spot_img
Homeຂ່າວຕ່າງປະເທດອີຢູ ກຽມຍົກເລີກ "ຟຣີວີຊ່າ" ໃຫ້ແກ່ຊາວສະຫະລັດເພື່ອຕອບໂຕ້ນະໂຍບາຍຂອງ ທຣັມ

ອີຢູ ກຽມຍົກເລີກ “ຟຣີວີຊ່າ” ໃຫ້ແກ່ຊາວສະຫະລັດເພື່ອຕອບໂຕ້ນະໂຍບາຍຂອງ ທຣັມ

Published on

ເວັບໄຊຂ່າວສົດ ລາຍງານເມື່ອວັນທີ 4 ມີນາ 2017 ວ່າ ຄະນະສະມາຊິກສະຫະພາບຢຸໂຣບ ລົງມະຕິຄັ້ງໃຫຍ່ ໃນການຍົກເລີກ ຟຣີວິຊ່າໃຫ້ແກ່ຊາວອາເມລິກາ ເມື່ອວັນທີ 2 ມີນາ ທີ່ຜ່ານມາ ເພື່ອຕອບໂຕ້ສະຫະລັດທີ່ເລືອກປະຕິບັດກວດຄົນເຂົ້າເມືອງຕໍ່ສະມາຊິກອີຢູແບບບໍ່ສະເໝີພາບກັນ ໂດຍມີ 5 ປະເທດຕ້ອງຂໍວິຊ່າ. ມະຕິດັ່ງກ່າວນີ້ໄດ້ສົ່ງໄປທີ່ຄະນະກຳມະທິການ ຢຸໂຣບ ຝ່າຍບໍລິຫານ ເພື່ອພິຈາລະນາໃນທາງປະຕິບັດພາຍໃນ 2 ເດືອນຕໍ່ໜ້າ ຫາກມີການບັງຄັບໃຊ້ແທ້ຈະສົ່ງຜົນກະທົບດ້ານລົບຕໍ່ເສດຖະກິດອີຢູ 

ໃນກໍລະນີນີ້ ອີຢູໄດ້ໃຫ້ເວລາສະຫະລັດອາເມລິກາທົບທວນເລື່ອງດັ່ງກ່າວມາດົນກວ່າ 2 ປີແລ້ວ ແລະ ເລີຍກຳນົດມາແຕ່ປີ 2016 ເຊິ່ງອີຢູກໍ່ຍັງບໍ່ທັນໄດ້ໃຊ້ມາດຕະການໃດໆ ເພາະເຫັນວ່າສະຫະລັດມີການປ່ຽນແປງລັດຖະບານໃໝ່ ແຕ່ຂໍ້ຮຽກຮ້ອງໃນເລື່ອງນີ້ໄດ້ກັບມາອີກຄັ້ງ ຍ້ອນຄວາມບໍ່ລົງຮອຍກັນລະຫວ່າງນັກການເມືອງ ຢຸໂຣບບາງສ່ວນ ກັບ ລັດຖະບານສະຫະລັດຂອງທ່ານ ໂດນັລ ທຣັມ ທີ່ເລີ່ມສະແດງອອກມາໃຫ້ເຫັນເປັນໄລຍະ ນັບຕັ້ງແຕ່ການປະນາມມາດຕະການກີດກັ້ນພົນລະເມືອງ 7 ຊາດມຸສລິມຂອງລັດຖະບານທຣັມ ຕາມດ້ວຍການຮຽກຮ້ອງໃຫ້ລັດຖະບານອີຢູປະຕິເສດການຮັບຕຳແໜ່ງຂອງ ທ່ານ ເທັກ ມັລລັອກ ທີ່ໄດ້ຮັບການຄາດໝາຍວ່າຈະມາເປັນທູດປະຈຳອີຢູ ເຊິ່ງນັບແຕ່ນັ້ນມາສະຫະລັດຍັງບໍ່ມີທ່າທີວ່າຈະເລືອກໃຜຂຶ້ນມາເປັນທູດສະຫະລັດປະຈຳອີຢູ

ຕໍ່ມາອີຢູຍັງຫັນໄປບັນລຸຂໍ້ຕົກລົງດ້ານເສດຖະກິດ ແລະ ການຄ້າ ຫຼື ເຊຕ້າ ກັບ ການາກາ ມີຜົນໃຫ້ການາກາເປີດຊາຍແດນຕ້ອນຮັບນັກທ່ອງທ່ຽວສະມາຊິກອີຢູທຸກປະເທດພາຍໃນປີນີ້ ໂດຍບໍ່ຕ້ອງຂໍວິຊ່າ ກາຍເປັນຂໍ້ປຽບທຽບກັບກໍລະນີຂອງສະຫະລັດ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...