spot_img
Homeຂ່າວພາຍ​ໃນໂຄງການພັດທະນາແຫລ່ງທ່ອງທ່ຽວຄົບວົງຈອນ ສະໜາມບິນເກົ່າວັງວຽງ

ໂຄງການພັດທະນາແຫລ່ງທ່ອງທ່ຽວຄົບວົງຈອນ ສະໜາມບິນເກົ່າວັງວຽງ

Published on

ເມື່ອບໍ່ດົນມານີ້, ຫ້ອງວ່າການເມືອງວັງວຽງ, ແຂວງວຽງຈັນ ໄດ້ອອກແຈ້ງການໃຫ້ຜູ້ປະກອບການຮ້ານຄ້າ, ຮ້ານອາຫານ ແລະ ທຸລະກິດບໍລິການຕ່າງໆ ຍົກຍ້າຍກິດຈະການອອກ ແລະ ຮື້ຖອນສິ່ງກໍ່ສ້າງອອກຈາກຂອບເຂດສະໜາມບິນເກົ່າໃຫ້ສຳເລັດຊ້າສຸດບໍ່ໃຫ້ກາຍວັນທີ 30 ເມສາ 2023 ເພື່ອໃຫ້ບໍລິສັດ ອີຈິນ ວິສະວະກໍາກໍ່ສ້າງລາວ ຈໍາກັດ ເຊິ່ງໄດ້ສໍາປະທານພື້ນທີ່ສະຫນາມບິນດັ່ງກ່າວ ຈະເລີ່ມລົງມືກໍ່ສ້າງເປັນແຫຼ່ງທ່ອງທ່ຽວຕາມແຜນການຂອງບໍລິສັດທີ່ໄດ້ວາງໄວ້ໃຫ້ສໍາເລັດໂດຍໄວ.

ທ່ານ ບຸນຈັນ ມາລາວົງ, ເຈົ້າເມືອງວັງວຽງ ໃຫ້ສໍາພາດຜ່ານລາຍການຮອບບ້ານຜ່ານເມືອງຂອງວິທະຍຸກະຈາຍ ສຽງແຫ່ງຊາດລາວ ໃນວັນທີ 24 ເມສາ 2023 ວ່າ: ການອອກແຈ້ງການຄັ້ງນີ້ ແມ່ນປະຕິບັດຕາມສັນຍາສໍາປະທານໂຄງການພັດທະນາແຫລ່ງທ່ອງທ່ຽວຄົບວົງຈອນສະໜາມບິນເກົ່າ ເຊີ່ງການນໍາແຂວງວຽງຈັນ ໄດ້ຕົກລົງກັບບໍລິສັດສໍາປະທານແຕ່ປີ 2018, ແຕ່ເນື່ອງຈາກຄວາມຫຍຸ້ງຍາກຫລາຍຢ່າງ ໂດຍສະເພາະການລະບາດຂອງພະຍາດໂຄວິດ-19 ນັບແຕ່ປີ 2019 ເຮັດໃຫ້ຜູ້ລົງທຶນບໍ່ສາມາດມາເຄື່ອນໄຫວດໍາເນີນກິດຈະການໄດ້.

ມາຮອດປັດຈຸບັນ ຄະນະກໍາມະການຄຸ້ມຄອງການລົງທຶນຂັ້ນແຂວງໄດ້ສົມທົບກັບບໍລິສັດທົບທວນສັນຍາດັ່ງກ່າວຄືນໃໝ່ ແລະ ເຫັນວ່າບໍລິສັດມີຄວາມພ້ອມດ້ານການອອກແບບ, ທຶນຮອນ ແລະ ພາກສະໜາມທີ່ຈະຈັດຕັ້ງປະຕິບັດ. ສະນັ້ນ ຫລັງຈາກຜ່ານການປຶກສາຫາລືໃນກອງປະຊຸມຈຶ່ງແຈ້ງມາຫາ ເມືອງວັງວຽງ ເພື່ອສ້າງທຸກເງື່ອນໄຂໃນການດໍາເນີນການໄກ່ເກ່ຍ ແລະ ໃຫ້ຜູ້ທີ່ນໍາໃຊ້ພື້ນທີ່ອອກຈາກສະໜາມບິນເກົ່າ.

​ທ່ານໃຫ້ຮູ້ຕື່ມວ່າ: ພາຍຫລັງອອກແຈ້ງການດັ່ງກ່າວ, ມີບາງຜູ້ປະກອບການບໍ່ທັນເຂົ້າໃຈ ແລະ ສະເໜີຄືນວ່າການເຄື່ອນໄຫວດັ່ງກ່າວຈັດຕັ້ງປະຕິບັດບໍ່ຕໍ່ເນື່ອງ ແລະ ອາດຈະມີຜົນກະທົບຕໍ່ຜູ້ປະກອບການ. ຢ່າງໃດກໍຕາມ, ທາງເມືອງຢືນຢັນຕາມທີ່ຂັ້ນເທີງໄດ້ຕົກລົງກັບບໍລິສັດຜູ້ສໍາປະທານ ເພາະຄວາມຈິງແລ້ວທາງເມືອງແມ່ນມີຄວາມຕ້ອງການກ່ຽວກັບການພັດທະນາ ແລະ ຕ້ອງການແກ້ໄຂບັນດາຄວາມຫຍຸ້ງຍາກຢູ່ສະໜາມບິນເກົ່າແຫ່ງນີ້ທີ່ປະສົບຢູ່ໄປສູ່ການພັດທະນາເປັນແຫຼ່ງທ່ອງທ່ຽວແຫ່ງໃໝ່ທີ່ດີກວ່າເກົ່າ ເນື່ອງຈາກໄລຍະຜ່ານມາໄດ້ຮັບການສ່ອງແສງກ່ຽວກັບຄວາມບໍ່ຈົບງາມ ເປັນຕົ້ນ: ບັນຫາຂີ້ເຫຍື້ອ, ບັນຫາສິ່ງແວດລ້ອມ, ການຄ້າຂາຍມີລັກສະນະມົ້ວສຸມ ແລະ ອື່ນໆ. ດັ່ງນັ້ນ ທາງເມືອງຈຶ່ງສ້າງທຸກເງື່ອນໄຂເພື່ອໃຫ້ບໍລິສັດຜູ້ສໍາປະທານໄດ້ເຂົ້າມາພັດທະນາໂຄງການໃຫ້ສໍາເລັດໂດຍໄວ ແລະ ຮຽກຮ້ອງໃຫ້ຜູ້ປະກອບການ ກໍຄື ບັນດາທຸລະກິດຢູ່ສະໜາມບິນເກົ່າແຫ່ງນີ້ປະຕິບັດຕາມແຈ້ງການຂອງຫ້ອງວ່າການເມືອງວາງອອກ.
ແຫຼ່ງຂ່າວ: FM90

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...