spot_img
Homeຂ່າວທ້ອງຖິ່ນເມືອງໝື່ນ ພົບຜູ້ຕິດເຊື້ອໄຂ້ຍຸງລາຍແລ້ວ 17 ກໍລະນີ

ເມືອງໝື່ນ ພົບຜູ້ຕິດເຊື້ອໄຂ້ຍຸງລາຍແລ້ວ 17 ກໍລະນີ

Published on

ໃນປີນີ້ ນັບແຕ່ເດືອນມັງກອນຫາເດືອນມີຖຸນາ ເມືອງໝື່ນ ເເຂວງວຽງຈັນ ມີຜູ້ເຂົ້າຮັບການປິ່ນປົວອາການໄຂ້ຍຸງລາຍທັງໝົດ 35 ກໍລະນີ ຊຶ່ງຜ່ານການກວດກາ ແລະ ບົ່ງມະຕິພະຍາດຢ່າງລະອຽດເຫັນວ່າມີຜູ້ຕິດເຊື້ອໄຂ້ຍຸງລາຍແລ້ວ 17 ກໍລະນີ ຊຶ່ງຜູ້ປ່ວຍຕິດເຊື້ອໄດ້ເຂົ້າຮັບການປິ່ນປົວນອນໂຮງໝໍເມືອງໝື່ນເຫັນວ່າດີເປັນປົກກະຕິ ແລະ ສາມາດກັບບ້ານໄດ້ເເລ້ວ.

ທ່ານ ດຣ ຊົວທ່າວ ເຍ້ຍຕູ້ ຫົວໜ້າຫ້ອງການສາທາລະນະສຸກເມືອງໝື່ນໄດ້ໃຫ້ສຳພາດຕໍ່ນັກຂ່າວວ່າ ພະຍາດໄຂ້ຍຸງລາຍສາມາດເກີດຂຶ້ນ ແລະ ລະບາດໄດ້ກັບຄົນທຸກເກນອາຍຸ ລະບາດໄດ້ທັງລະດູແລ້ງ ແລະ ລະດູຝົນ ຊຶ່ງໃນປີ 2019 ນີ້ເມືອງໝື່ນເລີ່ມມີຜູ້ຕິດເຊື້ອໄຂ້ຍຸງລາຍເລີ່ມແຕ່ເດືອນເມສາເປັນຕົ້ນມາ ເພາະໄລຍະນີ້ເລີ່ມເຂົ້າສູ່ລະດູຝົນ ເຮັດໃຫ້ຍຸງລາຍເລີ່ມມີການແພ່ພັນ ປັດຈຸບັນເຫັນວ່າຝົນຕົກລົງມາຕະຫຼອດບວກໃສ່ສະພາບເເວດລ້ອມ ຄວາມແອອັດ ເປີເປື້ອນ ອັນເປັນເງື່ອນໄຂອຳນວຍໃຫ້ຍຸງມີການແພ່ພັນ ແລະ ນຳເຊື້ອມາສູ່ຄົນ ເພື່ອປ້ອງກັນ ແລະ ຄວບຄຸມພະຍາດດັ່ງກ່າວຫ້ອງການສາທາລະນາສຸກເມືອງກໍໄດ້ລົງສົມທົບກັບອຳນາດການປົກຄອງ ແລະ ພໍ່ແມ່ປະຊາຊົນສ້າງກິດຈະກຳອະນາໄມ ແລະ ທຳລາຍແຫຼ່ງເພາະພັນຂອງຍຸງລາຍ ໂດຍບ້ານເປົ້າໝາກໍຄື ບ້ານປາກຈັນ ບ້ານຄົກເໝືອດ ບ້ານກ້ອນຄຳ ບ້ານນ້ຳຮີ້ ແລະ ບ້ານວັງ ເພື່ອນຳພາພໍ່ແມ່ປະຊາຊົນຈັດກິດຈະກຳອະນາໄມລວມທຳລາຍແຫຼ່ງເພາະພັນຂອງຍຸງລາຍເຊັ່ນ ອາງນ້ຳ ກະຟຸ້ຍນ້ຳ ໂຖດອກໄມ້ ຢາງຕີນລົດ ຈານຮອງຕີນຕູ້ ແລະ ເເຈກຢາຍຢາອາແບັດໃຫ້ກັບພໍ່ແມ່ປະຊາຊົນຈຳນວນໜຶ່ງ ນອກຈາກ 5 ບ້ານນີ້ຍັງຈະສືບຕໍ່ລົງສຸຂະສຶກສາບ້ານອື່ນໆຕື່ມອີກ.

ໂອກາດດຽວກັນນີ້ ທ່ານກໍຮຽກຮ້ອງມາຍັງທຸກພາກສ່ວນໃນສັງຄົມຈົ່ງພ້ອມກັນເອົາໃຈໃສ່ຮັກສາອະນາໄມສະພາບເເວດລ້ອມພາຍ ໃນເຮືອນ ແລະ ນອກເຮືອນໃຫ້ສະອາດ ນອນໃນມຸ້ງ ລີກເວັ້ນບໍ່ໃຫ້ຍຸງລາຍກັດ ແລະ ພ້ອມກັນປະຕິບັດຫຼັກການ 5 ປໍຄື:

1. ປິດຝາພາຊະນະທີ່ມີນ້ຳໃນເຮືອນ ແລະ ນອກເຮືອນບໍ່ໃຫ້ຍຸງມາໄຂ່ໃສ່.

2. ປ່ຽນນ້ຳ ແລະ ທຳຄວາມສະອາດພາຊະນະເຊັ່ນ ເຕົ້າດອກໄມ້ ນ້ຳຮອງຕີນຕູ້ ຖ້ານຮອງຈອກນ້ຳ.

3. ປ່ອຍປາຫາງນົກຍຸງເພື່ອກິນໜອນນ້ຳ.

4. ປັບປຸງບໍ່ໃຫ້ມີນ້ຳຂັງໃນກະໂປະ ກະປ໊ອງ ຮາງລິນ ຢາງຕີນລົດ.

5. ປະຕິບັດເປັນປະຈຳທຸກໆອາທິດ ແລະ ຖ້າເປັນໄຂ້ໃຫ້ໄປປິ່ນປົວຢູ່ໂຮງໝໍ ຫຼື ສຸກສາລາໃກ້ບ້ານ.

 

ໂດຍ: ແຫວນຄຳ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...