spot_img
Homeຂ່າວການພັດທະນາເຊັນສັນຍາໂຄງການສ້ອມແປງ ແລະ ຄຸ້ມຄອງຂະແໜງຂົວທາງ

ເຊັນສັນຍາໂຄງການສ້ອມແປງ ແລະ ຄຸ້ມຄອງຂະແໜງຂົວທາງ

Published on

ພິທີເຊັນສັນຍາເງິນກູ້ ຢືມລະຫວ່າງລັດຖະບານ ແຫ່ງ ສປປ ລາວ ແລະ ທະນາຄານ ພັດທະນາອາຊີ ສຳລັບໂຄງ ການສ້ອມແປງ ແລະ ຄຸ້ມຄອງ ຂະແໜງຂົວທາງ ໄດ້ຈັດຂຶ້ນ ເມື່ອບໍ່ດົນຜ່ານມານີ້ ທີ່ກະ ຊວງການເງິນ, ຮ່ວມລົງນາມ ຄັ້ງນີ້ ຕາງໜ້າໃຫ້ລັດຖະບານ ລາວແມ່ນ ທ່ານ  ນາງ ທິບພະ ກອນ ຈັນທະວົງສາ ລັດຖະ ມົນຕີຊ່ວຍວ່າການກະຊວງ ການເງິນ ແລະ ຕາງໜ້າ ໃຫ້ທະນາຄານພັດທະນາອາຊີ ແມ່ນ ທ່ານ ນາງ ແຊນດຣາ ນິໂຄ (Sandra Nicoll) ຫົວ ໜ້າຫ້ອງການຜູ້ຕາງໜ້າທະ ນາຄານພັດທະນາອາຊີ ປະຈຳ ສປປ ລາວ (ADB) ຊຶ່ງມີແຂກ ຖືກເຊີນ ແລະ ພາກສ່ວນທີ່ກ່ຽວ ຂ້ອງເຂົ້າຮ່ວມ.

ໂຄງການດັ່ງກ່າວແມ່ນມີ ຈຸດປະສົງເພື່ອປັບປຸງ ແລະ ສ້າງ ຄວາມອາດສາມາດການຄຸ້ມ ຄອງຂະແໜງຂົວທາງຢູ່ຂັ້ນສູນ ກາງ ແລະ ທ້ອງຖິ່ນ; ທົດລອງ ການແບ່ງຂັ້ນຄຸ້ມຄອງວຽກງານ ສ້ອມແປງ ແລະ ບູລະນະຮັກ ສາເສັ້ນທາງແບບຍືນຍົງ ໂດຍ ຈະໄດ້ຈັດຕັ້ງປະຕິບັດຢູ່ 3 ແຂວງ ຄື: ສາລະວັນ, ເຊກອງ ແລະ ອັດ ຕະປື.

ສ່ວນໜ້າວຽກຂອງໂຄງ ການແມ່ນເພື່ອປັບປຸງການບໍ ລິຫານ ແລະ ຄຸ້ມຄອງວຽກງານ ຂົວທາງ ໃຫ້ມີຄວາມຍືນຍົງ; ສ້າງຄວາມເຂັ້ມແຂງດ້ານສະ ຖາບັນຢູ່ຂັ້ນສູນກາງ ແລະ ທ້ອງ ຖິ່ນ ເພື່ອຄຸ້ມຄອງ-ບໍລິຫານວຽກ ງານຂົວທາງໃຫ້ຍືນຍົງ, ຟື້ນຟູ ແລະ ສ້ອມແປງທາງຫຼວງແຫ່ງ ຊາດ ແລະ ທາງຊົນນະບົດໃນ ເຂດເປົ້າໝາຍໂຄງການ. ໂຄງ ການສ້ອມແປງ ແລະ ຄຸ້ມຄອງ ຂະແໜງຂົວທາງມີມູນຄ່າທັງ ໝົດ 29,9 ລ້ານໂດລາສະຫະລັດ ໃນນັ້ນ ໂຄງການມີໄລຍະການຈັດຕັ້ງປະຕິບັດ 5 ປີ(ເລີ່ມ ແຕ່ເດືອນເມສາ 2016 ຮອດ 31 ມີນາ 2021). ໂຄງການ ນີ້ຈະເປັນສ່ວນໜຶ່ງທີ່ສຳຄັນ ໃນການແກ້ໄຂ ຄວາມທຸກຍາກຂອງປະຊາຊົນ ໂດຍໂຄງການ ຈະສ້າງຄວາມສະດວກສະບາຍ ໃນການສັນຈອນສິນຄ້າເຂົ້າ ສູ່ຕະຫຼາດລວມເຖິງການເຂົ້າ ເຖິງສາທາລະນະສຸກ. ນອກນັ້ນ ວຽກງານສ້ອມແປງ ເສັ້ນທາງ ທ້ອງຖິ່ນ ແລະ ວຽກຝຶກອົບຮົມ ຕ່າງໆຂອງໂຄງການຍັງຈະ ສ້າງ ວຽກເຮັດງານທຳ ແລະ ເສີມ ສ້າງຂີດຄວາມສາມາດໃຫ້ແກ່ ປະຊາຊົນໃນເຂດທ້ອງຖິ່ນອີກ ດ້ວຍ.

ແຫລ່ງຂ່າງຈາກ: ໜັງສືພິມປະຊາຊົນ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...