spot_img
Homeຂ່າວທ້ອງຖິ່ນໂຄວິດ-19 ກະທົບການເກັບຄ່າທຳນຽມທາງ ແລະ ພາສີທີ່ດິນຫຼຸດແຜນການ

ໂຄວິດ-19 ກະທົບການເກັບຄ່າທຳນຽມທາງ ແລະ ພາສີທີ່ດິນຫຼຸດແຜນການ

Published on

ໜັງສືພິມວຽງຈັນໃໝ່ ລາຍງານວ່າ ກອງ​ປະ­ຊຸມ​ເປີດ​ກວ້າງ​ທົບ​ທວນ­ຄືນ ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ການ​ເກັບ​ຄ່າ​ທຳ­ນຽມ​ທາງ ແລະ ພາ­ສີ​ທີ່​ດິນ​ໃນ​ໄລ­ຍະ​ຜ່ານ​ມາ ແລະ ແຜນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ໃນ­ຕໍ່­ໜ້າ ໄດ້​ຈັດ​ຂຶ້ນ​ວັນ​ທີ 17 ກໍ­ລະ­ກົດ 2020 ທີ່​ກົມ​ສ່ວຍ​ສາ​ອາ­ກອນ ທ່ານ ກົງ​ຄຳ ສິດ­ທິ​ວໍ­ລະ​ດາ ຮອງ​ຫົວ­ໜ້າ​ກົມ​ສ່ວຍ​ສາ​ອາ­ກອນ ລາຍງານຕໍ່ທີ່ປະຊຸມ ການ​ເກັບ​ຄ່າ​ທຳ­ນຽມ​ທາງ ແລະ ພາ­ສີ​ທີ່​ດິນ ໃນ 6 ເດືອນ​ຕົ້ນ​ປີ 2020 ບໍ່​ບັນ­ລຸ​ແຜນ­ການ​ນັ້ນ ສາ­ເຫດ​ຫຼັກ​ເກີດ​ຈາກ​ການ​ແພ່​ລະ­ບາດ​ຂອງ​ພະ­ຍາດ ໂຄວິດ-19 ຢູ່​ໃນ​ໄລ­ຍະ​ຕົ້ນ​ປີ ເຮັດ​ໃຫ້­ການ​ໂຄ­ສະ­ນາ ແລະ ລົງ​ຊຸກ­ຍູ້​ລາຍ​ຮັບ​ໄດ້​ຢຸດ​ຊົ່ວ­ຄາວ​ໄລ­ຍະ​ໜຶ່ງ.

ທ່ານ ກົງ​ຄຳ ສິດ­ທິ​ວໍ­ລະ​ດາ ຮອງ​ຫົວ­ໜ້າ​ກົມ​ສ່ວຍ​ສາ​ອາ­ກອນ ໄດ້​ກ່າວ​ວ່າ: ການ​ເກັບ​ຄ່າ​ທຳ­ນຽມ​ທາງ​ໃນ​ປີ 2020 ນັບ​ແຕ່​ເດືອນ​ມັງ­ກອນ​ຮອດ​ວັນ​ທີ 15 ກໍ­ລະ­ກົດ 2020 ສາ­ມາດ​ເກັບ​ຄ່າ​ທຳ­ນຽມ​ທາງ​ໄດ້​ທັງ​ໝົດ 63,36 ຕື້​ກີບ ເທົ່າ​ກັບ 35,95% ຂອງ​ແຜນ­ການ​ປີ ທຽບ­ໃສ່​ໄລ­ຍະ​ດຽວ​ກັນ​ຂອງ​ປີ­ຜ່ານ­ມາ ຫຼຸດ​ລົງ -18,04% ຫຼື​ປະ­ມານ 13,94 ຕື້​ກີບ ມີ​ພາ­ຫະ­ນະ​ເສຍ​ຄ່າ​ທາງ​ທັງ​ໝົດ 317.718 ຄັນ ເທົ່າ​ກັບ 22,62% ຂອງ​ພາ­ຫະ­ນະ​ທັງ​ໝົດ (ໃນ​ຈຳ­ນວນ​ລົດ​ທັງ​ໝົດ 1.404.491 ຄັນ ທຽບ­ໃສ່​ໄລ­ຍະ​ດຽວ​ກັນ​ຂອງ​ປິ​ຜ່ານ​ມາ​ຫຼຸດ​ລົງ -15,50% ຫຼື ຫຼຸດ​ປະ­ມານ 58,266 ຄັນ. ສ່ວນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ການ​ເກັບ​ຄ່າ​ພາ­ສີ​ທີ່​ດີນ ປີ 2020 ການ​ເກັບ​ແຕ່​ເດືອນ​ມັງ­ກອນ ຮອດ​ວັນ​ທີ 15 ກໍ­ລະ­ກົດ 2020 ສາ­ມາດ​ເກັບ​ໄດ້​ທັງ​ໝົດ 97,45 ຕື້​ກີບ ເທົ່າ​ກັບ 42,56% ຂອງ​ແຜນ­ການ​ປີ ທຽບ­ໃສ່​ໄລ­ຍະ​ດຽວ​ກັນ​ຂອງ​ປີ­ຜ່ານ­ມາ ຫຼຸດ​ລົງ -21,67% ຫຼື​ປະ­ມານ 26,96 ຕື້​ກີບ ໃນ​ນັ້ນ ຊຳ­ລະ​ຜ່ານ​ທະ­ນາ­ຄານ​ທັງ​ໝົດ 7,05 ຕື້​ກີບ ເຊິ່ງ​ຫຼຸດ​ຈາກ​ປີ­ຜ່ານ­ມາ -27,59% ເປັນ​ເງິນ 2,69 ຕື້​ກີບ ລວມ​ຕອນ​ດີນ​ທີ່​ຊຳ­ລະ​ທັງ​ໝົດ 87,573 ຕອນ ທຽບ​ໄລ­ຍະ​ຜ່ານ​ມາ​ຫຼຸດ​ລົງ 53,321 ຕອນ ເຊິ່ງ​ສາ­ເຫດ​ຫຼັກ​ທີ່​ເກັບ​ຫຼຸດ​ຈາກ​ປີ­ຜ່ານ­ມາ ແມ່ນ​ຢູ່​ໃນ​ໄລ­ຍະ​ທີ່​ມີ​ການ​ແພ່​ລະ­ບາດ​ຂອງ​ພະ­ຍາດ ໂຄວິດ-19 ຢູ່​ໃນ​ຊ່ວງ​ຕົ້ນ​ປີ ເຮັດ​ໃຫ້­ການ​ໂຄ­ສະ­ນາ ແລະ ລົງ​ຊຸກ­ຍູ້​ລາຍ​ຮັບ​ໄດ້​ຢຸດ​ຊົ່ວ­ຄາວ​ໄລ­ຍະ​ໜຶ່ງ.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...