spot_img
Homeຂ່າວພາຍ​ໃນເມືອງສີສັດຕະນາກອອກຄໍາສັ່ງວ່າດ້ວຍການໂຈະຮ້ານຊື້-ຂາຍ ໂລຫະເສດ ທີ່ບໍ່ໄດ້ຮັບອະນຸຍາດ

ເມືອງສີສັດຕະນາກອອກຄໍາສັ່ງວ່າດ້ວຍການໂຈະຮ້ານຊື້-ຂາຍ ໂລຫະເສດ ທີ່ບໍ່ໄດ້ຮັບອະນຸຍາດ

Published on

ເມືອງສີສັດຕະນາກອອກຄໍາສັ່ງວ່າດ້ວຍການໂຈະການເຄື່ອນໄຫວຂອງຫົວຫນ່ວຍທຸລະກິດ ຮ້ານຊື້-ຂາຍ ໂລຫະເສດ ທີ່ບໍ່ໄດ້ຮັບອະນຸຍາດ ຢູ່ ເມືອງສີສັດຕະນາກ.

ເຖິງ : – ຫົວຫນ້າຫ້ອງການອຸດສາຫະກໍາ ແລະ ການຄ້າ ເມືອງສີສັດຕະນາກ – ຫົວຫນ້າກອງບັນຊາການ ປກສ ເມືອງສີສັດຕະນາກ.
– ຫົວຫນ້າຫ້ອງການແຮງງານ ແລະ ສະຫວັດດີການສັງຄົມ ເມືອງສີສັດຕະນາກ – ອົງການປົກຄອງບ້ານທີ່ກ່ຽວຂ້ອງ (ທີ່ມີຮ້ານຊື້-ຂາຍເຫລັກເສດຕັ້ງຢູ່)
ອີງຕາມ : ກົດຫມາຍ ວ່າດ້ວຍ ການປົກຄອງທ້ອງຖິ່ນ ແຫ່ງ ສປປ ລາວ ສະບັບເລກທີ 68/ສພຊ, ລົງວັນທີ 14 ທັນວາ 2015 ມາດຕາ 39 – 40 ວ່າດ້ວຍພາລະບົດບາດ, ສິດ ແລະ ຫນ້າທີ່ຂອງເຈົ້າເມືອງ.
ອີງຕາມ : ຂໍ້ຕົກລົງກ່ຽວກັບການຄຸ້ມຄອງ ແລະ ການປະກອບການດ້ານໂລຫະເສດ ຢູ່ນະຄອນຫຼວງວຽງຈັນ, ສະບັບ ເລກທີ 087/ຈນວ, ລົງວັນທີ 18 ກຸມພາ 2008.
ອີງຕາມ : ຫນັງສືແຈ້ງການ ຂອງພະແນກອຸດສະຫະກໍາ ແລະ ການຄ້າ ນະຄອນຫລວງວຽງຈັນ ສະບັບເລທີ 1180/ ພອຄ.ນວ.ຄພນ ລົງວັນທີ 3 ສິງຫາ 2023;
ເພື່ອຄຸ້ມຄອງການເຄື່ອນໄຫວຂອງບັນດາຫົວຫນ່ວຍທຸລະກິດ ຮ້ານຊື້ – ຂາຍ ໂລຫະເສດ ຢູ່ ເມືອງສີສັດຕະນາກ ໃຫ້ຖືກຕ້ອງຕາມກົດຫມາຍ, ລະບຽບການທີ່ກ່ຽວຂ້ອງ ແລະ ຕ້ານສະກັດກັ້ນປະກົດການຫຍໍ້ທໍ້ໃນສັງຄົມ.
ເຈົ້າເມືອງສີສັດຕະນາກ ອອກຄໍາສັ່ງ:

1. ໃຫ້ໂຈະການດໍາເນີນທຸລະກິດ ຮ້ານຊື້-ຂາຍ ໂລຫະເສດ ທີ່ບໍ່ໄດ້ຮັບອະນຸຍາດ ພາຍໃນເມືອງ ສີສັດຕະນາກ. 2. ໃຫ້ນໍາໃຊ້ມາດຕະການ ເຂັ້ມງວດຕໍ່ຜູ້ທີ່ລະເມີດ ລະບຽບການ ແລະ ກົດຫມາຍ ໂດຍມອບໃຫ້ ຫ້ອງການອຸດສາຫະກໍາ ແລະ ການຄ້າ ເປັນເຈົ້າການໃນການຈັດຕັ້ງປະຕິບັດ ໂດຍສົມທົບກັບ ກອງບັນຊາການ ປກສ ເມືອງ, ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມ ແລະ ອົງການປົກຄອງບ້ານທີ່ກ່ຽວຂ້ອງ.
3. ພາຍຫຼັງການຈັດຕັ້ງປະຕິບັດສໍາເລັດແມ່ນໃຫ້ສະຫຼຸບລາຍງານການຈັດຕັ້ງປະຕິບັດ ແລະ ການນໍາໃຊ້ມາດຕະການຕໍ່ ຜູ້ ລະເມີດ, ຂໍ້ຄົງຄ້າງການແກ້ໄຂ ແລະ ບົດຮຽນທີ່ຖອດຖອນໄດ້, ລາຍງານ ການນໍາເມືອງ ແລະ ພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫຼວງວຽງຈັນ ບໍ່ໃຫ້ກາຍ ວັນທີ 10 ຕຸລາ 2023.
4. ຄໍາສັ່ງສະບັບນີ້ມີຜົນສັກສິດນັບແຕ່ມື້ລົງລາເຊັນເປັນຕົ້ນໄປ.

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...