spot_img
Homeຂ່າວຢາເສບຕິດເປົ້າໝາຍພົວພັນຢາເສບຕິດທັງໝົດ 11.053 ຄົນພາຍໃນແຂວງໄຊຍະບູລີ

ເປົ້າໝາຍພົວພັນຢາເສບຕິດທັງໝົດ 11.053 ຄົນພາຍໃນແຂວງໄຊຍະບູລີ

Published on

ທ່ານ ພັນເອກ ຄໍາສິນ ຜີວວັນນາ ຮອງຫົວໜ້າ ກອງບັນຊາການ ປກສ ແຂວງ ໄຊຍະບູລີ ໄດ້ ລາຍງານຄວາມຄືບໜ້າໃນການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດຕໍ່ກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາປະຊາຊົນແຂວງຊຸດທີII ໃນທ້າຍອາທິດຜ່ານມານີ້ວ່າ: ຜ່ານການເກັບກໍາຂໍ້ມູນ ແລະ ຂຶ້ນບັນຊີໃນປີ 2021 ມີບ້ານຫລໍ່ແຫລມ 41 ບ້ານ, ບ້ານຄູ່ຂະໜານ 80 ບ້ານ, ຈຸດຂ້າມລອຍມີ 4 ຈຸດ, ຈຸດມົ້ວສຸມ 38 ຈຸດ, ມີເປົ້າໝາຍພົວພັນຢາເສບຕິດທັງໝົດ 11.053 ຄົນ, ຍິງ 469 ຄົນ. ໃນນີ້, ເປົ້າໝາຍຄ້າ-ຂາຍ 1.353 ຄົນ, ຍິງ 170 ຄົນ, ເປົ້າໝາຍເສບ 9.700 ຄົນ, ຍິງ 299 ຄົນ.

ມາຮອດປັດຈຸບັນ, ສາມາດດໍາເນີນການແກ້ໄຂບັນຫາເປົ້າໝາຍໄດ້ທັງໝົດ 9.547 ຄົນ, ຍິງ 459 ຄົນ, ເທົ່າກັບ 86,37%. ໃນນັ້ນ, ໄດ້ເຮັດບົດບັນທຶກສືກສາອົບຮົມເປົ້າໝາຍເສບແລ້ວມອບໃຫ້ຄອບຄົວ ແລະ ບ້ານຄຸ້ມຄອງມີ 6.177 ຄົນ, ຍິງ 268 ຄົນ, ນໍາເອົາເປົ້າໝາຍເສບມາບໍາບັດປິ່ນປົວ 3.159 ຄົນ, ຍິງ 105 ຄົນ, ປ່ອຍຕົວຜູ້ປິ່ນປົວບໍາບັດຢາເສບຕິດ 2.454 ຄົນ, ຍິງ 104 ຄົນ, ດໍາເນີນຄະດີຕໍ່ຜູ້ເສບບໍ່ເຂັບຫຼາບ 143 ຄົນ, ຍິງ 3 ຄົນ, ມ້າງທໍາລາຍຄະດີຢາເສບຕິດໄດ້ 538 ລາຍ, ມີຜູ້ກະທໍາຜິດ 622 ຄົນ, ຍິງ 107 ຄົນ, ຢຶດຂອງການ ຢາບ້າ 22.887.908 ເມັດ, ນໍ້າໜັກ 2.288 ກິໂລກຣາມ, ຢາຝິ່ນ 1 ກິໂລກຣາມ, ຢາໄອ້ 565,5 ກິໂລກຣາມ, ວັດຖຸຂອງກາງອື່ນໆມີ: ເງິນ 145 ລ້ານກວ່າກີບ ແລະ 812,187 ບາດ, ລົດໃຫຍ່ 17 ຄັນ, ລົດຈັກ 61 ຄັນ, ໂທລະສັບມືຖື 242 ເຄື່ອງ ແລະ ວັດຖຸອື່ນໆອີກຈໍານວນໜຶ່ງ.

ຕໍ່ກັບບັນດາລາຍຄະດີທີ່ແກ້ໄຂນັບທັງເກົ່າ ແລະ ໃໝ່ປັດຈຸບັນ ແມ່ນໄດ້ສະຫລຸບສົ່ງໄອຍະການ 613 ເລື່ອງ, ມີ 708 ຄົນ, ຍິງ 75 ຄົນ, ພວມດໍາເນີນ 204 ເລື່ອງ, ມີ 257 ຄົນ, ຍິງ 13 ຄົນ, ຕໍ່ກັບຜູ້ບໍາບັດຢາເສບຕິດ ແມ່ນໄດ້ທົດລອງປິ່ນປົວຜູ້ຕິດຢາເສບຕິດດ້ວຍຢາກາດອກບົວ, ມີຜູ້ເຂົ້າປິ່ນປົວ 30 ຄົນ, ຜົນການປິ່ນປົວເຫັນວ່າແຕ່ລະຄົນມີສຸຂະພາບແຂງແຮງດີ.

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...