spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ເກີດເຫດລັກຊັບນັກທຸລະກິດຊາວເກົາຫຼີໃຕ້ ເຂດບ້ານທົ່ງພານທອງ ຄົນຮ້າຍໄດ້ຊັບສິນໄປກວ່າ 70 ລ້ານກີບ

ເກີດເຫດລັກຊັບນັກທຸລະກິດຊາວເກົາຫຼີໃຕ້ ເຂດບ້ານທົ່ງພານທອງ ຄົນຮ້າຍໄດ້ຊັບສິນໄປກວ່າ 70 ລ້ານກີບ

Published on

ຕາມແຫຼ່ງຂ່າວຈາກເພສ ແຈ້ງເສຍຫາຍ ໄດ້ແຈ້ງໃຫ້ຮູ້ວ່າ. ໃນເວລາ 21:40 ນາທີ ຂອງວັນທີ 5 ທັນວາ 2016 ທີ່ຜ່ານມາ ທາງເຈົ້າໜ້າທີ່ ທຄຕ ປກສ ເມືອງ ສີສັດຕະນາກໄດ້ຮັບແຈ້ງເຫດວ່າມີຄົນຮ້າຍລັກກະເປົາຂອງ ທ້າວ ກິມຊຽງຈິກ ອາຍຸ 56ປີ ອາຊີບນັກທຸລະກິດ ສັນຊາດຊາວເກົາຫຼີໃຕ້ ເຊິ່ງຄົນຮ້າຍໄດ້ຊັບສິນໄປເປັນຈຳນວນມູນຄ່າກວ່າ 70 ລ້ານກີບ.

ເຫດການດັ່ງກ່າວໄດ້ເກີດຂຶ້ນໃນເວລາ 19:56ນາທີ ເຊິ່ງພາບວົງຈອນປິດໄດ້ບັນທຶກພາບຄົນຮ້າຍໄວ້ຢ່າງຊັດເຈນ ຄົນຮ້າຍເປັນເພດຍິງ ແຕ່ມີລັກສະນະຄ້າຍສາວປະເພດສອງ (ບໍ່ແນ່ໃຈວ່າເປັນສາວແທ້ ຫຼື ສາວທຽມ) ໄດ້ຍ່າງເຂົ້າມາທີ່ໜ້າຈຸດເກີດເຫດ (ຄ້າຍຮ້ານຂາຍເຄື່ອງໃຊ້ເອເລັກໂທຣນິກ ແລະ ຂາຍເຄື່ອງໃຊ້ຫ້ອງການ) ເຊິ່ງຄົນຮ້າຍໄດ້ສັງເກດບຶດໜຶ່ງເພື່ອໃຫ້ແນ່ໃຈວ່າເວລານັ້ນແມ່ນບໍ່ມີຄົນແລ້ວ ຄົນຮ້າຍຈິ່ງໃຊ້ໂອກາດນີ້ຍ່າງເຂົ້າໄປໃນຮ້ານ ແລ້ວແນມຫາສິ່ງມີຄ່າ ຈາກນັ້ນຄົນຮ້າຍກໍ່ເຫັນກະເປົາທີ່ວາງເຖິງໜ້າໂຕະຄົນຮ້າຍກໍ່ຟ້າວຍ່າງເຂົ້າໄປຈັບເອົາກະເປົາແລ້ວຍ່າງລົບໜີຢ່າງໄວວາ ເຊິ່ງການກໍ່ເຫດລັກຊັບຄັ້ງນີ້ຄົນຮ້າຍໃຊ້ເວລາປະມານ 20 ນາທີກໍ່ສຳເລັດ ແລະ ໄດ້ຊັບສິນໄປກວ່າ 70 ລ້ານກີບ.

ເມືອທາງເຈົ້າໜ້າທີ່ ທຄຕ ປກສ ເມືອງ ສີສັດຕະນາກ ກໍ່ໄດ້ປະສານສົມທົບ ປກສ ກຸ່ມວັດນາກ ແລະ ນາຍບ້ານທົ່ງພານທອງ ຈິ່ງໄດ້ສົ່ງເຈົ້າໜ້າທີ່ລົງມາກວດກາສະຖານທີ່ຈຸູດເກີດເຫດ ເພື່ອເກັບຮ່ອງຮອຍຂອງຄົນຮ້າຍ ເພື່ອໃຊ້ເປັນຫຼັກຖານໃນການສືບສວນ ເພື່ອນຳໄປສູ່ການຈັບກຸມຕົວຜູ້ກໍ່ເຫດລັກຊັບໃນຄັ້ງນີ້ມາດຳເນີນຄະດີຕາມກົດໝາຍບ້ານເມືອງ.

ເຊິ່ງຊັບສິນໃນກະເປົາທີ່ຄົນຮ້າຍໄດ້ໄປປະກອບມີ:

  1. ເງິນສົດ ຈຳນວນ 6,900 ໂດລາສະຫະລັດ
  2. ເງິນສົດຈຳນວນ 10,000,000 ກີບ
  3. ໂທລະສັບ ຊຳຊຸງ 2 ເຄື່ອງ
  4. Passport 1ຫົວ ອອກຊື່: Mr. Kim Sang Jik
  5. ບັດເອທີເອັມ ທະນາຄານການຄ້າຕ່າງປະເທດ 2 ບັດ
  6. ບັດຂັບຊີ່ 1 ບັດ
  7. ປື້ມທະນາຄານ ແລະ ບັດເອທີເອັມ ຢູ່ເກົາຫຼີໃຕ້ (1 ຫົວ 1ບັດ)

ຜູ້ເສຍຫາຍໄດ້ຕັ້ງວົງເງິນສົມມະນາຄຸນສຳລັບຜູ້ທີ່ສາມາດຈັບຕົວຄົນຮ້າຍ ມູນຄ່າ 3,000,000 ກີບ, ຖ້າຫາກທ່ານໃດມີເບາະແສຄົນຮ້າຍ ກໍ່ສາມາດແຈ້ງໄດ້ທີ່: 020 5461 6666

66633

 

 

 

ວິດີໂອຈາກ: ເພສ ແຈ້ງເສຍຫາຍ
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...