ເຢຍລະມັນ ມີລາຍຮັບຂາຍພັນທະບັດ 100 ຕື້ເອີໂຣ ຈາກວິກິດການໜີ້ເອີຣົບ!

400xvvxv

ຂປລ. ຕາມ​ຂ່າວສານ​ຫວຽດນາມ, ​ເນ​ື່ອງຈາກ ​ວິ​ກິດ​ການ​ໜີ້​ ໃນ​ເຂດ​ທ່ີ​ນຳ​ໃຊ້​ ສະກຸນ​ເງິນຮ່ວມ​ ເອີ​ຣົບ(Eurozone), ບັນດາ ​ນັກ​ລົງທຶນ ​ໄດ້​ຫລັ່ງໄຫລ​ ເຂົ້າຊື້ ພັນທະບັດ ຂອງລັດຖະບານ ​ເຢຍລະ​ມັນ. ຕາມ​ນັ້ນ, ງົບປະມານ ​​ແຫ່ງລັດ​ ຂອງ​ເຢຍລະ​ມັນ ​​ໄດ້ປະຢັດ ​ບ້ວງ​ເງິນ ​ກຳ​ໄລ ຂະໜາດ​ໃຫຍ່ ​ແລະ ອ້າ​ງຕາມ​ ຜົນ​ການ ຄົ້ນ​ຄ້ວາ​ ລາຍ​ງານ​ວ່າ ສະ​ເພາະ​ປີ 2010 ​ເຖິງ​ ປັດຈຸບັນ, ​ເຢຍລະ​ມັນ ສາມາດ​ຊອກ​ເງິນ​ໄດ້​ປະມາ​ນ 100 ຕື້​​ເອິ​ໂຣ.

ບົດ​ລາຍ​ງານ ​ຂອງ ສະ​ຖາ​ບັນ​ ຄົ້ນ​ຄ້ວາ ​ເສດຖະກິດ Leibniz(IWH), ​ເຢຍລະ​ມັນ​ ໄດ້​ຮັບ​ຜົນ​ປະ​ໂຫຍ​ດ ຂະໜາດ​ໃຫຍ່ ຈາກ ວິ​ກິດ​ການ​ໜີ້​ ຢູ່​ເຂດຢູ​ໂຣ​​ໂຊ​ນ, ພິ​ເສດ​ແມ່ນ​ ວິ​ກິດ​ການ ​ຢູ່​ເກຣັກ, ຈາກ​ນັ້ນ ປີ 2010 ​ເຖິງ​ປັດຈຸບັນ, ງົບປະມານລັດ ​ຂອງ​ປະ​ເທດ​ນີ້ ​​ສາມາດປະຢັດ​ໄດ້ ​ປະມານ 100 ຕື້​ເອີ​ໂຣ, ​ເທົ່າ​ກັບ 3% GDP ​ຂອງ​ປະ​ເທດ​ນີ້.

ນອກຈາກ​ນັ້ນ, ບົດ​ລາຍ​ງານ​ ຍັງ​ເນັ້ນ​ວ່າ ​​ເນື່ອງ​ຈາກວິ​ກິດ​ການ​,  ບັນດາ​ ນັກ​ລົງທຶນ ຢາກ​ຊອກ​ຫາ​ ຄວາມ​ປອດ​ໄພ ​ໃຫ້​ແຫ​ລ່ງ ການ​ເງິນ​ ຂອງ​ເຂົາ​ເຈົ້າ ​ແລະ ​ໄດ້​ໃຫ້ບຸລິມະສິດ ​ໃນການ​ຊື້ ພັນທະບັດ​ ຂອງລັດຖະບານ ເຢຍລະ​ມັນ ​​ທ່ີ​ບັນດາ​ ອົງການ​​ ໄດ້​ຕີລາຄາ​ ປະ​ເມີນ ຄວາມ​ເຊື່ອ​ຖື ຢູ່​ໃນລະດັບມີ​ຄວາມ​ສ່ຽງຕ່ຳ​ສຸດ.

 

ຂອບໃຈຂ່າວຈາກ:

ຂປລ