spot_img
Homeວິທະຍາສາດ-ວິທະຍາການສະເປີມຫຸ່ນຍົນ ສູ່ການຮັກສາພາວະມີລູກຍາກ

ສະເປີມຫຸ່ນຍົນ ສູ່ການຮັກສາພາວະມີລູກຍາກ

Published on

ທີມນັກວິທະຍາສາດໄດ້ສ້າງ spermbot ໂດຍການສ້າງກຽວພໍລິເມີຣຂະໜາດນ້ອຍ ເຊິ່ງເຄື່ອນຕົວດ້ວຍນິກເກີລ ແລະ ໄທເທນຽມເພື່ອໃຫ້ມັນສາມາດໜຽວນຳແມ່ເຫຼັກໄດ້

ໃນຫ້ອງປະຕິບັດການ ພວກເຂົາຂັບເຄື່ອນກຽວຂະໜາດນ້ອຍນີ້ດ້ວຍສານລະລາຍໂດຍໃຊ້ສະໝາມແມ່ເຫຼັກໝູນ (rotating magnetic field) ເພື່ອນຳທາງໄປທີ່ສະເປີມໃນຈານປູກເຊື້ອ ໂດຍກຽວນີ້ຈະໄປຂົດຮອບຢູ່ໃນສ່ວນຫາງຂອງສະເປີມ ກຽວຂະໜາດນ້ອຍນີ້ຈະສາມາດຂັບເຄື່ອນພາສະເປີມໄປທີ່ຜະໜັງຂອງເຊລໄຂ່ໄດ້

ເມື່ອກຽວຂະໜາດນ້ອຍພາສະເປີມໄປທີ່ຈຸດໝາຍປາຍທາງແລ້ວ ມັນຈະໝູນຖອຍກັບ ແລະ ປ່ອຍໃຫ້ສະເປີມປະສົມກັບໄຂ່ເອງ ທ່ານສາມາດຊົມວີອີໂອດ້ານລຸ່ມນີ້ໄດ້ ເພື່ອຄວາມເຂົ້າໃຈຫຼາຍຂຶ້ນ

ການສຶກສາຄັ້ງນີ້ລາຍງານໃນວາລະສານວິຊາການ Nano Letters ໂດຍນັກວິໄຈກ່າວວ່າ spermbot ນີ້ຈະພິສູດວ່າມັນເປັນວິທີທີ່ດີກວ່າເທັກນິກທີ່ມີຢູ່ໃນປັດຈຸບັນທີ່ຈະຊ່ວຍໃຫ້ເກີດພາວະປະຕິສົນທິໃນຮ່າງກາຍໄດ້ດີກວ່າການປະຕິສົນທິພາຍນອກ ແຕ່ຢ່າງໃດກໍ່ຕາມ ພວກເຂົາຍອມຮັບວ່າຍັງອີກຍາວນານທີ່ຈະເລີ່ມຕົ້ນການທົດລອງໃຊ້ກັບມະນຸດ ຮວມທັງພາວະແຊກຊ້ອນຕ່າງໆ ທີ່ຍັງຄົນຕ້ອງເຮັດໃຫ້ໄດ້ເພື່ອໃຫ້ໝັ້ນໃຈວ່າ spermbot ມີປະສິດທິພາບ ແລະ ປອດໄພແທ້

ທີ່ມາ: http://www.vcharkarn.com/vnews/504078

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...