spot_img
Homeນານາສາລະເດັກນ້ອຍຕ້ອງລະວັງ! 7 ພະຍາດທີ່ມາກັບລະດູຝົນ

ເດັກນ້ອຍຕ້ອງລະວັງ! 7 ພະຍາດທີ່ມາກັບລະດູຝົນ

Published on

ໃນຊ່ວງລະດູຝົນອາກາດຈະເລີ່ມເຢັນລົງ ແລະ ມີຄວາມຊຸ່ມຊື່ນສູງເຮັດໃຫ້ເຊື້ອພະຍາດຈະເລີນເຕີບໂຕ ແລະ ແຜ່ກະຈາຍໄດ້ໄວ ຊຶ່ງສົ່ງຜົນໃຫ້ພະຍາດທີ່ມາພ້ອມກັບລະດູຝົນໂດຍສະເພາະໃນເດັກນ້ອຍທີ່ລະບົບພູມຕ້ານທານໃນຮ່າງກາຍຍັງບໍ່ແຂງແຮງເທົ່າກັນຜູ້ ໃຫຍ່ ຈຶ່ງມີຄວາມສ່ຽງສູງທີ່ຈະຕິດເຊື້ອ ແລະ ເກີດພະຍາດຕ່າງໆໄດ້ງ່າຍ ດັ່ງນັ້ນ ເຮົາມາຮູ້ໄປພ້ອມໆກັນວ່າພະຍາດທີ່ມກັບລະດູຝົນທີ່ເດັກນ້ອຍສ່ຽງເກີດພະຍາດມີຫຍັງແດ່?.

