spot_img
Homeຂ່າວຕ່າງປະເທດສີລັງກາ ກວດພົບຜູ້ຕິດເຊື້ອພະຍາດໄຂ້ເລືອດອອກເກືອບ 50,000 ກໍລະນີໃນປີ 2022

ສີລັງກາ ກວດພົບຜູ້ຕິດເຊື້ອພະຍາດໄຂ້ເລືອດອອກເກືອບ 50,000 ກໍລະນີໃນປີ 2022

Published on

ອິງຕາມສຳນັກຂ່າວ (ຊິນຫົວ)ລາຍງານໃນວັນທີ 22 ສິງຫາ 2022 ທີ່ຜ່ານມາ: ໜ່ວຍງານຄວບຄຸມພະຍາດໄຂ້ເລືອດອອກແຫ່ງຊາດສີລັງກາ ໄດ້ກວດພົບຜູ້ຕິດເຊື້ອພະຍາດໄຂ້ເລືອດອອກເກືອບ 50,000 ກໍລະນີໃນຊ່ວງ 8 ເດືອນຕົ້ນປີນີ້.

ໃນວັນອາທິດ (21 ສິງຫາ), ສື່ມວນຊົນທ້ອງຖິ່ນຂອງສີລັງກາໄດ້ກ່າວເຖິງ ຫນ່ວຍງານຄວບຄຸມລາຍງານວ່າມີຄົນເຈັບ 49,941 ຄົນໄດ້ເຂົ້າໂຮງໝໍເປັນໄຂ້ເລືອດອອກໃນໄລຍະ 8 ເດືອນຜ່ານມາ. ເຄິ່ງຫນຶ່ງຂອງກໍລະນີໄດ້ຖືກພົບເຫັນຢູ່ໃນແຂວງພາກຕາເວັນຕົກ, ສ່ວນຫນຶ່ງແມ່ນຢູ່ ໂຄລົມໂບ, ກຳປາຮາ ແລະ ກັນທາລາ.

ທ່ານ ຣູວັນ ວີເຈມຸນີ ເຈົ້າໜ້າທີ່ການແພດຂອງສະພາເທດສະບານ Colombo (CMC) ເຜີຍຕໍ່ບັນດານັກຂ່າວວ່າ: ມີການພົບຜູ້ປ່ວຍໃນໂຄລົມໂບ 12,754 ກໍລະນີໄດ້ຖືກລາຍງານຢູ່ໃນເມືອງ ໂຄລົມໂບ Colombo, 7,496 ຄົນໃນ ກຳປາຮາ(Kampaha) ແລະ 4,731 ໃນ ກັນທາລາ (Kalutara), ເຈົ້າຫນ້າທີ່ກໍາລັງປະເຊີນກັບສິ່ງທ້າທາຍ. ຫຼາຍຢ່າງໃນໂຄງການຄວບຄຸມຍຸງລາຍປະຈຳປີ. ຍ້ອນຂາດທຶນຮອນໃນການຊື້ສານເຄມີ ແລະ ຢາປາບສັດຕູພືດ ໃຊ້ເພື່ອຄວບຄຸມການລະບາດຂອງຍຸງລາຍທີ່ເປັນພະຍາດໄຂ້ເລືອດອອກ.

ທີ່ມາ: ຊິນຫົວ

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...