spot_img
Homeຂ່າວຕ່າງປະເທດສາຍພັນເດວຕ້າ ລະບາດໜັກໃນອາເມລິກາ ເດັກນ້ອຍ ແລະ ໄວໜຸ່ມປ່ວຍຈໍານວນຫຼາຍ

ສາຍພັນເດວຕ້າ ລະບາດໜັກໃນອາເມລິກາ ເດັກນ້ອຍ ແລະ ໄວໜຸ່ມປ່ວຍຈໍານວນຫຼາຍ

Published on

ວັນທີ 5 ກັນຍາ 2021 ສໍານັກຂ່າວ AP ລາຍງານວ່າ: ໂຕເລກຜູ້ຕິດເຊື້ອ ໂຄວິດ-19 ໃນອາເມລິກາຍັງເພີ່ມຂຶ້ນຢ່າງໄວວາ ຈາກການແຜ່ລະບາດຂອງສາຍພັນເດວຕ້າ ໂດຍສະເພາະກຸ່ມຜູ້ປ່ວຍເດັກນ້ອຍ ແລະ ໄວໜຸ່ມ ທີ່ຍັງສູງ.

ຈໍານວນຜູ້ຕິດເຊື້ອໂຄວິດ-19 ໃນອາເມລິກາ ລ່າສຸດເພີ່ມຂຶ້ນສູງເຖິງ 39,90 ລ້ານຄົນ ແລະ ຍອດຜູ້ເສຍຊີວິສະສົມຢູ່ທີ່ 648,106 ສົບ ໂດຍເຊື້ອພັນເດວຕ້າເລີ່ມແຜ່ລະບາດລາມໄປເຖິງກຸ່ມເດັກນ້ອຍ ແລະ ໄວໜຸ່ມ ຈົນເຮັດໃຫ້ອັດຕາການເຂົ້າປິ່ນປົວໃນໂຮງໝໍເພີ່ມຂຶ້ນຢ່າງໄວວາ.

ສື່ຂອງອາເມລິກາລາຍງານວ່າ ໃນຮອບ 7 ວັນທີ່ຜ່ານມາ ຕົວເລກສະເລ່ຍຂອງຜູ້ຕິດເຊື້ອເພີ່ມລາຍວັນສູງເຖິງ 163,273 ຄົນ ຕໍ່ມື້ ນັບວ່າສູງຂຶ້ນຈາກອາທິດທີ່ແລ້ວເຖິງ 22%.

ນັບຕັ້ງແຕ່ທ້າຍເດືອນມິຖຸນາທີ່ຜ່ານມາ ຈົນຮອດກາງເດືອນສິງຫາ ອັດຕາການເຂົ້າປິ່ນປົວ ຂອງຜູ້ປ່ວຍສໍາລັບເດັກນ້ອຍ ແລະ ໄວໜຸ່ມ ເພີ່ມຂຶ້ນສູງເຖິງ 5 ເທົ່າ ເຊິ່ງເປັນຈັງຫວະດຽວກັບທີ່ກວດພົບການລະບາດຂອງເຊື້ອໂຄວິດ-19 ສາຍພັນເດວຕ້າເປັນວົງກວ້າງ, ອັດຕາການເຂົ້າປິ່ນປົວໃນໂຮງໝໍຂອງໄວໜຸ່ມທີ່ຍັງບໍ່ໄດ້ຮັບວັກຊັກຊີນຕ້ານໂຄວິດ-19 ສູງກວ່າຜູ້ທີ່ໄດ້ຮັບວັກຊີນຄົບແລ້ວ ເຖິງ 10 ເທົ່າ ໂດຍຈໍານວນຜູ້ຕິດເຊື້ອທັງໝົດໃນກຸ່ມໄວນຸ່ມແມ່ນອາຍຸລະຫວ່າງ 12-17 ປີ ແລະ ເດັກນ້ອຍອາຍຸຕໍ່າກວ່າ 4 ປີ.

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...