  1. ພະຍາດໄຂ້ຫວັດໃຫຍ່ ເປັນພະຍາດທີ່ເກີດຈາກເຊື້ອໄວຣັສ ພົບຫຼາຍໃນຄົນທຸກເພດທຸກໄວ ແລະ ພົບໄດ້ຕະຫຼອດປີ ແຕ່ຈະລະບາດຫຼາຍໃນຊ່ວງລະດູຝົນ ແລະ ຕິດຕໍ່ກັນໄດ້ທາງການຫາຍໃຈຂະນະທີ່ໄອ ຫຼື ຈາມ ຊຶ່ງເຊື້ອພະຍາດຈະເຂົ້າທາງດັງ ຫຼື ປາກ ດັ່ງນັ້ນໃນຊ່ວງປິດພາກຮຽນເດັກນ້ອຍອາດຈະໄດ້ຮັບເຊື້ອຈາກໝູ່ເພື່ອນຢູ່ໃນໂຮງຮຽນ ແລະ ສະຖານທີ່ອື່ນໆ.
  2. ພະຍາດມື-ປາກ-ຕີນ ເກີດຈາກເຊື້ອໄວຣັສ ພົບຫຼາຍໃນເດັກອາຍຸ 6 ເດືອນເຖິງ 3 ປີ ສາມາດຕິດຕໍ່ໄດ້ດ້ວຍການສຳຜັດໂດຍກົງກັບນ້ຳມູກ ນ້ຳລາຍ ໄອ ຫຼື ຈາມ ຂີ້ຝຸ່ນ ຕຸ່ມນ້ຳໃສ ອາໂຈມ ຫຼື ສຳຜັດທາງອ້ອມເຊັ່ນ ຜ່ານການຫຼິ້ນ ຫຼື ສຳຜັດກັບເອື້ອຍລ້ຽງທີ່ມີເຊື້ອພະຍາດ.
  3. ພະຍາດຕິດຕໍ່ທາງເດີນຫາຍໃຈຈາກໄວຣັສ RSV ເປັນໄວຣັສທີ່ກໍ່ໃຫ້ເກີດພະຍາດຕິດເຊື້ອໃນລະບົບທາງເດີນຫາຍໃຈໂດຍສະເພາະເດັກອ່ອນ ທັງຍັງສາມາດຕິດຕໍ່ໄດ້ຈາກການສຳຜັດໃກ້ຊິດກັບຜູ້ປ່ວຍເຊັ່ນ ນ້ຳມູກ ນ້ຳລາຍ ຂີ້ກະເທິ ແລະ ເມື່ອໄດ້ຮັບເຊື້ອແລ້ວຈະມີອາການຄ້າຍຄືເປັນໄຂ້ຫວັດ ແຕ່ບາງຄັ້ງອາດກໍ່ໃຫ້ເກີດອາການຮຸນແຮງເຖິງຂັ້ນປອດອັກເສບກໍເປັນໄດ້.
  4. ໄຂ້ເລືອດອອກ ເປັນພະຍາດຮ້າຍທີ່ມີຍຸງລາຍເປັນພາຫະນະ ພົບການລະບາດສູງໃນຊ່ວຍລະດູຝົນ ເພາະມີບໍລິເວນນ້ຳຂັງອັນເປັນແຫຼ່ງເພາະພັນຂອງຍຸງລາຍ ໂດຍອາການທີ່ສົງໃສວ່າເດັກນ້ອຍອາດຈະເປັນໄຂ້ເລືອດອອກກໍຄື ມີໄຂ້ສູງ ປວດຫົວ ຕາແດງ ໜ້າແດງ ຫາກເກີດກໍລະນີດັ່ງກ່າວຜູ້ປົກຄອງຄວນພາໄປພົບແພດເພື່ອກວດຫາສາເຫດ.
  5. ພະຍາດອີສຸກອີໄສ ຖືເປັນພະຍາດຍອດຮິດທີ່ຫຼາຍຄອບອາດເຈີມາແລ້ວ ພະຍາດດັ່ງກ່າວເກີດຈາກການຕິດເຊື້ອໄວຣັສ ໂດຍທົ່ວໄປຈະພົບອັດຕາການປ່ວຍສູງສຸດໃນກຸ່ມເດັກອາຍຸລະຫວ່າງ 5-9 ປີ ແລະ ເມື່ອລະບາດແລ້ວພະຍາດຈະຕິດຕໍ່ໄປເລື້ອຍໆ.
  6. ຖອກທ້ອງ ເກີດຂຶ້ນຈາກການຕິດເຊື້ອໄວຣັສໂຣຕ້າ ຊຶ່ງມາຈາກຂອງຫຼິ້ນ ອາຫານ ຫຼື ຂອງໃຊ້ໃກ້ຕົວເດັກທີ່ບໍ່ສະອາດ ໂດຍສະເພາະເດັກອ່ອນຊຶ່ງອາດສຳຜັດເຊື້ອແລ້ວເຂົ້າທາງປາກໂດຍບໍ່ຮູ້ຕົວ ເຮັດໃຫ້ເກີດການຕິດເຊື້ອ ລວມເຖິງເກີດອາການລຳໄສ້ອັກເສບ.
  7. ພະຍາດໄອພີດີ ແລະ ປອດບວມ ພະຍາດໄອພີດີຄືພະຍາດຕິດເຊື້ອຊະນິດຮຸນແຮງທີ່ມີສາເຫດມາຈາກເຊື້ອແບັກທີເຣຍ “ນິວໂມຄອກຄັສ” ເຮັດໃຫ້ເກີດການຕິດເຊື້ອໃນກະແສເລືອດ ແລະ ທີ່ເຍື້ອຫຸ້ມສະໝອງ ຊຶ່ງມີຄວາມຮຸນແຮງເຖິງຂັ້ນເຮັດໃຫ້ເດັກພິການ ຫຼື ເສຍຊີວິດ ໂດຍສະເພາະໃນເດັກອາຍຸຕ່ຳກວ່າ 2 ປີ ທັງນີ້ ຍັງສາມາດຕິດຕໍ່ກັນໄດ້ລະຫວ່າງຄົນສູ່ຄົນ ພົບພະຍາດດັ່ງກ່າວຫຼາຍທີ່ສຸດໃນເຂດຊຸມຊົນທີ່ແອອັດ.

ທັງນີ້ ການຮູ້ທັນພະຍາດທີ່ມາກັບລະດູຝົນໃນເດັກຈະຊ່ວຍໃຫ້ຜູ້ປົກຄອງຮູ້ເຖິງສາເຫດ ແລະ ວິທີປ້ອງ ລວມທັງສາມາດສັງເກດອາການເພື່ອກຽມຮັບມືກັບພະຍາດຕ່າງໆໄດ້ຢ່າງທັນການ ພ້ອມນີ້ ຜູ້ປົກຄອງກໍຕ້ອງຝຶກໃຫ້ລູກລ້າງມືໃຫ້ສະອາດທຸກຄັ້ງ ດູແລເລື່ອງສຸຂະພາບອະນາໄມ ຄວນໃສ່ເສື້ອຜ້າທີ່ບໍ່ເກີດຄວາມອັບຊື້ນ ແລະ ອື່ນໆ.

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: kapook

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...