spot_img
Home​ຂ່າວບັນເທິງສິລະປະກອນກອງທັບສະ ແດງຜ່ານລາຍການກຽມ ສະຫຼອງວັນສ້າງຕັ້ງກອງ ທັບຄົບຮອບ 65 ປີ

ສິລະປະກອນກອງທັບສະ ແດງຜ່ານລາຍການກຽມ ສະຫຼອງວັນສ້າງຕັ້ງກອງ ທັບຄົບຮອບ 65 ປີ

Published on

thu26dec2

ສິລະປະກອນກອງທັບ ໄດ້ຈັດການສະແດງຜ່ານລາຍ ການເພື່ອກຽມສະເຫຼີມສະ ຫຼອງວັນສ້າງຕັ້ງກອງທັບປະ ຊາຊົນລາວ ຄົບຮອບ 65 ປີ ຂຶ້ນໃນຕອນຄຳ່ຂອງວັນທີ 24 ທັນວາ 2013 ນີ້ທີ່ສະໂມ ສອນກົມໃຫຍ່ການເມືອງກອງ ທັບ ໂດຍການເຂົ້າຮ່ວມຂອງ ທ່ານ ບົວເງິນ ຊາພູວົງ ລັດຖະ ມົນຕີຊ່ວຍວ່າການກະຊວງ ຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວ, ທ່ານພົນຈັດ ຕະວາ ສອນທອງ ພົມລາວົງ
ຮອງຫົວຫນ້າກົມໃຫຍ່ການ ເມືອງກອງທັບ ບັນດາຫົວໜ້າ ກົມ, ຮອງກົມ, ຄະນະພັກ-ຄະ ນະບັນຊາພ້ອມພະນັກງານທີ່ ກ່ຽວຂ້ອງເຂົ້າຮ່ວມ.
ລາຍການທີ່ສະແດງຜ່ານ ຄັ້ງນີ້ເປັນລາຍການທີ່ສ້າງໃໝ່ ເພື່ອກະກຽມສະແດງຮັບໃຊ້ ການສະເຫຼີມສະຫຼອງວັນສ້າງ ຕັ້ງກອງທັບປະຊາຊົນລາວ ຄົບຮອບ 65 ປີທີ່ຈະມາເຖິງ ໃຫ້ມີບັນຍາກາດຟົດຟື້ນເບີກ ບານມ່ວນຊື່ນ. ເຊິ່ງແຕ່ລະ ລາຍການໄດ້ສະທ້ອນໃຫ້ ເຫັນເຖິງມູນເຊື້ອຜົນງານໄຊ ຊະນະທີ່ກອງທັບ ແລະ ປະຊາ ຊົນລາວບັນດາເຜົ່າຍາດມາ ໄດ້ໃນໄລຍະຕໍ່ສູ້ປົດປ່ອຍ ຊາດ ກໍ່ຄືໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະ ເທດຊາດພາຍໃຕ້ການນຳພາ ອັນປີຊາສາມາດສະຫຼາດ ສ່ອງໃສ່ຂອງພັກປະຊາຊົນ ປະຕິວັດລາວ. ສະທ້ອນໃຫ້ ເຫັນຜົນສຳເລັດໃນການປັບ ປຸງກໍ່ສ້າງກອງທັບປະຊາຊົນ ລາວໃນແຕ່ລະໄລຍະ ແລະ ສະແດງເຖິງວັດທະນະທຳຮີດ ຄອງປະເພນີຂອງປະຊາຊົນ ລາວບັນດາເຜົ່າ, ເຊິ່ງລວມມີ 18 ລາຍການໃນນັ້ນມີລາຍ ການເປີດສາກ 1 ລາຍການ, ລາຍການປິດສາກ 1 ລາຍ ການ, ລາຍການຟ້ອນເອກະ ລາດມີ 5 ລາຍການ, ຮ້ອງ ດ່ຽວຊາຍ 2 ລາຍການ, ຮ້ອງ ດ່ຽວຍິງ 2 ລາຍການ, ຮ້ອງໝູ່ ຍິງ-ຊາຍ 1 ລາຍການ, ຮ້ອງຄູ່ ຍິງ-ຊາຍ 1 ລາຍການ, ເສບ ປະສານວົງດົນຕີພື້ນເມືອງ 1 ລາຍການ ແລະ ຂັບລຳທ້ອງ ຖິ່ນປະກອບຟ້ອນ 2 ລາຍ ການ.

ທີ່ມາhttp://www.kongthap.gov.la

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...