spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມສິ່ງທີ່ຄວນເຮັດ ແລະບໍ່ຄວນເຮັດເມື່ອເປັນລົງຂາວ

ສິ່ງທີ່ຄວນເຮັດ ແລະບໍ່ຄວນເຮັດເມື່ອເປັນລົງຂາວ

Published on

ເກີດມາເປັນຜູ້ຍິງ ແນ່ນອນວ່າຕ້ອງດູແລຕົວເອງເປັນພິເສດຫຼາຍກວ່າຜູ້ຊາຍ ເຊິ່ງຖ້າຫາກປ່ອຍຕົວໂຊມ ກໍຈະເຮັດໃຫ້ບໍ່ເປັນຕາເບິ່ງ ເຊິ່ງນອກຈາກຈະຕ້ອງເບິ່ງແຍງພາຍນອກໃຫ້ງາມແລ້ວ ພາຍໃນກໍຕ້ອງເບິ່ງແຍງໃຫ້ດີ  ເພາະຖ້າເບິ່ງແຍງບໍ່ດີ ກໍອາດຈະໄດ້ຊື່ວ່າ ງາມແຕ່ຮູບ ຈູບບໍ່ຫອມ, ມື້ນີ້ລາວໂພສ ຈະມາບອກໃຫ້ທ່ານຜູ້ອ່ານໄດ້ຮູ້ກ່ຽວກັບລົງຂາວ ເມື່ອເປັນລົງຂາວຄວນເຮັດ ແລະບໍ່ຄວນເຮັດຫຍັງແດ່

# ສິ່ງທີຄວນເຮັດເມື່ອເປັນລົງຂາວ

  • ຖ້າເລີ່ມຮູ້ສຶກຄັນ ຜິດປົກກະຕິ ໃຫ້ກິນໂຢເກິດ ຫຼືນົມສົ້ມຫຼາຍໆ ເພື່ອໃຫ້ “ແລກໂຕບາຊີລັດ” ທີ່ຢູ່ໃນນົມສົ້້ມ ຫຼືໂຢເກິດນັ້ນ ຊ່ວຍທ່ານໄດ້
  • ພັກຜ່ອນໃຫ້ພຽງພໍ, ບໍ່ຕຶງຄຽດ, ເບິ່ງແຍງສຸຂະພາບໃຫ້ແຂງແຮງ ເພື່ອໃຫ້ມີພູມຕ້ານທານກັບເຊື້ອພະຍາດ
  • ເຮັດຄວາມສະອາດ “ນ້ອງສາວ” ດ້ວຍນໍ້າສະອາດ ແລະເຊັດໃຫ້ແຫ້ງ
  • ນຸ່ງກາງເກງໃນທີ່ເປັນຜ້າຝ້າຍ ຫຼືຜ້າທີ່ລະບາຍອາກາດໄດ້ດີ
  • ຖ້າເປັນຫຼາຍຈົນເກີນໄປ ຄວນໄປພົບແພດ ເພື່ອຊອກຫາທາງປິ່ນປົວ

# ສິ່ງທີ່ບໍ່ຄວນເຮັດເມື່ອເປັນລົງຂາວ

  • ເມື່ອຖ່າຍເບົາແລ້ວບໍ່ມັກເຊັດນ້ອງສາວໃຫ້ແຫ້ງ ຈະເຮັດໃຫ້ເກີດເຊື້ອລາຂຶ້ນໄດ້ງ່າຍເພາະປຽກຊື້ນ ແລະອາດມີຄາບລົງຂາວຕິດຢູ່ໃນກາງເກງໃນ
  • ນຸ່ງກາງເກງໃນຮັດ ຫຼືນຸ່ງເຄື່ອງທີ່ຮັດໆ
  • ຕາກກາງເກງໃນ ຫຼືຜ້າເຊັດຕົວໃນຫ້ອງນໍ້າ
  • ໃຊ້ສາຍສີດນໍ້າ ລ້າງນ້ອງສາວ
  • ກິນຢາຂ້າເຊື້ອ ຫຼືແກ້ອັກເສບຕະຫຼອດ
  • ກິນອາຫານທີ່ເຜັດ, ເຄັມ ຫຼືໝາກໄມ້ທີ່ມີຢາງຫຼາຍ ເຮັດໃຫ້ເກີດລົງຂາວຫຼາຍກວ່າເກົ່າ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...