spot_img
Homeຂ່າວຕ່າງປະເທດເອີຣົບ ຢຸດນຳເຂົ້ານ້ຳມັນຈາກຣັດເຊຍ

ເອີຣົບ ຢຸດນຳເຂົ້ານ້ຳມັນຈາກຣັດເຊຍ

Published on

ໃນວັນທີ 4 ພຶດສະພາ, ທ່ານ ນາງ ອົວຊູລາ ຟອນແດຣໄລເອິນ (Ursula von der Leyen) ຄະນະກຳມາທິການເອີລົບ (EC) ໄດ້ກ່າວວ່າ: ລັດສະພາເອີລົບສະເໜີຢຸດການນຳເຂົ້ານ້ຳມັນດິບຈາກຣັດເຊຍ ແລະ ຜະລິດຕະພັນນ້ຳມັນທັງໝົດ ພາຍໃນ 6 ເດືອນນີ້.

ຄະນະກຳມາທິການເອີລົບ ໄດ້ກ່າວເພິ່ມວ່າ: ນີ້ແມ່ນມາດຕະການຫ້າມນຳເຂົ້ານ້ຳມັນຣັດເຊຍ ທີ່ຂົນສົ່ງທາງທະເລ – ທາງທໍ່ ລວມເຖິງນ້ຳມັນດິບ ແລະ ກຸ່ມນ້ຳມັນທັງໝົດ. ມັນເປັນເລື່ອງຍາກຫຼາຍ ເພາະບາງປະເທດຍັງນຳໃຊ້ນ້ຳມັນຈາກຣັດເຊຍເປັນຫຼັກ ແຕ່ຈຳເປັນຕ້ອງເຮັດ ເຊິ່ງປະເທດສະມາຊິກອີຢູ (EU) 27 ປະເທດຕ້ອງໄດ້ຮັບຮອງເອົາ ຈຶ່ງຈະມີຜົນ.

ຄະນະກຳມາທິການເອີລົບຍັງສະເໜີໃຫ້ຍົກເລີກ BurBank ແລະ ທະນາຄານໃຫຍ່ອີກສອງແຫ່ງຂອງຣັດເຊຍໃນລະບົບ Swift ອີກດ້ວຍ.

ແຫຼ່ງຂ່າວຈາກ ຣອຍເຕີ

 

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...