spot_img
Homeຂ່າວຕ່າງປະເທດເກົາຫຼີໃຕ້ ກຽມເປີດນໍາໃຊ້ລະບົບຈົດຈໍາໃບໜ້າ ຕິດຕາມຄວາມເຄື່ອນໄຫວຂອງຜູ້ຕິດເຊື້ອໂຄວິດ-19

ເກົາຫຼີໃຕ້ ກຽມເປີດນໍາໃຊ້ລະບົບຈົດຈໍາໃບໜ້າ ຕິດຕາມຄວາມເຄື່ອນໄຫວຂອງຜູ້ຕິດເຊື້ອໂຄວິດ-19

Published on

ວັນທີ 13 ທັນວາ 2021 ສໍານັກຂ່າວ MGROnline ລາຍງານວ່າ ເກົາຫຼີໃຕ້ ຈະກຽມເປີດໂຄງການໃຊ້ປັນຍາປະດິດ (ເອໄອ) ລະບົບຈົດຈໍາໃບໜ້າ ແລະ ລະບົບກ້ອງວົງຈອນປິດ ຕິດຕາມຄວາມເຄື່ອນໄຫວຂອງຜູ້ຕິດເຊື້ອ ໂຄວິດ-19 ທ່າມກາງສຽງວິຈານວ່າການເຮັດແບບນີ້ ອາດຈະເປັນການລະເມີດສິດທິຄວາມເປັນສ່ວນຕົວ.

ໂຄງການທົດລອງນີ້ ຈະເລີ່ມໃນເດືອນມັງກອນ ປີ 2022 ຢູ່ທີ່ເມືອງ ປູຊອນ (Bucheon) ເຊິ່ງເມືອງນີ້ມີປະຊາກອນໜາແໜ້ນທີ່ສຸດ ຮອບໆໂຊລ ໂດຍໄດ້ຮັບງົບປະມານສະໜັບສະໜຸນຈາກລັດຖະບານກາງ. ເຈົ້າໜ້າທີ່ ໃນເມືອງປູຊອນ ມີປະກອນທັງໝົດປະມານ 800,000 ຄົນ ລະບຸວ່າ ລະບົບນີ້ຈະຊ່ວຍຫຼຸດຜ່ອນພາລະໃຫ້ແກ່ທີມສອບສວນພະຍາດເຊິ່ງມີວຽກຫຼາຍ ແລະ ຊ່ວຍໃຫ້ເຈົ້າໜ້າທີ່ເຮັດວຽກໄດ້ຢ່າງປະສິດທິພາບ ແລະ ມີຄວາມຊັດເຈນຫຼາຍຂຶ້ນ.

ເກົາຫຼີໃຕ້ມີລະບົບການຕິດຕາມພະຍາດລະບາດທີ່ທັນສະໄໝ ແລະ ມີຄວາມເຂັ້ມງວດໃນການຮັກສາຂໍ້ມູນທັງຊັ້ນຕຳແໜ່ງຈາກຄະນະວິສະວະກຳ ແລະ ກ້ອງວົງຈອນປິດ ລວມເຖິງຂໍ້ມູນສ່ວນຕົວອື່ນໆ ແຕ່ການຕິດຕາມຜູ້ຕິດເຊື້ອໂຄວິດ-19 ສ່ວນໃຫຍ່ຍັງຄົງອາໄສແຮງງານຈາກເຈົ້າໜ້າທີ່ສອບສວນພະຍາດ ເຊິ່ງຕ້ອງເຮັດວຽກແບບປ່ຽນກັນຕະຫຼອດ 24 ຊົ່ວໂມງ.

ແນວໃດກໍຕາມ ກະຊວງວິທະຍາສາດ ແລະ ໄອຊີທີເກົາຫຼີໃຕ້ ຢືນຢັນວ່າ ຍັງບໍ່ມີແຜນທີ່ຈະຂະຫຍາຍໂຄງການໃຫ້ເປັນລະດັບຊາດ ແລະ ເນັ້ນໜັກວ່າລະບົບມີຄວາມຄືບໜ້າໃນການນຳເຕັກໂນໂລຊີໃນການຊ່ວຍເຫຼືອວຽກງານໂດຍປົກກະຕິແລ້ວ.

ລະ​ບົບ​ເອ​ໄອ​ທີ່ ເມືອງປູ​ຊອນ ​​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຈາກ​ກະ​ຊວງ 1,600 ລ້ານ​ວອນ ແລະ ​ງົບປະມານໃນ​ທ້ອງຖິ່ນ​ອີກ 500 ລ້ານ​ວອນ ສາ​ມາດ​ຕິດ​ຕາມ​ກຸ່ມ​ເປົ້າ​ໝາຍ​ໄດ້​ສູງ​ສຸດ 10 ຄົນ​ພາຍ​ໃນ​ເວ​ລາ 5-10 ນາ​ທີ​ຂອງ​ວຽກ​ງານ​ຂອງ​ພະ​ນັກ​ງານ, ​ໂດຍ​ປົກ​ກະ​ຕິ​ແລ້ວ ໃຊ້ເວລາ 30 ນາທີ – 1 ຊົ່ວໂມງ ສໍາລັບການຕິດຕາມ 1 ຄົນ.

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...