈໍານວນຫຼາຍລາຍ ຢູ່ທີ່ໂຮງແຮມເຊິ່ງມີນັກກິລາໂອລິມປິກຂອງບຣາຊິວພັກຢູ່ຫຼາຍສິບຄົນ ສ້າງຄວາມກັງວົນກ່ອນການແຂ່ງຂັນໂຕກຽວໂອລິມປິກ.

ໂດຍພະນັກງານ 7 ຄົນຂອງໂຮງແຮມໃນເມືອງຮາມາມັດສຶ ທາງຕາເວັນຕົກສຽງໃຕ້ຂອງກຸງໂຕກຽວ ມີຜົນກວດອອກມາເປັນບວກ ແຕ່ທີມນັກກິລາຂອງບຣາຊິວ 31 ຄົນ ທີ່ມີນັກຍູໂດຮ່ວມຢູ່ນໍາກັນທີ່ພັກຢູ່ໃນສະຖານກັກໂຕ ເຊິ່ງແຍກຈາກແຂກຂອງໂຮງແຮມຄົນອື່ນໆ ບໍ່ໄດ້ຕິດເຊື້ອໂຄວິດ-19.

ຢ່າງໃດກໍຕາມ ຜູ້ຊຽວຊານດ້ານການແພດວິຕົກວ່າ ໂອລິມປິກ ທີ່ຈັດໂດຍຄະນະຜູ້ຈັດໂຕກຽວໂອລິມປິກ 2020 ເພື່ອປ້ອງກັນໂຄວິດ-19 ຈະບໍ່ສາມາດປ້ອງກັນໄດ້ຢ່າງສົມບູນ ເນື່ອງຈາກການເຄືື່ອນທີ່ຂອງເຈົ້າໜ້າທີ່ທີ່ອາດຈະເຮັດໃຫ້ມີໂອກາດຕິດເຊື້ອໄດ້.

ດ້ານ ໂທມັສ ບາກ ປະທານຄະນະກໍາມະການໂອລິມປິກ ຫຼື ໄອໂອຊີ ໄດ້ກ່າວ ພາຍຫຼັງເຂົ້າພົບນາຍົກລັດຖະມົນຕີ ໂຍຊິຮິເດະ ຊູງະ ຂອງຍີ່ປຸ່ນ ຍົກຍ່ອງຄະນະກໍາມະການຈັດການແຂ່ງຂັນ ແລະ ປະຊາຊົນຍີ່ປຸ່ນໃນການຈັດການແຂ່ງຂັນທ່າມກາງການລະບາດຂອງໂຄວິດ-19 ເຂົາກ່າວວ່າ ໂອລິມປິກຄັ້ງນີ້ຈະເປັນຄັ້ງປະຫວັດສາດ ໃນເລື່ອງຂອງແນວທາງທີ່ຊາວຍີ່ປຸ່ນເອົາຊະນະຄວາມທ້າທາຍທີ່ເປັນອຸປະສັກຕ່າງໆ ໃນຊ່ວງຫຼາຍປີທີ່ຜ່ານມາ ທັງເລື່ອງແຜ່ນດິນໄຫວ ແລະ ໂຄວິດ-19 ເຂົາຍັງກ່າວຍໍ້າອີກວ່າ ມາດຕະການປ້ອງກັນໂຄວິດ-19 ທີ່ເຂັ້ມງວດໄດ້ກຽມໄວ້ພ້ອມແລ້ວ ແລະ ໄດ້ເລີ່ມປະຕິບັດໄປແລ້ວ.

ຂະນະດຽວກັນ, ກຸງໂຕກຽວ ກຽມເປັນເຈົ້າພາບຈັດການແຂ່ງຂັນໂອລິມປິກລະດູຮ້ອນ ລະຫວ່າງວັນທີ 23 ກໍລະກົດ ຮອດ ວັນທີ 8 ສິງຫາ ນີ້ ຢ່າງໃດກໍຕາມຄະນະກໍາມະການໂອລິມປິກໂຕກຽວເມື່ອອາທິດກ່ອນ ຢືນຢັນວ່າການແຂ່ງຂັນຄັ້ງນີ້ຈະບໍ່ມີຜູ້ຊົມຢູ່ໃນສະໜາມ.

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...