spot_img
Homeຂ່າວພາຍ​ໃນແຜນພັດທະນາເສດຖະກິດຂອງລາວແມ່ນສຸມໃສ່ວຽກງານກະສິກຳ, ອຸດສາຫະກຳ ແລະ ການບໍລິການເປັນຫຼັກ.

ແຜນພັດທະນາເສດຖະກິດຂອງລາວແມ່ນສຸມໃສ່ວຽກງານກະສິກຳ, ອຸດສາຫະກຳ ແລະ ການບໍລິການເປັນຫຼັກ.

Published on

ທ່ານ ວັນນະສອນ ໂພທິປັນຍາ ຫົວໜ້າຂະແຫນງແຜນການ ພະແນກແຜນການ ແລະ ການລົງທຶນ ໃຫ້ຮູ້ວ່າ: ຫຼັງຈາກແຂວງບໍ່ແກ້ວມີຂົວມິດຕະພາບ ແຫ່ງທີ 4 ໄດ້ເຮັດໃຫ້ສະພາບການລົງທຶນຢູ່ພາຍໃນແຂວງບໍ່ແກ້ວ ມີທ່າອ່ຽງຂະຫຍາຍຕົວເພີ່ມຂຶ້ນເລື້ອຍໆ ສະແດງອອກໃນສົກປີຜ່ານມາ ມີນັກລົງທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດ ເຂົ້າມາລົງທຶນ 29 ຫົວໜ່ວຍມີທຶນຈົດທະບຽນທັງໝົດ 104 ຕື້ກີບ ໃນນັ້ນ ຂະແໜງການທີ່ໄດ້ຮັບການລົງທຶນຫຼາຍກວ່າໝູ່ແມ່ນຂົງເຂດກະສິກຳ ແລະ ການບໍລິການ ເປັນຕົ້ນແມ່ນ ໂຮງແຮມ, ບ້ານພັກ, ຮ້ານອາຫານ ແລະ ວຽກງານຂົນສົ່ງໂດຍສານ, ຂົນສົ່ງສິນຄ້າ, ການນຳເຂົ້າສິນຄ້າຜ່ານແດນ, ນັກທ່ອງທ່ຽວມີຈຳນວນເພີ່ມຂຶ້ນເຊັ່ນດຽວກັນ.

ສຳລັບ 6 ເດືອນຕົ້ນປີ 2015-2016 ນີ້ໄດ້ອະນຸມັດກິດຈະການສຳປະທານ 4 ໂຄງການ ລວມມີໂຄງການກໍ່ສ້າງເຂື່ອນໄຟຟ້າ ແລະ ສ້າງຕັ້ງໂຮງງານໂມ້ຫີນ ມູນຄ່າຈົດທະບຽນ 19.6 ລ້ານໂດລາ, ໂຄງການກຳລັງສຶກສາສຳຫຼວດອອກແບບ ແລະ ໄດ້ເຊັນ MOU ແລ້ວໜຶ່ງໂຄງການ ທຶນຈົດທະບຽນ 5 ລ້ານໂດລາ ແລະ ການລົງທຶນເຂົ້າໃນກິດຈະການທົ່ວໄປ ມີ 58 ໂຄງການ ມູນຄ່າ 340.4 ຕື້ກີບ ການລົງທຶນສ່ວນໃຫຍ່ແມ່ນໃນຂົງເຂດກະສິກຳ, ອຸດສາຫະກຳ ແລະ ການບໍລິການເປັນຫຼັກ.

ຂ່າວຈາກ: ເສດຖະກິດ-ການຄ້າ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...