spot_img
Homeຂ່າວພາຍ​ໃນສ້ອມແປງເສັ້ນທາງ ແຕ່ຂົວນໍ້າຍອນ ເມືອງອະນຸວົງ-ເມືອງລ້ອງແຈ້ງ ແຂວງໄຊສົມບູນ

ສ້ອມແປງເສັ້ນທາງ ແຕ່ຂົວນໍ້າຍອນ ເມືອງອະນຸວົງ-ເມືອງລ້ອງແຈ້ງ ແຂວງໄຊສົມບູນ

Published on

ປັດຈຸບັນ, ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງໄຊສົມບູນ ພວມເລັ່ງ ປັບປຸງ ສ້ອມແປງເສັ້ນທາງຫຼວງແຫ່ງຊາດ 5A ແຕ່ຂົວນໍ້າຍອນ, ເມືອງອະນຸວົງ ຫາ ບ້ານລ້ອງແຈ້ງ, ເມືອງລ້ອງແຈ້ງ, ແຂວງໄຊສົມບູນ ຄວາມຍາວ 40 ກິໂລແມັດ ຄາດວ່າຈະສ້ອມແປງ ໃຫ້ສໍາເລັດໃນມໍ່ໆນີ້.

May be an image of jeep

ທ່ານ ໄຊສົມພັນ ລີເຕັງເບຼຍຈື ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ແຂວງໄຊສົມບູນ ໄດ້ໃຫ້ສຳພາດ ໃນວັນທີ 5 ສິງຫາ ນີ້ວ່າ : ໃນໄລຍະຜ່ານມາ ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງ ກໍໄດ້ເອົາໃຈໃສ່ໃນການບູລະນະ ສ້ອມແປງເສັ້ນທາງ ແລະ ໄດ້ມີແຜນຮອງຮັບປົກກະຕິ ເພື່ອແກ້ໄຂສ້ອມແປງເສັ້ນທາງຕ່າງໆ ໃຫ້ສາມາດສັນຈອນໄປມາໄດ້ຕະຫຼອດປີ.

May be an image of 4 people and road

ເນື່ອງຈາກວ່າຝົນຕົກໜັກຕິດຕໍ່ກັນເປັນເວລາຫຼາຍວັນໃນໄລຍະຜ່ານມາ ອີກຢ່າງໜຶ່ງແມ່ນຍ້ອນປະລິມານການຂົນສົ່ງແຮ່ສູງ ແລະ ຍັງຂາດງົບປະມານໃນການບູລະນະຮັກສາ ແລະ ສ້ອມແປງ ຈຶ່ງເຮັດໃຫ້ເສັ້ນທາງແຕ່ຂົວນໍ້າຍອນ ເມືອງອະນຸວົງ ຫາ ບ້ານຜາແຂະ, ເມືອງລ້ອງແຈ້ງ ໄລຍະ 13 ກິໂລແມັດ ໄດ້ຮັບຜົນກະທົບ ເປ່ເພຫຼາຍສົມຄວນ, ເຮັດໃຫ້ການສັນຈອນໂດຍສານລະຫວ່າງເມືອງລ້ອງແຈ້ງ ຫາເທດສະບານແຂວງ ແລະ ບັນດາແຂວງອ້ອມຂ້າງ, ການຂົນສົ່ງແຮ່ ແລະ ປະຊາຊົນທີ່ໃຊ້ເສັ້ນທາງນີ້ ເພື່ອໄປທຳການຜະລິດ ພົບກັບຄວາມຫຍຸ້ງຍາກຫຼາຍ.

May be an image of 2 people

ຕໍ່ກັບສະພາບການດັ່ງກ່າວ ໂດຍໄດ້ຮັບການຊີ້ນຳຈາກອົງການປົກຄອງແຂວງ ແລະ ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງໄຊສົມບູນ ຈຶ່ງໄດ້ມອບໃຫ້ບໍລິສັດ ປັນຍາທິລາດ ກໍ່ສ້າງເຄຫາ, ຂົວທາງ ແລະ ຊົນລະປະທານ ຈຳກັດ ເປັນຜູ້ຮັບຜິດຊອບ ວຽກງານສ້ອມແປງສຸກເສີນ ປັດຈຸບັນກຳລັງຂຸ້ນຂ້ຽວຢ່າງເຕັມທີ່ ຄາດວ່າຈະແກ້ໄຂ ສ້ອມແປງ ໃຫ້ສາມາດໄປມາໄດ້ຢ່າງສະດວກ ໃນມໍ່ໆນີ້ ດັ່ງນັ້ນ ການສັນຈອນໄປ-ມາຜ່ານເສັ້ນທາງນີ້ ໃນໄລຍະນີ້ພົບຄວາມຫຍຸ້ງຍາກ ສະນັ້ນ ຜູ້ສັນຈອນຜ່ານເສັ້ນທາງດັ່ງກ່າວ ຕ້ອງມີສະຕິ ແລະ ຄ່ອຍໄປຄ່ອຍມາ ເພື່ອປ້ອງກັນອຸບັດຕິເຫດທີ່ອາດຈະເກີດຂຶ້ນ.

May be an image of 1 person

ພ້ອມກັນນີ້ ທາງແຂວງໄຊສົມບູນ ຍັງໄດ້ສ້າງກອງທຶນບູລະນະຮັກສາ ແລະ ສ້ອມແປງເສັ້ນທາງພາຍໃນແຂວງຕື່ມອີກ ເພື່ອໃຫ້ບັນດາບໍລິສັດຂຸດຄົ້ນ, ສະມາຄົມການຂົນສົ່ງສິນຄ້າ, ຫົວໜ່ວຍທຸລະກິດກ່ຽວກັບການຂົນສົ່ງແຮ່ ມອບພັນທະເຂົ້າກອງທຶນ ເພື່ອນໍາເອົາງົບປະມານຈາກກອງທຶນ ມາບູລະນະຮັກສາເສັ້ນທາງທີ່ໄດ້ຮັບຜົນກະທົບ ເປ່ເພ ໃນຕໍ່ໜ້າ ເພື່ອໃຫ້ຜູ້ໃຊ້ລົດ-ໃຊ້ຖະໜົນມີຄວາມສະດວກໃນການໄປ-ມາ ສາມາດສັນຈອນໄດ້ທັງສອງລະດູ ຕະຫຼອດປີ.

ພາບ-ຂ່າວ: ພຸດທະສອນ ເວດສະວົງ, ຈົດໝາຍຂ່າວໄຊສົມບູນ

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...