spot_img
Homeວັນນະກຳເລື່ອງສັ້ນ"ຮອຍແຕກໃນແກ້ວ" ຕ້ອງອ່ານໃຫ້ໄດ້ເດີ້...ເພາະມັນເປັນເລື່ອງຈິງ

“ຮອຍແຕກໃນແກ້ວ” ຕ້ອງອ່ານໃຫ້ໄດ້ເດີ້…ເພາະມັນເປັນເລື່ອງຈິງ

Published on

ocean-glass-aekwnam-run-new-york-b07807-aephkh-6-aib-3151-781634-1-product

“ຮອຍແຕກໃນແກ້ວ”

ຢາພໍ່ຊາ ຍົກຈອງແກ້ວຂຶ້ນ ແລ້ວຖາມອາຈານພອນວ່າ “ເຈົ້າເຫັນຮອຍແຕກໃນຈອກໜ່ວຍນີ້ບໍ່ ພອນວັງໂສ?”

ອາຈານພອນຄິດໃນໃຈວ່າ “ຈອກກໍ່ເບິ່ງປົກກະຕິດີ ບໍ່ມີຮອຍແຕກເລີຍ”

ຢາພໍ່ຊາເວົ້າຕໍ່ອີກວ່າ “ເບິ່ງໃຫ້ດີໆ ມັນມີຮອຍລ້າວນ້ອຍໆ ໃນຈອກໜ່ວຍນີ້ ແລ້ວວັນໜຶ່ງມັນກໍ່ຈະຕ້ອງແຕກ”

ໃນຕົວເຮົາທຸກຄົນລ້ວນແຕ່ມີຮອຍລ້າວນ້ອຍໆ ນັບຕັ້ງແຕ່ຮັບເກີດມັນບອກໃຫ້ຮູ້ວ່າ ວັນໜຶ່ງ ຊີວິດຂອງເຮົາທຸກຄົນຕ້ອງຈົບສິ້ນລົງ ມັນຈະຈົບແນ່ນອນ ເຮົາຮູ້ດີ ແຕ່ເພາະເຮົາຖືກອະວິຊາຄອບງຳເອົາໄວ້ ເຮັດໃຫ້ເຮົາບໍ່ໄດ້ຄິດເຖິງມັນ.

ວັນໜຶ່ງເຮົາຕ້ອງຈາກກັນ ຄວາມຈິງຂໍ້ນີ້ ທີ່ພຣະບອກເພື່ອຢາກໃຫ້ເຮົາມີສະຕິ ບໍ່ໄດ້ບອກໃຫ້ເຮົາຢ້ານ ຫຼື ຄິດວ່າ ຂ້ອຍຈະບໍ່ຮັກໃຜອີກແລ້ວ! ເພື່ອທີ່ຂ້ອຍບໍ່ຕ້ອງເສຍໃຈ ຕອນຂ້ອຍຕ້ອງສູນເສຍເຂົາ ຫຼື ຈາກເຂົາໄປ.

ແຕ່ທ່ານບອກເພື່ອເົຮາຈະໄດ້ຮູ້ທັນ ຄວາມຈິງຂອງໂລກ ແລະ ຊີວິດ ວ່າ ທຸກສິ່ງທີ່ຢູ່ຕອນນີ້ມັນບໍ່ພຽງມັນຈະປ່ຽນແປງ

ເພາະສະນັ້ນ ຖ້າເຮົາຮູ້ວ່າ ມັນຈະບໍ່ຢູ່ກັບເຮົາຊົ່ວນິລັນ ເວລາຂອງເຮົາມີຈຳກັດ ເຮົາຈະໄດ້ມີທ່າທີທີ່ຖືກຕ້ອງກັບສິ່ງທີ່ເຮົາມີຢູ່ ເວລານີ້ ເຮົາຈະມີເມດຕາຕໍ່ຄົນທີ່ຢູ່ຮ່ວມກັບເຮົາທຸກໆວັນຫຼາຍຂຶ້ນ ເພາະເຮົາຈະຮູ້ວ່າ ເຮົາຈະຢູ່ນຳກັນແຕ່ຊ່ວງເວລາສັ້ນໆ.

ເຮົາຈະຢຸດຄວາມໃຈຮ້າຍ ຢຸດການທຳຮ້າຍ ຢຸດຄວາມເອົາຊະນະ ຢຸດການກົດດັນ ຫຼື ບັງຄັບໃຫ້ທຸກຢ່າງເປັນດັ່ງໃຈຂອງເຮົາ ເຮົາຈະໃຈເຢັນ ແລະ ຮັບຟັງຫຼາຍຂຶ້ນ ເຮົາຈະເຫັນອົກເຫັນໃຈ ເຂົ້າໃຈ ແລະ ໃຫ້ອະໄພຫຼາຍຂຶ້ນ.

ເພາະເຮົາຮູ້ວ່າເວລາເຮົາຢູ່ນຳກັນມັນໝົດລົງທຸກວັນ ເວລາມັນຕິດປີກ ແລະ ມື້ອື່ນ ອາດຈະບໍ່ມີອີກແລ້ວ ສຳລັບເຮົາ ເມື່ອເຖິງວັນທີ່ເຮົາຕ້ອງຈາກກັນ ເຮົາຈະໄດ້ບໍ່ຕ້ອງເສຍໃຈ ເປັນຫຍັງເຮົາຈິ່ງບໍ່ເຮັດດີຕໍ່ເຂົາ ເຮົາຈະເກັບແຕ່ຄວາມຊົງຈຳທີ່ດີຕໍ່ກັນ ເຫລືອໄວ້ໃຫ້ຄິດຮອດ ຍາມເມື່ອເຂົາ ຫຼື ເຮົາ ບໍ່ມີຕົວຕົນຢູ່ໃນໂລກໜ່ວຍນີ້ແລ້ວ.

ໃນວັນສຸດທ້າຍເຮົາຈະເຊັດນ້ຳຕາ ແລະ ເວົ້າກັບຕົວເອງວ່າ:

“ຂ້ອຍຮູ້ຢູ່ແລ້ວວ່າວັນນີ້ຕ້ອງມາຮອດ ‘ ເພາະຂ້ອຍເຫັນຮອຍລ້າວນ້ອຍໆໃນຈອກແກ້ວ’ ຕັ້ງແຕ່ທຳອິດຢູ່ແລ້ວ…”

ທຳມະຈາກ ຢາພໍ່ຊາ ສຸພັດໂທ ເລົ່າໂດຍ ທ່ານອາຈານພອນວັງໂສ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...