spot_img
Homeຂ່າວທ້ອງຖິ່ນແຂວງອຸດົມໄຊ ຈັດພິທີປະກາດອະໄພຍະໂທດ ໃຫ້ແກ່ນັກໂທດທີ່ມີຄວາມກ້າວໜ້າ

ແຂວງອຸດົມໄຊ ຈັດພິທີປະກາດອະໄພຍະໂທດ ໃຫ້ແກ່ນັກໂທດທີ່ມີຄວາມກ້າວໜ້າ

Published on

ພິທີປະກາດການອະໄພຍະໂທດ ໃຫ້ແກ່ນັກໂທດຜູ້ທີ່ຖືກຄຸມຂັງ ຢູ່ສະຖານທີ່ຄຸມຂັງແຂວງອຸດົມໄຊ ປະຈຳປີນີ້ ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 15 ທັນວາ 2016 ຢູ່ທີ່ຫ້ອງປະຊຸມ ອົງການໄອຍະການປະຊາຊົນແຂວງ ເຊິ່ງໃຫ້ກຽດເປັນປະທານໂດຍ ທ່ານ ບຸນລອດ ອ່ອນພະຈັນ ຄະນະປະຈຳພັກແຂວງ ປະທານສະພາປະຊາຊົນແຂວງ ມີຫົວໜ້າອົງການໄອຍະການປະຊາຊົນແຂວງ ປະທານສານປະຊາຊົນແຂວງ ບັນດາຄະນະກຳມະການອະໄພຍະໂທດຂັ້ນແຂວງ ຕະຫຼອດຮອດນັກໂທດ ຜູ້ທີ່ໄດ້ຮັບການອະໄພຍະໂທດ ແລະ ຍາດຕິພີ່ນ້ອງຂອງນັກໂທດດັ່ງກ່າວເຂົ້າຮ່ວມ.

ການຈັດພິທີອະໄພຍະໂທດປ່ອຍໂຕ ແລະ ອະໄພຍະໂທດຜ່ອນໂທດ ໃຫ້ແກ່ນັກໂທດຜູ້ທີ່ປະພຶດຕົນດີ ແລະ ມີຄວາມກ້າວໜ້າໃນການດັດສ້າງ ຢູ່ສະຖານທີ່ຄຸມຂັງໃນຄັ້ງນີ້ ແມ່ນເພື່ອຄຳນັບຮັບຕ້ອນວັນຊາດທີ 02 ທັນວາ ຄົບຮອບ 41 ປີ ຄືວັນທີ 02 ທັນວາ 1975-02 ທັນວາ 2016 ທັງເປັນການຮັບປະກັນ ການປະຕິບັດນະໂຍບາຍທາງດ້ານມະນຸດສະທຳຂອງພັກ ແລະ ລັດຖະບານລາວ ທີ່ມີຕໍ່ຜູ້ກະທຳຜິດ ຕໍ່ບັນດານັກໂທດທີ່ໄດ້ກະທຳຜິດ ຕໍ່ກົດໝາຍອາຍາໃນສະຖານຕ່າງໆ ເຊິ່ງການປະກາດອະໄພຍະໂທດໃນຄັ້ງນີ້ ແມ່ນມີຈຳນວນທັງໝົດ 22 ຄົນ ເພດຍິງ 2 ຄົນ ໃນນີ້ ໄດ້ຮັບການອະໄພຍະໂທດຜ່ອນໂທດ ຈຳນວນ 18 ຄົນ ຍິງ 1 ຄົນ ຖືກຜ່ອນໂທດ 12 ເດືອນ ຈຳນວນ 7 ຄົນ 9 ເດືອນ 8 ຄົນ ແລະ 6 ເດືອນ 3 ຄົນ ຖືກອະໄພຍະໂທດປ່ອຍໂຕ ຈຳນວນ 4 ຄົນ ຍິງ 1 ຄົນ ການທີ່ນັກໂທດຈໍານວນດັ່ງກ່າວ ໄດ້ຮັບການປ່ອຍໂຕໃນຄັ້ງນີ້ ກໍເນື່ອງມາຈາກທັງໝົດໄດ້ປະພຶດຕົນເປັນແບບຢ່າງ ໃນການດັດສ້າງ ຫ້າວຫັນໃນການອອກແຮງງານ ມີສະຕິຕື່ນໂຕ ແລະ ເປັນແບບຢ່າງທີ່ດີ ໃນການປະຕິບັດລະບຽບວິໄນຂອງຄ້າຍຄຸມຂັງວາງອອກ ກະທຳຜິດພຽງຄັ້ງດຽວ ຈິງໃຈຮັບສາລະພາບຕໍ່ການກະທຳຜິດ ເປັນຜູ້ທີ່ສຸຂະພາບຊຸດໂຊມ ແລະ ມີຄຸນງາມຄວາມດີຕໍ່ປະເທດຊາດບ້ານເມືອງມາກ່ອນ ນຶ່ງໃນຈໍານວນນັກໂທດ 4 ຄົນ ທີ່ໄດ້ຮັບການອະໄພຍະໂທດປ່ອຍໂຕ ໄດ້ກ່າວສະແດງຄວາມຮູ້ສຶກດີອົກດີໃຈ ແລະ ຂອບໃຈ ທີ່ພັກ-ລັດເຫັນອົກເຫັນໃຈ ພ້ອມທັງໃຫ້ໂອກາດໃນການດຳລົງຊີວິດຢ່າງມີອິດສະຫຼະ ແລະ ເປັນປົກກະຕິຄືກັບຄົນອື່ນໃນສັງຄົມ ແລະ ຂໍສັນຍາວ່າ ຈະປະຕິບັດຕົນຢູ່ໃນລະບຽບກົດໝາຍຂອງພັກ-ລັດ ຈະບໍ່ກະທຳຜິດເປັນຄັ້ງຕໍ່ໄປຕື່ມອີກ.

 

ແຫລ່ງຂ່າວ:

ວຈທດ
 
ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...