spot_img
Homeຄົມຄິດຄົມຄົນເຮັດບຸນໄດ້ໂດຍບໍ່ຕ້ອງເຂົ້າວັດ

ເຮັດບຸນໄດ້ໂດຍບໍ່ຕ້ອງເຂົ້າວັດ

Published on

ປົກກະຕິແລ້ວຫາກເຮົາຈະເຮັດບຸນຕ່າງໆ ເຮົາຕ້ອງຄິດໄປທີ່ວັດເພື່ອເຮັດບຸນ ແຕ່ທ່ານຮູ້ຢູ່ບໍ່ວ່າການເຮັດບຸນນັ້ນຍັງມີອີກຫຼາຍໆວິທີ ສຳລັບຄົນທີ່ມັກເຮັດບຸນແຕ່ບໍ່ມີເວລາເຂົ້າວັດປານໃດ ຍາມວ່າງໆແລ້ວຈິ່ງໄປ ມື້ນີ້ແອັດຄຳແນະນຳການເຮັດບຸນໂດຍບໍ່ຕ້ອງເຂົ້າວັດມາຝາກ

1. ດູແລພໍ່ແມ່, ພໍ່ຕູ້ແມ່ຕູ້ ໃຫ້ມີຄວາມສຸກທັງກາຍ ແລະ ໃຈ
2. ໃສ່ບາດຕອນເຊົ້າ
3. ສວດມົນມື້ລະ 1 ບົດ
4. ຖວາຍນ້ຳລ້າ, ດອກໄມ້ ຫຼື ໝາກໄມ້ໃຫ້ແກ່ພຣະພຸດທະຮູບທີ່ບູຊາໃນເຮືອນ
5. ນັ່ງສະມາທິຢ່າງໜ້ອຍມື້ລະ 5 ນາທີ
6. ງົດກິນຊີ້ນສັດ
7. ເວົ້າ ຫຼື ສັ່ງສອນລູກຫຼານເລື່ອງທຳມະ
8. ບໍ່ທຳຮ້າຍສັດ, ໂຜດສັດ, ແບ່ງປັນອາຫານໃຫ້ແກ່ສັດຈອນຈັດ
9. ມີຄວາມເມດຕາໃຫ້ແກ່ເພື່ອນມະນຸດ ມີນ້ຳໃຈຊ່ວຍເຫຼືອຜູ່ທີ່ດ້ອຍກວ່າຕົນເອງ ຫຼື ຜູ່ທີ່ເດືອດຮ້ອນ ເທົ່າທີ່ຕົນຊ່ວຍໄດ້
10. ໃຫ້ຄຳແນະນຳທີ່ດີແກ່ຜູ້ທີ່ເກີດຄວາມທຸກ ຫຼື ເຂົ້າມາຂໍຄຳປຶກສາໃຫ້ເຂົາຮູ້ສຶກສະບາຍໃຈ
11. ຖືສິນ 5 ໄວ້ໃຫ້ດີ
12. ຮູ້ຈັກການໃຫ້ອະໄພ ແລະ ໃຫ້ໂອກາດຄົນ
13. ບໍ່ຢຶດຕິດກັບຮັກໂລບໂກດຫຼົງ ຫຼາຍຈົນເກີນໄປອັນໃດຄວນປ່ອຍວາງກໍ່ຄວນປ່ອຍໄປ

ທີ່ກ່າວມາທັງໝົດ 13 ຂໍ້ນີ້ເປັນພຽງຫຼັກການບາງສ່ວນທີ່ຊ່ວຍໃຫ້ທ່ານເມື່ອເຮັດແລ້ວຮູ້ສຶກສະບາຍໃຈ ບໍ່ເຮັດໃຫ້ໃຜເດືອດຮ້ອນ ແລະ ຕົນເອງກໍ່ບໍ່ເດືອດຮ້ອນ ເມື່ອເຮົາຮູ້ຈັກມອບສິ່ງດີໆໃຫ້ຄົນອື່ນ ເຮົາກໍ່ຍ່ອມໄດ້ຮັບສິ່ງດີໆຈາກຄົນອື່ນກັບຄືນມາຄືກັນ ທ່ານຈະສາມາດຮັບຮູ້ເຖິງຜົນບຸນທີ່ທ່ານສ້າງຂຶ້ນໄດ້ ເພາະສະຫວັນຢູ່ໃນເອິກນະລົກຢູ່ໃນໃຈ.

ບົດຄວາມຫຼ້າສຸດ

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...