spot_img
Homeຂ່າວພາຍ​ໃນແຂວງຈຳປາສັກ ກວດກພົບສິນຄ້າແບບຫຼົບຫຼີກການເສຍພາສີອາກອນ ຈຳນວນ 4 ກໍລະນີ

ແຂວງຈຳປາສັກ ກວດກພົບສິນຄ້າແບບຫຼົບຫຼີກການເສຍພາສີອາກອນ ຈຳນວນ 4 ກໍລະນີ

Published on

ແຂວງຈຳປາສັກ ກວດກພົບສິນຄ້າແບບຫຼົບຫຼີກການເສຍພາສີອາກອນ

ຕົ້ນປີ​ 2025,​ ແຂວງຈຳປາສັກ ກວດກາພົບເຫັນການເຄື່ອນໄຫວດໍາເນີນກິດຈະການທີ່ບໍ່ຖືກຕາມລະບຽບການ,​ ນໍາເຂົ້າສິນຄ້າແບບຫຼົບຫຼີກການເສຍພາສີອາກອນ​ ຫຼື​ ສິນຄ້ານອກລະບົບ 4 ກໍລະນີ.

ທ່ານ​ ໄກທອງ​ ສຸວັນນາດີ ຮອງຫົວໜ້າ​ຂະແໜງ​ການຄ້າ​ພາຍໃນ​ ພະແນກອຸດສາຫະກໍາ​ ແລະ​ ການຄ້າ​ແຂວງຈຳປາ​ສັກ​ ໃຫ້ສໍາພາດ​ໃນວັນທີ​ 17​ ມີນາ​ 2025​ ນີ້ວ່າ: ໃນ​ 3 ເດືອນຕົ້ນປີ 2025, ເຈົ້າໜ້າທີ່ກວດກາການຄ້າພວກເຮົາ ໂດຍປະສານສົມທົບກັບເຈົ້າໜ້າທີ່ ແລະ​ ໜ່ວຍງານ​ທີ່​ກ່ຽວຂ້ອງ ໄດ້ເຄື່ອນໄຫວວຽກງານກວດກາສິນຄ້ານອກລະບົບ​ ຕາມສິດ ແລະ ໜ້າທີ່ຂອບເຂດທີ່ຕົນຮັບຜິດຊອບ ເປັນຕົ້ນແມ່ນກວດກາຕາມສາຍທາງ, ຕາມແຫຼ່ງຂ່າວ ແລະ ກວດກາປົກກະຕິ.

ເຊິ່ງຜ່ານການເຄື່ອນໄຫວກວດກາຕົວຈິງ​ ພົບເຫັນການເຄື່ອນໄຫວດໍາເນີນກິດຈະການທີ່ບໍ່ທັນຖືກຕາມລະບຽບການ ຫຼື ການລັກລອບນໍາເຂົ້າສິນຄ້າຫຼົບຫຼີກການເສຍພາສີອາກອນ ມີຈໍານວນ 4 ກໍລະນີ,​ ມູນຄ່າສິນຄ້າ 569.990.115 ກີບ, ເປັນເງິນປັບໃໝໄດ້ຮັບຕົວຈິງ 398.993.081 ກີບ​ ຄື: ປັບໃໝສິນຄ້າຂອງ ບໍລິສັດ ແຊັດທີໂອ ເອັກເພຣດ ສາຂາຈໍາປາສັກ ຈໍານວນ 12 ລາຍການ, ລວມມູນຄ່າສິນຄ້າເທົ່າກັບ​ 29.620.000 ກີບ, ມູນຄ່າປັບໃໝ 70% ເທົ່າກັບ 20.734.000 ກີບ.

ຮ່ວມກວດກາກັບເຈົ້າໜ້າທີ່ຕຳຫຼວດ ປກສ ແຂວງ ພະແນກປ້ອງກັນເສດທະກິດ, ໃນການກັກຍຶດລົດຂົນສົ່ງສິນຄ້າ ມາຈາກ ສສ ຫວຽດນາມ ຈຳນວນ 2 ຄັນ ຄື: ລົດເມໂດຍສານ ຍີ່ຫຍໍ້ຮຸນໄດ ເລກຈັກ 6118325, ເລກຖັງ 004332 ໝາຍເລກທະບຽນ ບກ 2778 ຈໍາປາສັກ, ສາມາດລວມມູນຄ່າປັບໃໝ​ 130.087.300 ກີບ; ລົດບັນທຸກ 12 ລໍ້, ຍີ່ຫຍໍ້ CHENGLONG, ໝາຍເລກທະບຽນ 74H003.66 ສາມາດລວມມູນ ຄ່າປັບໃໝ 241.031.781 ກີບ,​ ລວມມູນຄ່າປັບໃໝລົດ 2 ຄັນ​ ເທົ່າກັບ​ 371.119.170 ກີບ.

ປັບໃໝສິນຄ້າລັກລອບນໍາເຂົ້າ ປະເພດໝາກໄມ້ມາຈາກຕ່າງປະເທດ ທີ່ບັນທຸກໃສ່ລົດ 6 ລໍ້ ໝາຍເລກທະບຽນ ບກ 9559 ຈຳປາສັກ ຂອງນາງວຽງວິໄລ + ນາງພຸ້ຍ ຢູ່ບ້ານຫາງຄອນ ເມືອງໂຂງ ຈຳນວນ 3.​400 ກິໂລກຣາມ​, ມູນຄ່າສິນຄ້າ 10.200.000 ກີບ, ປັບໃໝ 70% ເທົ່າກັບ 7.140.000 ກີບ.

ນອກນີ້, ທ່ານ​ຍັງກ່າວອີກວ່າ: ການປັບໃໝ ແມ່ນອີງຕາມຂໍ້ຕົກລົງຂອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ​ ເລກທີ 0019/ອຄ, ລົງວັນທີ 8 ມັງກອນ 2025 ໝວດທີ 5,​ ມາດຕາທີ 20,​ ຂໍ້ ຄ.3 ກ່ຽວກັບການລັກລອບ ການນໍາເຂົ້າສິນຄ້າ ການຫຼົບຫຼີກພັນທະ ຫຼື ຄ່າທໍານຽມຕ່າງໆ ຫຼື ປະຕິບັດພັນທະ ຫຼື ຄ່າທໍານຽມບໍ່ເຕັມອັດຕາສ່ວນ ຈະຖືກປັບໃໝ 70% ຂອງມູນຄ່າສິນຄ້າເຄື່ອງຂອງ ແລະ ຕ້ອງປະຕິບັດພັນທະຕ່າງໆຢ່າງຄົບຖ້ວນຕາມລະບຽບກົດໝາຍ.​

ແຫຼ່ງຂ່າວ: ຈຳປາໃໝ່

ບົດຄວາມຫຼ້າສຸດ

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...