spot_img
Homeຂ່າວຕ່າງປະເທດສີລັງກາກຳລັງຈະຂາດແຄນອາຫານ

ສີລັງກາກຳລັງຈະຂາດແຄນອາຫານ

Published on

ໃນວັນທີ 20 ພຶດສະພາ, ໃນກຸງໂຄລຳໂບ ປະເທດສີລັງກາ ນາຍົກລັດຖະມົນສີລັງກາໄດ້ເຕືອນບັນຫາການຂາດແຄນອາຫານ ແລະ ກຳລັງເຂົ້າສູ່ວິກິດເສດຖະກິດທີ່ຮ້າຍແຮງ ແລະ ໄດ້ໃຫ້ຄຳໝັ້ນວ່າລັດຖະບານຈະຊື້ປຸ໋ຍໃຫ້ພຽງພໍສຳລັບລະດູການປູກຝັງຖັດໄປເພື່ອເພີ່ມການເກັບກ່ຽວຜົນຜະລິດ.

ການຕັດສິນໃຈໃນເດືອນເມສາປີກາຍນີ້ ໂດຍອາດີດປະທານາທິບໍດີ ໂກຕາບາຍາ ຣາສປັກສາ ໄດ້ສັ່ງຫ້າມໃຊ້ປຸ໋ຍເຄມີທັງໝົດ ເຮັດໃຫ້ຜົນຜະລິດຫຼຸດລົງຫຼາຍ ແລະ ເຖິງວ່າລັດຖະບານຈະຍົກເລີກຄຳສັ່ງຫ້າມ ແຕ່ຍັງບໍ່ມີການນຳເຂົ້າຈຳນວນຫຼາຍ.

ທ່ານນາຍົກລັດຖະມົນຕີໄດ້ບອກວ່າ: ໃນຂະນະນີ້ອາດຈະບໍ່ໄດ້ຮັບປຸ໋ຍສຳລັບລະດູການເດືອນ ພຶດສະພາ-ສິງຫາ ແຕ່ຈະດຳເນີນການເພື່ອໃຫ້ແນ່ໃຈວ່າມີປຸ໋ຍຢູ່ໃນຄັງພຽງພໍໃນເດືອນກັນຍາ-ມີນາ.

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...